ກອງປະຊຸມຜູ້ປະກອບການຍິງໃນຂະແນງການທ່ອງທ່ຽວໃນອາຊຽນ ໃນວັນທີ 13 ມີຖຸນາ ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີຖະແຫຼງຂ່າວກ່ຽວກັບການສະໜັບສະໜູນຜູ້ປະກອບການຍິງ ໃນຂະແນງການທ່ອງທ່ຽວໃນອາຊຽນ ກອງປະຊຸມດັ່ງກ່າວໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະຫັວນຄອນ ຣາດຊະມົນຕີຣ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພາຍໃຕ້ການເປັນປະທານຂອງທ່ານ ຈອນ ວິນລ່ຽມ ເອກອັກຄະລັດຖະທູດ ແຫ່ງປະເທດອົດສະຕາລີ ປະຈຳ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ມີບັນດາວິທະຍາກອນ, ຜູ້ຕາງໜ້າຈາກປະເທດສະມາຊິກອາຊຽນ, ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຜູ້ປະກອບການຍິງໃນຂະແໜງການທ່ອງທ່ຽວໃນອາຊຽນໃນຄັ້ງນີ້ ມີຈຸດ ປະສົງເພື່ອເສີມສ້າງທັກສະ ແລະ ເຄືອຂ່າຍໃຫ້ແກ່ແມ່ຍິງໃນຂະແໜງອຸດສະຫະກຳການທ່ອງທ່ຽວ, ເພື່ອນຳໄປສ້າງຄວາມເຂັ້ມແຂງໃຫ້ແກ່ທຸລະກິດຂອງເຂົາເຈົ້າ ໂດຍສະ ເພາະແມ່ນຜູ້ທີ່ເຮັດວຽກວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ. ສຳລັບຜູ້ເຂົ້າຮ່ວມກອງປະຊຸມແມ່ນໄດ້ຮັບຟັງການບັນລະຍາຍຈາກຜູ້ຊ່ຽວຊານ ປະຈຳພາກພື້ນ ແລະ ສາກົນ ໃນຫົວຂໍ້ ທີ່ວ່າ: ຄວາມຄິດສ້າງສັນ ແລະ ເຕັກໂນໂລຊີ, ການຕະລາດ ແລະ ເຄື່ອງໝາຍສິນຄ້າ, ການເງິນ, ການຝຶກອົບຮົມ ແລະ ການພັດທະນາ, ການຈັດການ ແລະ ຄວາມເປັນຜູ້ນຳ.
ໃນໂອກາດດັ່ງກ່າວ ທ່ານ ຈອນ ວິນລ່ຽມ ເອກອັກຄະລັດຖະທູດ ແຫ່ງປະເທດອົດສະຕາລີ ປະຈຳ ສປປ ລາວ ຍັງໄດ້ຕື່ມກ່າວວ່າ: ການທ່ອງທ່ຽວມີບົດບາດສຳຄັນຫຼາຍໃນລະບົບເສດຖະກິດຂອງພາກພື້ນ ແລະ ທັງເປັນຂະແໜງການທີ່ນັກທຸລະກິດຍິງມີພາລະບົດບາດທີ່ເຂັ້ມແຂງຢູ່ແລ້ວ. ຜູ້ປະກອບການຍິງ ຈະສືບຕໍ່ມີບົດບາດສຳຄັນໃນການພັດທະນາຂະແໜງການທ່ອງທ່ຽວຢູ່ໃນ ສປປ ລາວ ແລະ ໃນທົ່ວພາກພື້ນອາຊຽນ, ເຊິ່ງເປັນພື້ນທີ່ມີແຮງງານຍິງ ກວມເອົາເຖິງ 60 ສ່ວນຮ້ອຍ, ຂອງແຮງງານທັງໝົດໃນຂະ ແໜງອຸດສະຫະກຳການທ່ອງທ່ຽວ. ຜົນໄດ້ຮັບຫຼັງຈາກຜູ້ປະກອບການຍິງໃນຂະແໜງ ການທ່ອງທ່ຽວໃນອາຊຽນ ຈະໄດ້ນຳໄປສະເໜີຕໍ່ໃຫ້ກັບຜູ້ເຂົ້າຮ່ວມຢູ່ໃນກອງປະຊຸມຂະ ແໜງການທ່ອງທ່ຽວແບບອະນຸລັກຂອງອາຊຽນ ເຊິ່ງຈະໄດ້ຈັດຂຶ້ນຢູ່ເມືອງປາກເຊ ໃນລະຫວ່າງ ວັນທີ 21-25 ມີຖຸນາ 2016 ນີ້ ໂດຍການເປັນເຈົ້າພາບຂອງລັດຖະບານ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ເພື່ອແນໃສ່ ໃນເລື່ອງຂອງການເສີມສ້າງແນວຄິດສ້າງສັນ ແລະ ເຕັກໂນໂລຊີ.