ກອງປະຊຸມປະສານສົມທົບແລກປ່ຽນບົດຮຽນວຽກງານປ້ອງກັນຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ລະຫວ່າງ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ ສປປ ລາວ ກັບ ກອງບັນຊາການຕໍາຫຼວດ ແຂວງ ເງະອານ ສ.ສ ຫວຽດນາມ ໄດ້ໄຂຂື້ນ ໃນວັນທີ 13 ກໍລະກົດ 2018 ຢູ່ທີເມືອງປາກຊັນ ແຂວງບໍລິຄໍາໄຊ, ເຊີ່ງຄະນະຜູ້ແທນກອງບັນຊາການ ຕໍາຫຼວດ ແຂວງເງະອານ ນໍາໂດຍທ່ານ ພັນເອກ ເລ ຄັກ ທຽດ ຮອງຫົວໜ້າກອງບັນຊາການຕໍາຫຼວດ ແຂວງ ເງະອານ, ຄະນະຜູ້ແທນ ປກສ ແຂວງບໍລິຄໍາໄຊ ນໍາໂດຍທ່ານ ພັນເອກ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ມີຄະນະພັກ, ຄະນະຫ້ອງ, ປກສ ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງທັງ 2 ກອງບັນຊາການ ເຂົ້າຮ່ວມ.
ໃນກອງປະຊຸມຄະນະຜູ້ແທນທັງສອງຝ່າຍ ໄດ້ຜັດປ່ຽນກັນຂື້ນລາຍງານສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ພາຍໃນແຂວງຂອງຕົນໄລຍະ 1 ຜ່ານມາໃຫ້ກັນ ແລະ ກັນໄດ້ຮັບຮູ້, ເຊິ່ງຄະນະຜູ້ແທນທັງສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືຂອງສອງຝ່າຍໃນການປົກປັກຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ປະສານສົມທົບຢ່າງໜັກແໜ້ນໃນແລກປ່ຽນຂໍ້ມູນຂ່າວສານຕ່າງໆເຊີ່ງກັນ ແລະ ກັນ ເປັນຕົ້ນແມ່ນບັນດາຂໍ້ມູນຂ່າວສານ ທີ່ພົວພັນເຖີງຄວາມສະຫງົບຂອງຊາດ ກໍ່ຄືສອງແຂວງ,ສ່ວນທິດທາງແຜນການໃນຕໍ່ໜ້າທັງສອງກອງບັນຊາການຈະສືບຕໍ່ສືກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກ
ງານ-ນັກຮົບ ແລະ ປະຊາຊົນຂອງສອງປະເທດ ໃຫ້ມີສະຕິເຄົາລົບລະບຽບກົດໝາຍຂອງສອງປະເທດຢ່າງເຂັ້ມງວດ,ສືບຕໍ່ຮ່ວມມືຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໃນການກໍ່ສ້າງພະນັກງານ, ປະສານສົມທົບແລກປ່ຽນບົດຮຽນທາງດ້ານພາສາ, ວັດທະນາທໍາຮິດຄອງປະເພນີອັນດີງາມ ລະຫວ່າງ ປະເທດ ແລະ ວຽກງານດ້ານອື່ນໆ, ປະສານສົມທົບຮ່ວມມືກັນໃນການຕ້ານ ແລະ ສະກັດກັ້ນອາດສະຍາກໍາຂ້າມຊາດ, ພວກຄ້າ-ຂາຍຢາເສບຕິດ, ຄ້າມະນຸດ, ຄ້າ-ຂາຍເຖື່ອນ, ອາວຸດເສີກ, ແລະ ບັນຫາການຄ້າ-ຂາຍຊັບພະຍາກອນທໍາມະຊາດທີ່ຜິດກົດໝາຍ ໃຫ້ນັບມື້ຫຼຸດໜ້ອຍຖອຍລົງເປັນກ້າວໆ, ທີ່ປະຊຸມບັນດາຜູ້ແທນຍັງໄດ້ປະກອບຄໍາຄິດຄໍາເຫັນຕໍ່ກັບບົດລາຍງານ ແຈ້ງສະພາບ ແລະ ຍົກໃຫ້ເຫັນບາງສະພາບການ ທີ່ພົ້ນເດັ່ນທີ່ເກີດຂື້ນໃນຄວາມຮັບຜິດຊອບຂອງຕົນ.
ໂອກາດດຽວກັນທັງສອງຝ່າຍ ກໍ່ໄດ້ເປັນເອກະພາບກັນສ້າງບົດບັນທືກຊ່ວຍຈໍາ ເພື່ອເປັນທິດທາງແຜນການໃນຕໍ່ໜ້າ ໃນການຈັດຕັ້ງເຄື່ອນໄຫວວຽກງານປ້ອງກັນຄວາມສະຫງົບຢູ່ແຕ່ລະທ້ອງຖິ່ນຂອງຕົນໃຫ້ມີປະສິດທິຜົນສູງແນ່ໃສ່ເຮັດໃຫ້ທົ່ວແຂວງ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພ ແລະ ພັດປ່ຽນກັນເປັນເຈົ້າພາບ ຈັດກອງປະຊຸມປະສານສົມທົບແລກປ່ຽນວຽກງານປ້ອງກັນຄວາມສະຫງົບ-ຄວາມເປັນລະ
ບຽບຮຽບຮ້ອຍຮ່ວມກັນໃນແຕ່ລະປີ, ຫຼັງຈາກນັ້ນ ທັງສອງຝ່າຍກໍ່ໄດ້ພ້ອມກັນເຊັນບົດບັນທືກຊ່ວຍຈໍາ ໂດຍການລົງນາມຂອງທ່ານ ພັນເອກ ທອງໃບ ລໍວັນໄຊ ຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ ກັບ ທ່ານ ພັນເອກ ເລ ຄັກ ທຽດ ຮອງຫົວໜ້າກອງບັນຊາການ ຕໍາຫຼວດ ແຂວງ ເງະອານ, ພ້ອມທັງມອບຂອງຂວັນທີ່ລະນືກໃຫ້ເຊີ່ງກັນ ແລະ ກັນ ຕື່ມອີກ.
Editor: ປກສ ແຂວງບໍຄຳໄຊ