ໃນທ້າຍອາທິດຜ່ານມານີ້, ຄະນະບໍລິຫານງານຊາວໜຸ່ມແຂວງຄໍາມ່ວນ ໄດ້ລົງເຄື່ອນໄຫວໂອ້ລົມ ເຮັດວຽກຮ່ວມກັບ ຄະນະພັກ, ຄະນະຊາວໜຸ່ມບ້ານ 3 ສ້າງ ຈຸດສຸມປ່າໜາມ ເມືອງມະຫາໄຊ ເຊິ່ງນຳໂດຍສະຫາຍ ນາງ ວົງພະຈັນ ສີບຸນເຮືອງ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ພ້ອມຄະນະ ໂດຍການເປັນປະທານ ແລະ ກ່າວຕ້ອນຮັບຂອງທ່ານ ບົວພັນ ແສງຈັນ ເຈົ້າເມືອງໆມະຫາໄຊ, ແຂວງຄໍາມ່ວນ ມີຄະນະພັກ ຄະນະນໍາບ້ານ, ອຳນາດການປົກຄອງ, ແນວໂຮມ ພ້ອມດ້ວຍພໍ່ແມ່ປະຊາຊົນ, ສະມາຊິກຊາວໜຸ່ມ ເຂົ້າຮ່ວມ.
ການລົງໂອ້ລົມ ໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານຊາວໜຸ່ມ-ເຍົາວະຊົນ ຂັ້ນບ້ານໃນໄລຍະຜ່ານມາ ເຊິ່ງທ່ານໄດ້ຍົກໃຫ້ເຫັນບາງບັນຫາທີ່ພົ້ນເດັ່ນ ເປັນຕົ້ນ: ທົ່ວຈຸດສຸມປ່າໜາມ ມີທັງໝົດ 8 ບ້ານ ມີ 1.048 ຄອບຄົວ ມີພົນລະເມືອງ 5.148 ຄົນ, ຍິງ 2.629 ຄົນ, ມີໄວໜຸ່ມ (ອາຍຸ 15-35) ທັງໝົດ 3.120 ສະຫາຍ ຍິງ 1.002 ສະຫາຍ ເປັນສະມາຊິກຊາວໜຸ່ມປະຊາຊົນ ປະຕິວັດລາວ ຈຳນວນ 366 ສະຫາຍ ຍິງ 169 ສະຫາຍ ໄດ້ພ້ອມກັນສຸມໃສ່ຕໍ່ການຈັດຕັ້ງປະຕິບັດຂະບວນແຂ່ງຂັນ 4 ບຸກຢ່າງຕັ້ງໜ້າ ໄດ້ປະກາດເປັນໜ່ວຍ 4 ບຸກ ແລະ ສະມາຊິກຊາວໜຸ່ມ 4 ບຸກ ແລ້ວ 2 ປີຊ້ອນ. ເນື່ອງໃນໂອກາດດັ່ງກ່າວ ກໍ່ໄດ້ມີການຜ່ານບາງນິຕິກຳ ທີ່ກ່ຽວຂ້ອງກັບສະມາຊິກຊາວໜຸ່ມຂັ້ນບ້ານ ເພື່ອເຮັດໃຫ້ເຂົາເຈົ້າໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງເຖິງຖອງ ກຳແໜ້ນໄດ້ຕໍ່ສິດ, ໜ້າທີ່, ພາລະບົດບາດການນຳພາ ກໍ່ຄືການຈັດຕັ້ງປະຕິບັດໜ້າວຽກງານຕ່າງໆ ທີ່ການຈັດຕັ້ງບ້ານພ້ອມດ້ວຍສະມາຊິກຊາວໜຸ່ມ ຈະຕ້ອງໄດ້ສຸມໃສ່ຢ່າງຕັ້ງໜ້າ ໃຫ້ເປັນຮູບປະທຳ ທີ່ຢູ່ໃນເຂດຄວາມຮັບຜິດຊອບຂອງຕົນ.
ພ້ອມດຽວກັນນັ້ນກໍ່ ຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ເຊິ່ງທ່ານໄດ້ຕີລາຄາສູງຕໍ່ໝາກຜົນໃນການຈັດຕັ້ງປະຕິບັດວຽກງານຊາວໜຸ່ມໃນຂົງເຂດດັ່ງກ່າວຕະຫຼອດໄລຍະຜ່ານມາ ເຫັນໄດ້ວ່າ ຍັງມີບາງດ້ານທີ່ຈະຕ້ອງໄດ້ພ້ອມກັນສຸມໃສ່ຢ່າງຕັ້ງໜ້າ ເພື່ອກະກຽມໃຫ້ແກ່ການປະກາດເປັນຕົວເມືອງນ້ອຍໃນຊົນນະບົດ ຄື: ໃຫ້ຄະນະພັກບ້ານ, ອໍານາດການປົກຄອງ ພ້ອມດ້ວຍເລຂາຊາວໜຸ່ມໃນແຕ່ລະຂົງເຂດ ເອົາໃຈໃສ່ສືບຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ຖືເອົາວຽກງານອົບຮົມແນວຄິດເປັນຫຼັກ ໃນການເຄື່ອນໄຫວວຽກງານ ເພື່ອໃຫ້ມີຄວາມສະດວກ ແລະ ວ່ອງໄວ, ເອົາໃຈໃສ່ຕໍ່ການປັບປຸງແບບແຜນວິທີເຮັດວຽກ-ແບບແຜນການນຳພາ ຕ້ອງມີການສ່ອງແສງລາຍງານໜ້າວຽກຢ່າງເປັນປົກກະຕິຕໍ່ເນື່ອງ ເພື່ອໃຫ້ຄະນະພັກຂັ້ນຕົນໄດ້ຮັບຮູ້ ແລະ ພ້ອມກັນແກ້ໄຂສິ່ງທີ່ຫຍໍ້ທໍ້ໃຫ້ທ່ວງທັນກັບສະພາບການຕົວຈິງ, ພ້ອມກັນແກ້ໄຂບາງປາກົດການຫຍໍ້ທໍ້ທີ່ເກີດກັບຊາວໜຸ່ມ-ເຍົາວະຊົນ, ນໍາພາເຄື່ອນໄຫວຂະບວນການຕ່າງໆໃຫ້ເປັນຂະບວນຟົດຟື້ນ ເພື່ອດຶງດູດເອົາສະມາຊິກຊາວໜຸ່ມເຂົ້າຮ່ວມຂະບວນການ ພ້ອມໆກັບການປັບປຸງການຈັດຕັ້ງຊາວໜຸ່ມ-ເຍົາວະຊົນ ໃຫ້ເຕີບໃຫຍ່, ກວ້າງຂວາງ ແລະ ເຂັ້ມແຂງ.
Editor: ນັກຂ່າວເມືອງຊາວໜຸ່ມແຂວງ