ໜອງຂຽວ – ເມືອງງອຍ ແຫຼ່ງທ່ອງທ່ຽວແຄມແມ່ນໍ້າ ທີ່ອ້ອມຮອບໄປດ້ວຍພູຜາອັນສູງຊັນ ແລະ ທໍາມະຊາດທີ່ບໍລິສຸດ ເປັນມົນສະເໜ່ອັນໜຶ່ງທີ່ສາມາດດຶງດູດໃຈໃຫ້ນັກທ່ອງທ່ຽວໄດ້ໄປຢ້ຽມຢາມທ່ຽວຊົມນັບມື້ນັບຫລາຍຂື້ນ. ໜອງຂຽວ – ເມືອງງອຍ ເປັນເມືອງນ້ອຍໆ 2 ເມືອງເຊື່ອມຕໍ່ກັນ ເຊິ່ງຂຶ້ນກັບແຂວງຫຼວງພະບາງ ແລະ ຕັ້ງຢູ່ກາງພູເຂົາທີ່ສວຍງາມແຄມຝັ່ງແມ່ນໍ້າອູ ອັນເປັນແມ່ນໍ້າໃຫຍ່ທາງພາກເໜືອຂອງລາວ ຫ່າງຈາກເມືອງຫຼວງພະບາງ ປະມານ 150 ກິໂລແມັດ, ໃຊ້ເວລາເດີນທາງປະມານ 2 ຊົ່ວໂມງ. ຈຸດເດັ່ນຂອງ ໜອງຂຽວ – ເມືອງງອຍ ຢູ່ທີ່ນັກເດີນທາງສາມາດເລືອກເດີນທາງ ໂດຍເຮືອລ່ອງຕາມນໍ້າອູ ເຊື່ອມຕໍ່ກັບແມ່ນໍ້າຂອງ ທີ່ບ້ານປາກອູ ອັນເປັນທີ່ຕັ້ງຂອງຖໍ້າຕິ່ງ ແລ້ວລ່ອງນໍ້າຂອງ ສູ່ຫຼວງພະບາງ ໃຊ້ເວລາປະມານ 5 ຊົ່ວໂມງ, ເອີ້ນວ່າ ມາທາງບົກກໍໄດ້ ທາງເຮືອ ກໍສະດວກ.
ຄວາມຈິງແລ້ວ ໜອງຂຽວ ກັບ ເມືອງງອຍ ເປັນຄົນລະສະຖານທີ່ ແຕ່ກໍມີຄວາມຜູກພັນກັນ, ເມືອງງອຍເປັນເມືອງເກົ່າແກ່ແຄມແມ່ນໍ້າອູ ຕອນກາງ ເຊິ່ງຂຶ້ນກັບເມືອງຫຼວງພະບາງ ຕໍ່ມາເມື່ອມີການຕັດຖະໜົນຈາກຫຼວງພະບາງ ທາງການກໍໄດ້ສ້າງຂົວຂ້າມແມ່ນໍ້າບໍລິເວນໜອງຂຽວ ເພື່ອຈະມຸ່ງໜ້າໄປທາງເມືອງຊໍາເໜືອ ແຂວງຫົວພັນ, ບໍລິເວນທີ່ຕັ້ງຂອງຂົວດັ່ງກ່າວຈຶ່ງກາຍເປັນຊຸມຊົນໃໝ່ ເຊິ່ງມີຊາວບ້ານຈາກເມືອງງອຍ ຍ້າຍຖິ່ນຖານໄປຕັ້ງບ້ານເຮືອນຢູ່ບໍລິເວນໜອງຂຽວ ແລະ ເມື່ອມີການທ່ອງທ່ຽວມາເຖິງ ໜອງຂຽວ ຈຶ່ງກາຍເປັນບ້ານໃຫຍ່ທີ່ຄຶກຄັກ ແລະ ຫຼາກຫຼາຍສີສັນກວ່າເມືອງງອຍ ໃນທີ່ສຸດ ແຕ່ວ່າການເຊື່ອມໂຍງ ລະຫວ່າງ ເມືອງງອຍ ກັບ ໜອງຂຽວ ກໍຍັງມີຕໍ່ເນື່ອງສະໝໍ່າ ສະເໝີ, ມີເຮືອໂດຍສານປະຈໍາທາງ ແລະ ມີເຮືອໃຫ້ເໝົາດ້ວຍການເດີນທາງໄລຍະສັ້ນໆ ເພື່ອຊົມທິວທັດສອງຂ້າງ ທາງແບບເພີດເພີນ ໄປກັບທໍາມະຊາດ.
ນອກຈາກນີ້, ໜອງຂຽວ ກໍາລັງພັດທະນາເປັນສູນຂອງການທ່ອງທ່ຽວແບບຜະຈົນໄພ, ປີນຜາ, ແຄນູ ( Cano ), ຄະຢັດ ( Kayaking ) ແລະ ອື່ນໆ, ໃນຕະຫຼາດກໍມີກິດຈະການທົວທີ່ເປີດໃຫ້ບໍລິການທ່ອງທ່ຽວກາງແຈ້ງລັກສະນະ ດັ່ງກ່າວມາແລ້ວຖ້າຫາກຢ້ອນເວລາໄປປະມານ 5 ປີກ່ອນນີ້ ເມືອງງອຍ ຍັງບໍ່ທັນມີໂຮງແຮມ, ເຮືອນພັກ ແລະ ໜອງຂຽວ ກໍຍັງເປັນຊຸມຊົນນ້ອຍໆ ມີເຮືອນພັກພຽງ 2 – 3 ຫຼັງເທົ່ານັ້ນ, ແຕ່ມາໃນປະຈູບັນ ມີການພັດທະນາຢ່າງໄວວາ ຫນອງຂຽວ ເມືອງງອຍ ກາຍເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ທີ່ ບອກຕໍ່ກັນແບບປາກຕໍ່ປາກໄປແບບໄວວາ ເຮັດໃຫ້ນັກທ່ອງທ່ຽວຈາກເອີຣົບ, ອາເມລິກາ, ຝຣັ່ງ ພາກັນຫຼັ່ງໄຫຼມາຢ້ຽມຢາມທ່ຽວຊົມສະຖານທີ່ແຫ່ງນີ້ຫຼາຍກວ່ານັກທ່ອງທ່ຽວໃນບ້ານເຮົາອີກດ້ວຍ. ທໍາມະຊາດອັນແສນງົດງາມດັ່ງກ່າວ ບໍ່ອາດຈະພັນລະນາໄດ້ ໃຫ້ທ່ານໄປສຳຜັດດ້ວຍຕົນເອງ ຍິ່ງເປັນການດີ.
Editor: ກຳປານາດ ລັດຖະເຮົ້າ