ລັດຖະບານ ຈະພັດທະນາແຫຼ່ງທ່ອງທ່ຽວໃຫ້ເປັນຈຸດສຸມ ໄດ້ມາດຕະຖານການທ່ອງທ່ຽວ ລະດັບຊາດ, ແຂວງ ແລະ ເມືອງ ໃນການດຶງດູດນັກທ່ອງທ່ຽວ, ຊື່ງຈະກຳນົດເອົາແຫຼ່ງທ່ອງທ່ຽວ ເປັນບູລິມະສິດ ໃນການພັດຖະນາ 23 ແຫ່ງທົ່ວປະເທດ ແລະ ແຕ່ລະແຂວງ ກຳນົດເອົາ 20 ແຫ່ງເປັນຈຸດສຸມພັດຖະນາ ຮອດປີ 2020. ປັດຈຸບບັນ ສະຖານທີ່ທ່ອງທ່ຽວຂອງລາວ ມີ 1.900 ກວ່າແຫ່ງ ເປັນຈຸດພັດທະນາ. ທ່ານ ນາງ ພອນມະລີ ອິນທະພົນ ຮອງຫົວໜ້າກົມພັດທະນາການທ່ອງທ່ຽວ ເປີດເຜີຍວ່າ: ປັດຈຸບັນລັດຖະບານ ກໍໍ່ຄື ພາກສ່ວນທີ່ກ່ຽວຂ້ອງໄດ້ກະກຽມສ້າງແຜນ ໃນການຈັດແຫຼ່ງທ່ອງທ່ຽວ ເປັນບຸລິມະສິດການຄຸ້ມຄອງ ແຕ່ຂັ້ນສູນກາງ ລົງຮອດທ້ອງຖິ່ນ ເພື່ອເລັ່ງໃນປັບປຸງການທ່ອງທ່ຽວ ໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບ ໂດຍຈະກຳນົດເອົາ 23 ແຫ່ງທ່ອງທ່ຽວ ທີ່ມີຊື່ສຽງໃນທົ່ວປະເທດ ແລະ ແຕ່ລະແຂວງ ກໍ່ຈະກຳນົດພັດທະນາໃຫ້ໄດ້ 20 ແຫ່ງ. ການພັດທະນາດັ່ງກ່າວ, ຜ່ານມາ ການນຳຂອງແຕ່ລະແຂວງ ກໍ່ໄດ້ເຊັັັນຮັບຮອງເຫັນດີ ໃຫ້ມີການກຳນົດຢ່າງຈະແຈ້ງ ລະຫວ່າງ ຂັ້ນສູນກາງ ແລະ ທ້ອງຖິ່ນ ບໍ່ວ່າຈະເປັນແຫຼ່ງທ່ອງທ່ຽວ ທາງທຳມະຊາດ, ວັດຖະນາທຳ ແລະ ປະຫວັດສາດ ເພື່ອພັັດທະນາເປັນແຫຼ່ງທ່ອງທ່ຽວແບບຍືນຍົງ. ລັດຖະບານ ໄດ້ເຫັນຄວາມສຳຄັນຂອງວຽກງານທ່ອງທ່ຽວ, ຊຶ່ງຖືເປັນໜຶ່ງໃນ 14 ວຽກງານ ບູລິມະສິດຂອງລັດຖະບານ ສຳລັດການຈັດຕັ້ງປະຕິບັດແຜນພັດຖະນາເສດຖະກິດ-ສັງຄົມ ໃນປີ 2017 ຊື່ງຜ່ານມາລັດຖະບານ ກໍ່ໄດ້ຍົກສູງຄຸນຄ່າທາງດ້ານວັດທະນາທໍາ ແລະ ການປົກປັກຮັກສາ ມໍລະດົກແຫ່ງຊາດ ໃນການປະຕິສັງຂອນ ຫໍພະແກ້ວ, ວັດສີສະເກດ, ພະທາດຫຼວງ ແລະ ອື່ນໆ ເພື່ອໃຫ້ທົ່ວສັງຄົມ ກໍ່ຄື ນັກທ່ອງທ່ຽວໄດ້ສືບຕໍ່ຮຽນຮູ້ ແລະ ຊື່ນຊົມວັດຖະນາທຳ ແລະ ມໍລະດົກຂອງຊາດລາວເຮົາ.
Editor: ຕະວັນ ແສງສະຫວັນ