ຖໍ້າຄູນແກ້ວ ຫລື ຖໍ້າກະເທິງ ຕັ້ງຢູ່ເຂດບ້ານຄູນແກ້ວ, ເມືອງຄູນຄໍາ, ແຂວງຄຳມ່ວນ ຫ່າງຈາກຕົວເມືອງໄປທາງທິດ ຕາເວັນຕົກສ່ຽງໃຕ້ປະມານ 3 ກິໂລແມັດ, ການເດີນທາງກໍຖືວ່າສະດວກສົມຄວນ, ລົດຈັກ ຫລື ລົດໂຟວິນ ສາມາດໄປເຖິງເກືອບປາກຖໍ້າ, ຈອດລົດໄວ້ທາງນອກ ແລ້ວຍ່າງເຂົ້າໄປອີກປະມານສາມສີ່ຮ້ອຍແມັດກໍເຖິງປານຖໍ້າ, ປາກຖໍ້ານ້ອຍໆພໍຫລົ່ມໂຕ ແຕ່ເມື່ອຜ່ານປາກຖໍ້າແລ້ວ ຂ້າງໃນກວ້າງຂວາງ ອະລັງການສົມຄໍາ ຍົກຍໍ ຈາກຖະແຫລງຂ່າວ ແຂວງຄໍາມ່ວນ. ວ່າ: ງົດງາມຫລາຍ.
ຈາກສູນຂໍ້ມູນຂ່າວສານທາງທ່ອງທ່ຽວເມືອງຄູນຄໍາ ບອກວ່າ: ຖໍ້າຄູນແກ້ວ ແຫ່ງນີ້ຍາວປະມານ 6 ກິໂລແມັດ, ຖືກຄົ້ນພົບໃນ ກຸມພາ 2013 ໂດຍປະຊາຊົນບ້ານຄູນແກ້ວ ທີ່ເຮັດສວນໃກ້ກັບຖໍ້າ. ຫລັງຈາກນັ້ນ ກໍໄປລາຍງານຕໍ່ ຖວທ ເມືອງ, ຈາກນັ້ນ ຖວທ ເມືອງ ກໍລາຍງານຕໍ່ແຂວງ ເພື່ອລົງສໍາຫລວດຕົວຈິງ.
ຢ່າງໃດກໍຕາມ ທ່ານໃດທີ່ສົນໃຈເຂົ້າໄປເບິ່ງຄວາມງົດງາມຂອງຖໍ້າ ໃນໄລຍະນີ້ ກໍສາມາດຕິດຕໍ່ພົວພັນ ຖວທ ເມືອງຄູນຄໍາ ຫລື ສູນຂໍ້ມູນຂ່າວສານການທ່ອງທ່ຽວ ປະຈຳ ເມືອງ ເພື່ອໃຫ້ເມືອງໄດ້ຈັດຄົນພາທາງໄປພ້ອມ ທັງນີ້ກໍເພື່ອຄວາມປອດໄພ. ສ່ວນລະດູທີ່ເຫມາະສົມໃນການໄປ ກໍແມ່ນຍາມແລ້ງ ຫລື ລະດູການທ່ອງທ່ຽວນັ້ນເອງ.
Editor: ກຳປານາດ ລັດຖະເຮົ້າ