ລາວ ຈະນໍາໃຊ້ແຜນຍຸດທະສາດການທ່ອງທ່ຽວອາຊຽນ ນັບແຕ່ 2016 ຫາ 2025 ມາໜູນໃຊ້ ແລະ ຜັນຂະຫຍາຍໃຫ້ເຊື່ອມສານເຂົ້າກັບແຜນຍຸດທະສາດການທ່ອງທ່ຽວຂອງລາວ ໂດຍສະເພາະ ບັນດາກິດຈະກຳ ທີ່ສາມາດດຶງດູດນັກທ່ອງທ່ຽວ ກໍ່ຄືການລົງທືນຈາກພາກພື້ນ ແລະ ສາກົນ ເຂົ້າມາປະເທດເຮົາເພີ່ມຂື້ນໃນແຕ່ລະປີ.
ທ່ານ ສູນ ມະນີວົງ, ຫົວໜ້າກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດ ທະນາທຳ ແລະທ່ອງທ່ຽວ ເປີດເຜີຍວ່າ: ອາຊຽນ ເປັນພາກພື້ນໜື່ງທີ່ອຸດສະຫະກໍາດ້ານການທ່ອງທ່ຽວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ສາມາດແຂ່ງຂັນກັບສາກົນໄດ້ ໂດຍສະເພາະ ບັນດາຈຸດໜາຍປາຍທາງການທ່ອງທ່ຽວທີ່ສຳຄັນຂອງໂລກ, ສະນັ້ນ ແຜນຍຸດທະສາດການທ່ອງທ່ຽວອາຊຽນ ນັບແຕ່ 2016 ຫາ 2025 ທີ່ຜູ້ນໍາຂອງປະເທດສະມາຊິກອາຊຽນຮັບຮອງນັ້ນ ຈີ່ງເປັນປັດໃຈສຳຄັນ ເພື່ອຊຸກຍູ້ໃຫ້ຜະລິດຕະພັນການທ່ອງທ່ຽວຂອງລາວມີຄຸນນະພາບສູງຂື້ນ ແລະ ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນໄດ້.
ຫົວໜ້າກົມໂຄສະນາການທ່ອງທ່ຽວ ໃຫ້ຮູ້ຕື່ມວ່າ: ປະຈຸບັນຂະແໜງທ່ອງທ່ຽວ ກວມເອົາ 12 ສ່ວນຮ້ອຍຂອງລວມຍອດຜະລິດພັນພາຍໃນ ຫລື GDP ຂອງອາຊຽນ ແລະ ນັບແຕ່ 2016 ຫາ 2025 ອາຊຽນວາງຄາດໜາຍຈະສູ້ຊົນເຮັດໃຫ້ຂະແໜງທ່ອງທ່ຽວຂະຫຍາຍຕົວກວມ 15 ສ່ວນຮ້ອຍຂອງ GDP, ລາຍຈ່າຍຂອງນັກທ່ອງທ່ຽວຈາກ 800 ໂດລາສະຫະລັດໃນປະຈຸບັນ ເພີ່ມຂື້ນເປັນ 1.500 ໂດລາສະຫະລັດໃນປີ 2025, ເພີ່ມຈຳນວນການພັກແຮມຈາກ 3 ຄືນເປັນ 8 ຄືນ ແລະ ຊຸກຍູ້ພາກສ່ວນບໍລິການໃຫ້ໄດ້ມາດຕະຖານ ຂອງອາຊຽນຫລາຍຂື້ນ ເພື່ອກຽມພ້ອມຮອງຮັບນັກທ່ອງທ່ຽວທີ່ຄາດວ່າຈະມີທ່າອ່ຽງເພີ່ມຂື້ນໃນອານາຄົດ.
ຂອບໃຈຂໍ້ມູນຈາກ ວິທະຍຸກະຈ່າຍສຽງແຫ່ງຊາດ
Editor: ຕະວັນ ແສງສະຫວັນ