ກອງປະຊຸມວຽກງານປ້ອງກັນສຸຂະພາບ ຂັ້ນເມືອງ ປະຈໍາໄຕມາດ 1 ໄຂຂື້ນທີ່ຫ້ອງປະຊຸມຂອງຫ້ອງການສາທາລະນະສຸກ ເມືອງຊະນະຄາມ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ສະໝານ ວິເສດຍະພົງ ເລຂາພັກເມືອງ ເຈົ້າເມືອງ - ເມືອງຊະນະຄາມ, ມີທ່ານ ດຣ ດາວແກ້ວ ສີຫາລາດ ຫົວໜ້າຫ້ອງການ ສາທາລະນະສຸກເມືອງ,ມີຄະນະປະຈຳພັກເມືອງ ກຳມະການພັກເມືອງ ຫົວໜ້າຫ້ອງການ ແລະ ພະນັກງານຫ້ອງການສາທາລະນະສຸກແຂວງ - ເມືອງ ເຂົ້າຮ່ວາມຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ຮັບຟັງກາານສັງລວມ ວຽກງານປ້ອງກັນສຸຂະພາບ ປະຈໍາໄຕມາດ 1 ປີ 2018, ຮັບຟັງການຕິດຕາມປະເມີນຜົນ ການຈັດຕັ້ງປະຕິບັດວຽກງານກອງທຶນປະກັນສຸຂະພາບແມ່ນມີຄວາມຈຳເປັນ ໂດຍອີງຕາມຕົວຊີວັດ, ຄະນະກໍາມະການຄຸ່ມຄອງກອງທຶນ ມີໜ້າທີ່ໃນການຈັດໃຫ້ມີການທົບທວນການຈັດຕັ້ງປະຕິບັດ ວຽກງານກອງທຶນ ແລະ ຫ້ອງການປະກັນສຸຂະພາບ ມີໜ້າທີເກັບກຳສັງລວມ ຂໍ້ມູນລາຍງານຄວາມຄືບໜ້າຂອງກອງທຶນ, ການປະເມີນຜົນໄລຍະສຸດທ້າຍຂອງການຈັດຕັ້ງປະຕິບັດ ຈະໄດ້ປະກອບຂໍ້ມູນໃຫ້ແກ່ການປັບປຸງ ແລະ ວາງຍຸດທະສາດໃນຕໍ່ໜ້າ ພ້ອມທັງ ກຳນົດມາດຕະການ ເພື່ອແກ້ໄຂບັນດາຈຸດອ່ອນ ແລະ ສິ່ງທ້າທາຍຕ່າງໆ.
ຈຸດປະສົງ ສະເພາະຂອງວຽກງານປ້ອງກັນສຸຂະພາບ ກໍ່ເພື່ອພັດທະນານິຕິກໍາ ແລະ ຂອບການບໍລິຫານຕ່າງ,ເພື່ອດຳເນີນລະບົບປ້ອງກັນສຸຂະພາບແຫ່ງຊາດ ລະບົບປົກປ້ອງສັງຄົມດ້ານສຸຂະພາບ, ພັດທະນາການບໍລິຫານ ລະບົບປ້ອງກັນສຸຂະພາບ ໃຫ້ມີປະສິດທິພາບ, ປະສານງານກັບພາກສ່ວນທີ່ກ່ຽວຂ້ອງໃນການດໍາເນີນການປະຕິຮູບທີ່ຈຳເປັນ ຢູ່ສະຖານທີ່ບໍລິການ ເພື່ອຮັບປະກັນການປົກຄຸມເອົາປະຊາກອນຢ່າງເປັນທຳ ແລະ ມີປະສິດທີຜົນ.
Editor: ເມືອງຊະນະຄາມ