ວຽກງານການທ່ອງທ່ຽວ ແມ່ນຫນຶ່ງວຽກງານທີ່ສຳຄັນ ໃນການຊຸກຍູ້ການຈະເລີນເຕີບໂຕຂອງເສດຖະກິດ-ສັງຄົມ ຂອງແຂວງອຸດົມ ກໍ່ຄືແຂວງອື້ນໆ ໃນທົ່ວປະເທດ. ດັ່ງນັ້ນ, ຕະຫລອດໄລຍະທີ່ຜ່ານມາ ຄະນະພັກ-ຄະນະນຳແຂວງອຸດົມໄຊ ໂດຍສະເພາະ ພະແນກໂະແຫລງຂ່າວ-ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ວາງຄາດຫມາຍເອົາໃຈໃສ່ ໃນການປັບປຸງບູລະນະ ແລະ ພັດທະນາສະຖານທີ່ທ່ອງທ່ຽວ ຢູ່ພາຍໃນແຂວງ ເພື່ອຮັບຮອງແກ່ນັກທ່ອງທ່ຽວ ທີ່ເຂົ້າມາ ນັບມື້ນັບເພີ່ມຂື້ນ. ແລະ ມາຮອດປະຈຸບັນ ທົ່ວແຂວງອຸດົມໄຊ ມີສະຖານທີ່ທ່ອງທ່ຽວ ທັງໝົດ 106 ແຫ່ງ.
ອິງຕາມການລາຍງານ ຂອງຂະແຫນງການທ່ອງທ່ຽວ ພາຍໃນແຂວງອຸດົມໄຊ ເຫັນວ່າ ມາຮອດປະຈຸບັນສະຖານທີ່ທ່ອງທ່ຽວ ຂອງແຂວງອຸດົມໄຊ ແມ່ນໄດ້ຮັບການພັດທະນາ ແລະ ເພີ່ມຈຳນວນຂື້ນເລື້ອຍໆ ເນື່ອງຈາກການນຳແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ ຕໍ່ວຍກງານດັ່ງກ່າວ ຖືວ່າເປັນວຽກງານຫລັກທີ່ຊ່ວຍເຮັດໃຫ້ເສດຖະກິດຂອງແຂວງມີການຂະຫຍາຍຕົວ. ຍ້ອນລາຍຮັບຈາກການ ທ່ອງທ່ຽວພາຍໃນ ແລະ ຕ່າງປະເທດທີ່ເຂົ້າມາທ່ອງທ່ຽວ, ລວມທັງການພັກແຮມທີ່ແຂວງອຸດົມໄຊ ຄີດເປັນມູນຄ່າຫລາຍລ້ານໂດລ້າສະຫາລັດ ຕໍ່ປີ.
ສຳລັບສະຖານທີ່ທ່ອງທ່ຽວ ຂອງແຂວງອຸດົມໄຊ ໃນຈຳນວນ 106 ແຫ່ງນັ້ນ, ປະກອບດ້ວຍສະຖານທີ່ທ່ອງທ່ຽວ ທາງທຳມະຊາດ 54 ແຫ່ງ, ວັດທະນະທຳ 40 ແຫ່ງ ແລະ ທາງດ້ານປະຫວັດສາດ 12 ແຫ່ງ. ສະຖານທີ່ທ່ອງທ່ຽວທັງໝົດນັ້ນ ແມ່ນໄດ້ກະແຈກກະຈາຍ ພາຍໃນເທດສະບານແຂວງ ແລະ ບັນດາເມືອງ ເຊີ່ງສະຖານທີ່ທ່ອງທ່ຽວແຕ່ລະແຫ່ງ, ແຕ່ລະປະເພດ ລ້ວນແຕ່ມີຄວາມງາມ ເປັນເອກະລັກທີ່ພົ້ນເດັ່ນ, ມີຊື່ສຽງລະດັບແຂວງ, ລະດັບປະເທດ ໂດຍສະເພາະແຫລ່ງທ່ອງທ່ຽວ ທາງທຳມະຊາດ ເຊັ່ນ: ນ້ຳກັດຢໍລະປາ, ນ້ຳຕົກຕາດຕະແລ, ຖ້ຳຈອງອອງ, ສະຖານທີ່ທ່ອງທ່ຽວທາງວັດທະນະທຳ ເຊັ່ນ: ວັດພະເຈົ້າສິງຄພ, ວັດພູທາດ ໄຊມຸງຕຸນຣັດຕະນະມິ່ງເມືອງ ແລະ ສະຖານທີ່ອື່ນໆ ຫລາຍແຫ່ງ.
ເຖິງຢ່າງໃດກໍ່ຕາມ ເພື່ອພັດທະນາວຽກງານການທ່ອງທ່ຽວ ກໍ່ຄືພັດທະນາສະຖານທີ່ທ່ອງທ່ຽວ ພາຍໃນແຂວງທີ່ມີຢູ່ແລ້ວ ແລະ ເພີ່ມຂະຫຍາຍຂື້ນຕື່ມ ທັງເປັນຫນ້າປະທັບໃຈແກ່ນັກທ່ອງທ່ຽວ ແນໃສ່ພັດທະນາຮເສດຖະກິດ-ສັງຄົມຂອງແຂວງ ໃຫ້ນັບມື້ດີຂື້ນເທື່ອລະກ້າວ ທາງເປັນການຂະຫຍາຍການທ່ອງທ່ຽວໃນແຂວງ ໄປຕາມແຜນ ແລະ ວິໄສທັດ ຮອດປີ 2030.
Editor: ກຳປານາດ ລັດຖະເຮົ້າ