ໃນຊຸມປີມໍ່ໆ ມານີ້ ລັດຖະບານລາວ ກໍ່ໄດ້ສຸມໃສ່ລົງທຶນພັດທະນາ ແລະການສົ່ງເສີມການທ່ອງທ່ຽວວັດທະນະທຳຊີວະພາບ ແລະປະຫວັດສາດ ປັດຈຸບັນລາວມີສະຖານທີ່ທ່ອງທ່ຽວເກືອບ 1,500 ແຫ່ງໃນທົ່ວປະເທດ ໃນນັ້ນ ມີສະຖານທີ່ທ່ອງທ່ຽວທຳມະຊາດຊີວະພາບ ເກືອບ 850 ແຫ່ງ ສະຖານທີ່ທ່ອງທ່ຽວວັດທະນະທຳ 435 ແຫ່ງ ແລະສະຖານທີ່ທ່ອງທ່ຽວທາງປະຫັວດສາດ 200 ແຫ່ງ
ເຖິງແມ່ນວ່າ ຕະຫລອດໄລຍະຜ່ານມາ ຈະຖືກຜົນສະທ້ອນຈາກວິກິດການເສດຖະກິດທົ່ວໂລກກໍ່ຕາມ ແຕ່ຈຳນວນແຂກທ່ອງທ່ຽວມາຢ້ຽມຢາມ ສປປ. ລາວ ກໍ່ເພີ່ມຂຶ້ນຢ່າງລຽນຕິດໃນແຕ່ລະປີ ຂໍ້ມູນຈາກກົມໂຄສະນາການທ່ອງທ່ຽວ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ ໄດ້ໃຫ້ຮູ້ວ່າ ສຳລັບໃນປີ 2015 ຜ່ານມານີ້ ປະເທດລາວມີນັກທ່ອງທ່ຽວເຂົ້າມາທ່ຽວ ຫຼາຍກ່ວາ 4.4 ລ້ານຄົນ ລື່ນປີຜ່ານມາ 4% ສາມາດສ້າງລາຍຮັບໃຫ້ລັດຖະບານໄດ້ເຖິງ 670 ລ້ານກ່ວາ ໂດລາສະຫາລັດ ນັກທ່ອງທ່ຽວທີ່ເຂົ້າມາທ່ຽວ ສປປ. ລາວ ຫຼາຍກ່ວາໝູ່ແມ່ນນັກທ່ອງທ່ຽວຈາກປະເທດໄທ ຖັດລົງມາແມ່ນນັກທ່ອງທ່ຽວຈາກ ສສ. ຫວຽດນາມ ສປ. ຈີນ ແລະປະເທດອື່ນໆໃນຂົງເຂດອາຊີ ແລະເອີລົບ ເຊິ່ງນັກທ່ອງທ່ຽວທີ່ເຂົ້າມາສ່ວນໃຫຍ່ ຈະໃຊ້ຈ່າຍໂດຍສະເລ່ຍ 20-30 ໂດລາສະຫາລັດ ຕໍ່ຄົນຕໍ່ຄືນ ແລະຄາດວ່າ ພາຍໃນປີ 2016 ນີ້ ນັກທ່ອງທ່ຽວຕ່າງປະເທດຈະເຂົ້າມາຢ້ຽມ ສປປ. ລາວ ເພີ່ມຂຶ້ນເຖິງ 4 ລ້ານ ຫາ 4.5 ລ້ານກ່ວາຄົນລາຍໄດ້ຈາກການທ່ອງທ່ຽວກໍ່ຈະເພີ່ມຂຶ້ນມາເປັນ 700 ລ້ານກ່ວາໂດລາສະຫາລັດ
ກົມໂຄສະນາການທ່ອງທ່ຽວຍັງໃຫ້ຮູ້ອີກວ່າ ໃນປີນີ້ ອຸດສາຫະກຳການທ່ອງທ່ຽວຢູ່ໃນ 10 ປະເທດສະມາຊິກອາຊຽນ ຍັງຈະສືບຕໍ່ຂະຫຍາຍຕົວຂຶ້ນຢ່າງຕໍ່ເນື່ອງ ແລະໄວກ່ວາຂົງເຂດອື່ນໃນໂລກ ເນື່ອງຈາກບັນດາປະເທດສະມາຊິກອາຊຽນ ມີສະຖຽນລະພາບທາງດ້ານການເມືອງ ມີຄວາມຫຼາກຫຼາຍທາງດ້ານປະຫັວດສາດ ຄວາມຫລາກຫລາຍວັດທະນະທຳ ແລະທຳມະຊາດ ເວົ້າສະເພາະຢູ່ ສປປ. ລາວ ເຮົາມີຄວາມສະຫງົບດີ ຄວາມເປັນລະບຽບຮຽບຮ້ອຍ ແຫຼ່ງທ່ອງທ່ຽວທາງປະຫັວດສາດ-ວັດທະນະທຳ ແລະທຳມະຊາດ ນັບມື້ໄດ້ຮັບການຂຸດຄົ້ນຫລາຍຂື້ນ
ສປປ. ລາວ ຍັງວາງຄາດຫມາຍໄວ້ວ່າຮອດປີ 2020 ຈະສາມາດດຶງດູດນັກທ່ອງທ່ຽວຕ່າງປະເທດ ເຂົ້າມາທ່ຽວຢູ່ປະເທດລາວ ຫຼາຍກ່ວາ 6 ລ້ານຄົນ ຕໍ່ປີ ສ້າງລາຍຮັບຈາກການທ່ອງທ່ຽວໃຫ້ໄດ້ 953 ລ້ານໂດລາສະຫາລັດຕໍ່ປີ ເພື່ອບັນລຸໄປຕາມເປົ້າໝາຍດັ່ງກ່າວ ກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະທ່ອງທ່ຽວ ໄດ້ເປີດເຜີຍເມື່ອບໍ່ດົນມານີ້ວ່າ ຈະຕ້ອງໄດ້ສືບຕໍ່ພັດທະນາການທ່ອງທ່ຽວລາວ ໃຫ້ມີຄວາມຍືນຍົງ ຕາມທິດສົ່ງເສີມການທ່ອງທ່ຽວທຳມະຊາດວັດທະນະທຳ ແລະປະຫວັດສາດ ເຮັດໃຫ້ປະເທດລາວເຮົາ ກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວຂອງນັກທ່ອງທ່ຽວຈາກທົ່ວໂລກ ເປັນພື້ນຖານໃນການເຊື່ອມໂຍງເຂົ້າກັບການທ່ອງທ່ຽວຢູ່ໃນລະດັບພາກພື້ນ-ສາກົນ ການພັດທະນາ ແລະການສົ່ງເສີມ ການທ່ອງທ່ຽວໃຫ້ກາຍເປັນອຸດສາຫະກຳ ແລະເປັນຂະແໜງເສດຖະກິດນຳໜ້າ ເພື່ອຊ່ວຍເຮັດໃຫ້ປະຊາຊົນມີວຽກເຮັດງານທຳ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ຕາມນະໂຍບາຍຂອງລັດຖະບານ ປະກອບສ່ວນຊຸກຍູ້ເຮັດໃຫ້ລາຍໄດ້ແຫ່ງຊາດເພີ່ມຂຶ້ນໃນລະດັບທີ່ແນ່ນອນ