ແຫຼ່ງທ່ອງທ່ຽວໃນບ້ານເຮົາບໍ່ວ່າຈະຢູ່ທາງພາກເໜືອ,ພາກກາງ ແລະ ພາກໃຕ້ ລ້ວນແຕ່ມີຄວາມງາມຄວາມຫຼາກຫຼາຍຂອງທຳມະຊາດ ທີ່ໜ້າປະທັບໃຈ ນັບບໍ່ຖ້ວນ, ແຕ່ຍັງມີອີກສິ່ງໜຶ່ງທີ່ພິເສດ ແລະ ໜ້າສົນໃຈ ບໍ່ແມ່ນແຫຼ່ງທອງທ່ຽວທາງປະຫວັດສາດ ຫຼື ວັດທະນະທຳ ແຕ່ຢ່າງໃດ ແຕ່ຈະເປັນສິ່ງໜຶ່ງທີທ່ານຈະໄດ້ຄົ້ນພົບອັນແປກໃໜ່ໄດ້ ໃນການເບິ່ງຄວາມງາມຂອງທຳມະຊາດ ຈະເຮັດໃຫ້ຜູ້ພົບເຫັນຈົນບໍ່ໜ້າເຊື່ອເລີຍວ່າ ເປັນໄປໄດ້ແນວໃດ.
ແຂວງວຽງຈັນ ເປັນແຂວງໜຶ່ງ ເຊິ່ງຕັ້ງຢູ່ທາງຮອບນອກທາງທິດເໜືອຂອງນະຄອນຫຼວງວຽງຈັນ ປະກອບມີ 13 ເມືອງ 504 ບ້ານ 73,165 ຄອບຄົວ ແລະ ມີພົນລະເມືອງປະມານ 5 ແສນກວ່າຄົນ, ແຂວງວຽງຈັນ ມີຊື່ສຽງດ້ານການທອງທ່ຽວ ບໍ່ວ່າຈະເປັນການທອງທ່ຽວທາງທຳມະຊາດ,ປະຫວັດສາດ ແລະ ວັດທະນະທຳ ແຕ່ລະເມືອງລ້ວນແຕ່ມີທ່າແຮງດ້ານການທອງທ່ຽວ ໂດຍສະເພາະແມ່ນເມືອງວັງວຽງ.
ເມືອງວັງວຽງ ເປັນເມືອງນ້ອຍໆ ທີ່ໂອບອ້ອມໄປດ້ວຍພູຜາ ແລະ ສາຍນໍ້າທີ່ສວຍງາມ, ເປັນໜຶ່ງໃນເມືອງທ່ອງທ່ຽວທີ່ຍອດນິຍົມຂອງຄົນລາວ ແລະ ຊາວຕ່າງຊາດ. ວັງວຽງຫາງຈາກນະຄອນຫຼວງວຽງຈັນ ໄປທາງທິດເໜືອປະມານ 160 ກິໂລແມັດ ແລະ ໃຊ້ເວລາເດີນທາງປະມານ 3 ຊົ່ວໂມງ, ເມືອງວັງວຽງ ມີຊື່ສຽງໂດ່ງດັງທາງດ້ານການທ່ອງທ່ຽວ ແລະ ຍັງມີກິດຈະກຳ ທີ່ຫຼາກຫຼາຍ ຫນຶ່ງໃນນັ້ນ ການຂີ່ໜາກບານລູນ ( ກະຕ່າລອຍຟ້າ) ເຊິ່ງນັກທອງທ່ຽວ ຈະໄດ້ຊົມຄວາມງາມໃນມຸມສູງ ຮັບຊົມທັດສະນີຍະພາບຂອງພູຜາສາຍນໍ້າ ທຳມະຊາດ ໄດ້ເຫັນການເປັນຢູ່ ການທຳມາຫາກິນຂອງຊາວໄຮ່ຊາວສວນຢ່າງທີ່ທ່ານບໍ່ເຄີຍພົບເຫັນມາກ່ອນ ແລະ ຍັງເຮັດໃຫ້ທ່ານປະທັບໃຈແບບບໍ່ມີວັນລືມຄັ້ງໜຶ່ງໃສຊີວິດຢ່າງແນ່ນອນ.
Editor: ກຳປານາດ ລັດຖະເຮົ້າ