ກອງປະຊຸມໃຫຍ່ຄັ້ງທີ V ຂອງໜ່ວຍສະຫະພັນແມ່ຍິງ ປ້ອງກັນຄວາມສະຫງົບ ເມືອງໂພນໂຮງ ແຂວງວຽງຈັນ ຈັດຂື້ນໃນວັນທີ 17 ກໍລະກົດ 2018 ນີ້ ຢູ່ທີ່ສະໂມສອນກອງດັ່ງກ່າວ ໃຫ້ກຽດເຂົ້າຮ່ວມມີສະຫາຍ ນາງ ລຳເງິນ ພັນທະວົງ, ກໍາມະການພັກເມືອງ ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງ ເມືອງ ໂພນໂຮງ, ມີສະຫາຍ ພັນໂທ ລາພັນ ໄຊທອງສາ ກຳມະການພັກເມືອງ ຫົວໜ້າກອງບັນຊາການ ປ້ອງກັນຄວາມສະຫງົບເມືອງ , ມີບັນດາຫົວໜ້າຫ້ອງການ, ພະແນກການ, ກົມກອງອ້ອມຂ້າງ ແລະ ເອື້ອຍນ້ອງແມ່ຍິງ ພາຍໃນກອງດັ່ງກ່າວ ເຂົ້າຮ່ວມ.
ທີ່ປະຊຸມໄດ້ຮັບຟັງການຜ່ານບົດລາຍງານການເຄື່ອນໄຫວວຽກງານ ແລະ ທິດທາງແຜນການ ຄັ້ງທີ VI ຂອງໜ່ວຍ ຈາກສະຫາຍ ພັນຕີ ນາງ ອິນຖາວອນ ທິບພະວົງ ຄະນະບໍລິຫານງານສະຫະພັນແມ່ຍິງເມືອງ ປະທານສະຫະພັນແມ່ຍິງ ໜ່ວຍ ປ້ອງກັນຄວາມສະຫງົບເມືອງ ຊຶ່ງໃຫ້ຮູ້ວ່າ: ສະຫະພັນແມ່ຍິງ ໜ່ວຍ ປ້ອງກັນຄວາມສະຫງົບ ເມືອງໂພນໂຮງ ມີສະມາຊິກທັງໝົດ 42 ສະຫາຍ ໄລຍະຜ່ານມາ ຄະນະໜ່ວຍ ກໍ່ຄືເອື້ອຍນ້ອງແມ່ຍິງໄດ້ຕັ້ງໜ້າເຄື່ອນໄຫວຕາມພາລະບົດບາດ ແລະ ວິຊາສະເພາະ ຢ່າງຫ້າວຫັນ, ມີຄວາມສາມັກຄີກັນດີ ສະແດງອອກ ໄລຍະ 5 ປີຜ່ານມາ ຄະນະໜ່ວຍໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດເປັນບັນຫາສຳຄັນ ໂດຍການນຳເອົາມະຕິ, ຄໍາສັ່ງຂອງພັກ ລະບຽບກົດໝາຍຂອງລັດ ມາເຜີຍແຜ່ໃຫ້ເອື້ອຍນ້ອງແມ່ຍິງຢ່າງທົ່ວເຖິງ ອັນໄດ້ເຮັດໃຫ້ເອື້ອຍນ້ອງແມ່ຍິງພາຍໃນໜ່ວຍ ມີແນວຄິດຫັຼກໝັ້ນ,ຈຳແນກມິດ ສັດຕູ ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານຕ່າງ ດ້ວຍຄວາມຮັບຜິດຊອບສູງ ຄຽງຄູ່ກັນນີ້ ໜ່ວຍສະຫະພັນແມ່ຍິງ ປ້ອງກັນຄວາມສະຫງົບເມືອງ ຍັງໄດ້ປັບປຸງລະບົບການຕັ້ງ, ແບບແຜນວິທີເຮັດວຽກພາຍໃນໜ່ວຍດີຂື້ນ ສະແດງອອກ ໄດ້ຂະຫຍາຍສະມາຊິກໃໝ່ ໄດ້ 14 ສະຫາຍ,ໄດ້ຮັບການເລື້ອນຊັ້ນ 25 ສະຫາຍ ແລະ ໄດ້ຮັບການຍ້ອງຍໍ ຂັ້ນເຈົ້າແຂວງ 25 ສະຫາຍ. ນອກນີ້ໜ່ວຍສະຫະພັນແມ່ຍິງ ປ້ອງກັນຄວາມສະຫງົບເມືອງໂພນໂຮງ ຍັງໄດ້ເປັນເຈົ້າການປະຕິບັດຂໍ້ແຂ່ງຂັນ 3 ດີ ດ້ວຍການປູກເຂົ້າ, ລ້ຽງສັດປີກ ແລະ ຫັດຖະກຳຈັກສານ ແນ່ໃສ່ເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ທ່າກ້າວດີຂື້ນ.
ທີ່ປະຊຸມຍັງປ່ອນບັດ ຄັດເລືອກເອົາ ຄະນະບໍລິຫານສະຫະພັນແມ່ຍິງຊຸດໃໝ່ ທີ່ປະຊຸມໄດ້ຕົກລົງ ເລືອກເອົາ ສະຫາຍ ພັນຕີ ນາງ ບຸນຕີ ມະນີວົງ ເປັນປະທານສະຫະພັນແມ່ຍິງ, ເລືອກເອົາ ສະຫາຍ ພັນຕີ ນາງ ລຳພູນ
ວົງວິຈິດ ແລະ ສະຫາຍ ພັນຕີ ນາງ ອານົງ ເພັງວັນໄຊ ເປັນຮອງປະທານ ເພື່ອຊີ້ນຳ-ນຳພາ ວຽກງານສະຫະພັນແມ່ຍິງ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງໂພນໂຮງ ໃຫ້ມີການເຕີບໃຫຍ່ເຂັ້ມແຂງຂື້ນເລື້ອຍໆ.
Editor: ນັກຂ່າວເມືອງໂພນໂຮງ