ໃນວັນທີ 12 ກໍລະກົດ 2017 ກະຊວງ ໄປສະນີ ໂທລະຄົມ-ມະນາຄົມ ແລະ ການສື່ສານ ໄດ້ຈັດງານແຂງຂັນໄອຊີທີລາວ 2017 ຫຼື Lao ICT award 2017 ຂື້ນທີ່ສະໜາມກິລາບູໂດ, ຊຶ່ງເປັນກຽດຮ່ວມໂດຍ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມ-ມະນາຄົມ ແລະ ການສື່ສານ, ພ້ອມດ້ວຍແຂກທີ່ຖືກເຊີນ ຈາກບັນດາກະຊວງ ອົງການທຽບເທົ່າ ບໍລິສັດ ທາງດ້ານໄອຊີທີ ທະນາຄານ, ຫົວໜ່ວຍທຸລະກິດ ແລະ ສະຖາບັນການສຶກສາຕ່າງໆເຂົ້າຮ່ວມ, ງານແຂ່ງຂັນ ໄອຊີທີ ຄັ້ງນີ້ຈັດຂຶ້ນໃນວັນດຽວ ຊຶ່ງພາກເຊົ້າແມ່ນການແຂ່ງຂັນນຳສະເໜີຜະລິດຕະພັນ ໄອຊີທີ ຂອງຜູ້ເຂົ້າແຂ່ງຂັນທັງໜົດ 10 ທີມ ແບ່ງອອກເປັນ 6 ໜວດ ຄື:
1. ໜວດກ່ຽວກັບພາກລັດ
2, ໜວດກ່ຽວກັບພາກເອກະຊົນ
3, ໜວດເພືອສັງຄົມ
4, ໜວດເນື້ອໃນດິຈິຕອນ
5, ໜວດບໍລິສັດສ້າງຕັ້ງໃໜ່ ດ້ານໄອຊີທີ
6, ໜວດຄົ້ນຄົ້ວ-ພັດທະນາດ້ານໄອຊີທີ
ສຳລັບລາງວັນທີ 1 ໄດ້ຮັບເງີນສົດ 8 ລ້ານກີບ ແລະ ຄອມພິມເຕີໂນດບຸກ 1 ເຄື່ອງ ຮອງສະນະເລີດໄດ້ເງີນສົດ 4 ລ້ານກີບແລະແທັບແລັດ 1 ເຄືອງ ແລະ ພິເສດ ສຳລັບທີມທີ່ສະນະເລີດໃນຄັ້ງນີ້ ຈະເປັນຕົວແທນຕາງໜ້າໃຫ້ປະເທດໄປແຂງຂັນໃນງານ ASEAN ICT Award 2017 ທີ່ຈະຈັດຂຶ້ນ ຢູ່ທີປະເທດກຳປູເຈຍ ໃນທ້າຍເດືອນ ພະຈິກ 2017 ນີ້.
Editor: ກຳປານາດ ລັດຖະເຮົ້າ