ການທ່ອງທ່ຽວ ອະນຸລັກ ທຳມະຊາດ, ແບບປະຊາຊົນ ມີສ່ວນຮ່ວມ ແມ່ນມີຫລາຍ ກິດຈະກຳ ໃຫ້ນັກທ່ອງທ່ຽວ ໄດ້ສຳພັດ ແລະ ໜຶ່ງໃນນັ້ນກໍແມ່ນ ກິດຈະກຳ ການຍ່າງປ່າ (ເລາະປ່າ) ນອກຈາກ ຈະເຮັດໃຫ້ ນັກທ່ອງທ່ຽວ ໄດ້ສຳຜັດກັບ ທຳມະຊາດ ແລ້ວຍັງມີໂອກາດ ໄດ້ສຶກສາຮຽນຮູ້ ເຖິງລະບົບນິເວດ ແລະ ຊີວະນາໆ ທີ່ອາໃສຢູ່ໃນປ່າໄມ້, ລວມເຖິງ ການດຳລົງຊີວິດ ຂອງປະຊາຊົນ ທີ່ອາໃສຢູ່ໃກ້ ກັບເຂດປ່າ ແລະ ທຳມະຊາດ. ກິດຈະກຳນີ້ ຍັງເປັນການປູກຈິດສຳນຶກ ໃຫ້ນັກທ່ອງທ່ຽວ ຮູ້ຮັກສິ່ງແວດລ້ອມຫລາຍຂື້ນ ແລະ ມີສ່ວນຮ່ວມ ໃນການອະນຸລັກ ປ່າໄມ້ອີກດ້ວຍ.
ການຈັດກິດຈະກຳ ຍ່າງປ່າ ດັ່ງກ່າວນີ້ ແມ່ນການມີສ່ວນຮ່ວມ ຂອງຫລາຍພາກສ່ວນ ເປັນຕົ້ນ: ເຈົ້າໜ້າທີ່ອະນຸລັກປ່າໄມ້ໃນທ້ອງຖີ່ນ, ການສົ່ງເສີມ ຫລື ສະຫນັບສະຫນູນຈາກກົມພັດທະນາ ການທ່ອງທ່ຽວ ແລະ ປະຊາຊົນ ທີ່ອາໄສຢູ່ໃກ້ກັບ ເຂດປ່າສະຫງວນ ໂດຍໄດ້ມີກຳນົດເຂດ, ໄລຍະທາງ ແລະ ຈຸດການຍ່າງປ່າ ຢ່າງຄັກແນຊັດເຈນ ເພື່ອບໍ່ໃຫ້ສົ່ງຜົນທະທົບ ຕໍ່ລະບົບນິເວດຂອງປ່າໄມ້ ແລະ ຮັບປະກັນ ຄວາມປອດໄພ ຂອງນັກທ່ອງທ່ຽວ ແລະ ລະບຽບການຕ່າງໆໃນການຮັກສາສິ່ງແວດລ້ອມ.
ໃນປັດຈຸບັນ ບັນດາແຫລ່ງທ່ອງທ່ຽວ ທີ່ນອນຢູ່ ໃນເຂດປ່າສະຫງວນ ຂອງປະເທດລາວເຮົາ ລ້ວນແຕ່ຈັດໃຫ້ມີກິດຈະກຳ ຍ່າງປ່າ ທ່ຽວຊົມທຳມະຊາດ ເຊິ່ງກໍໄດ້ຮັບຄວາມນິຍົມສູງ ຈາກນັກທ່ອງທ່ຽວຕ່າງປະເທດ ໂດຍສະເພາະແມ່ນ ນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາຈາກເອີລົບ, ອາຊີ ແລະ ກຸ່ມນັກທ່ອງທ່ຽວອີກຫລາຍປະເທດ.
ກິດຈະກຳການທ່ອງທ່ຽວແບບອະນຸລັກ ແມ່ນໄດ້ກຳນົດເອົາຫລາຍຈຸດທີ່ຖືກ ກຳນົດເປັນຈຸດຍ່າງປ່າ ເພື່ອຊົມທຳມະຊາດ, ເສັ້ນທາງເດີນ, ບັນດາຖ້ຳ, ສາຍນ້ຳ ແລະ ອື່ນໆທີ່ຫນ້າສົນໃຈ ການຍ່າງປ່າສາມາດສຶກສາເບີ່ງສັດປ່າ, ພັນໄມ້ ຫາຍາກ ແລະ ດອກໄມ້ປ່ານາໆພັນທີ່ຫາເບີ່ງໄດ້ຍາກ, ທີ່ພວມເບັ່ງບານປະດັບເອ້ໃຫ້ພືນປ່າ
ໃນບາງທ້ອງຖິ່ນ ເພື່ອເຮັດໃຫ້ການທ່ອງທ່ຽວແບບນີ້ ມີຄວາມຫລາກຫລາຍ ນອກຈາກການຍ່າງປ່າ ໃນເສັ້ນທາງທີ່ກຳນົດແລ້ວ ຍັງມີການປະສົມປະສານການເດີນທາງທາງນ້ຳແບບອະນຸລັກ ໂດຍສະເພາະການລ່ອງແພໄມ້ໃຜ່, ການຂີ່ເຮືອຫາງຍາວ ແລະ ອື່ນໆ.
Editor: ກຳປານາດ ລັດຖະເຮົ້າ