ເມື່ອບໍ່ດົນມານີ້, ຄະນະກໍາມະການຮ່ວມມືແກ້ໄຂບັນຫາຢາເສບຕິດ ລະຫວ່າງ ຊາຍແດນ ເມືອງຊະນະສົມບູນ ແຂວງຈຳປາສັກ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ເມືອງໂຂງຈຽມ, ແຂວງອຸບົນລາດສະທານີ ລາດຊະອານາຈັັກໄທ ໄດ້ເປີດກອງປະຊຸມຮ່ວມມືແກ້ໄຂບັນຫາຢາເສບຕິດ ລະຫວ່າງຊາຍແດນຄັ້ງທີ 8 ຂື້ນຢ່າງເປັນທາງການ ໂດຍຮັບກຽດເປັນເຈົ້າພາບເປີດໃນຄັ້ງນີ້ ຂອງທາງອຳນາດການປົກຄອງເມືອງຊະນະສົມບູນ. ເຊີ່ງພາຍໃຕ້ຮັບກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມບູນ ເຮືອງວົງສາ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຊະນະສົມບູນ, ທັງເປັນປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ ພ້ອມດ້ວຍທ່ານ ສິຮິໄຊ ອິດທິວົງສຸພາກິດ ເຈົ້າເມືອງໂຂງຈຽມ ມີຄະນະກໍາມະການທີ່ກ່ຽວຂ້ອງທັງ 2 ຝ່າຍເຂົ້າຮ່ວມ.
ວາລະສຳຄັນໃນກອງປະຊຸມຄັ້ງນີ້:ບັນດາຜູ້ແທນທັງ 2 ຝ່າຍທີ່ເຂົ້າຮ່ວມກໍ່ໄດ້ພັດປ່ຽນກັນລາຍງານທົບທວນສະພາບການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະຊຸມຄັງທີ 7 ກໍ່ຄືການປະສານງານຮ່ວມມືແກ້ໄຂບັນຫາຢາເສບຕິດລະຫວ່າງຊາຍແດນຢ່າງເຂັ້ມງວດໂດຍມີການແລກປ່ຽນຂໍ້ມູນຂ່າວສານດ້ານຢາເສບຕິດຂອງເຈົ້າໜ້າທີ່ ( BLO ) ທັງສອງຝ່າຍ ເພື່ອເຝົ້າລະວັງ,ຕິດຕາມກຸ່ມຄົນບໍ່ຫວັງດີທີ່ສວຍໃຊ້ໂອກາດລັກລ້ອມຂົນສົ່ງຄາຂາຍຢາເສບຕິດຜ່ານຈຸດເຂົ້າ - ອອກ ບໍລິເວນຊາຍແດນຕາມລໍາແມ່ນ້ຳຂອງ ຂອງສອງເມືອງ.ແຕ່ເຖີງວ່າຄະນະກຳມະການທັງສອງຝ່າຍໄດ້ມີການຮ່ວມມືກັນຢ່າງຕັ້ງໜ້າ ແຕ່ກໍ່ຍັງມີປະກົດການຫຍໍ້ທໍ້ເຊີ່ງກຸ່ມຄົນບໍ່ຫວັງດີຈຳນວນໜຶ່ງຍັງພະຍາຍາມສວຍໃຊ້ພື້ນທີ່ອັນຍາວຢຽດ ແລະ ສະຫຼັບສັບຊ້ອນຕາມລຳແມ່ນ້ຳຂອງເຄື່ອນໄຫວລັກລ້ອມຂົນສົ່ງຢາເສບຕິດ ແລະ ສິ່ງທີ່ຜິດກົດໝາຍອື່ນໆ... ສາເຫດກໍ່ຍ້ອນວ່າພໍ່ແມ່ປະຊາຊົນທັງ 2 ຝັງມີການໄປມາຫາສູ່ຍັງຢູ່ໃນຮູບແບບປະເພນີ້ ໂດຍບໍ່ປະຕິບັດຕາມລະບຽບກົດໝາຍທີ່ທັງ 2 ຮ່ວມກັນກຳນົດໄວ້ຈິ່ງເປັນບັນຫາຂອດຫຍຸ້ງຍາກໃນການຕິດຕາມກວດກ້າຂອງເຈົ້າໜ້າທີ່. ເພື່ອສຶບຕໍ່ສະກັດກັ້ນແກ້ໄຂບັນຫາຢາເສບຕິດ ແລະ ການຮ່ວມມືທາງດ້ານອື່ນໆລະຫວ່າງ ຊາຍແດນເມືອງຊະນະສົມບູນ ແຂວງຈຳປາສັກ ກັບ ເມືອງໂຂງຈຽມ ແຂວງອຸບົນລາດສະທານີ. ຄະນະຜູ້ແທນທັງ 2 ຝ່າຍກໍ່ຍັງໄດ້ລົງນາມເຊັນສັນຍາສ້າງບົດບັນທຶກຮ່ວມກັນຕ້ານແກ້ໄຂບັນຫາຢາເສບຕິດລະຫວ່າງຊາຍແດນຄັ້ງທີ 8 ພ້ອມທັງມອບຂອງຂວັນທີ່ລະນຶກເຊີ່ງກັນ ແລະ ກັນອິກດ້ວຍ ບັນນາທິການຂ່າວແຂວງ
Editor: ກຳປານາດ ລັດຖະເຮົ້າ