ໃນລະຫວ່າງ ວັນທີ 11-12 ກໍລະກົດ 2018 ນີ້ ເມືອງທຸລະຄົມ, ແຂວງວຽງຈັນ ເປີດຊຸດຝຶກອົບຮົມວຽກງານການເມືອງ-ແນວຄິດໃຫ້ລັດຖະກອນໃຫມ່ ປະຈຳປີ 2018 ຂຶ້ນ ຢູ່ທີ່ສະໂມສອນຂອງເມືອງທຸລະຄົມ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເສດໄຊ ວິໄລໄຟ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງໆທຸລະຄົມ ມີທ່ານ ນາງ ກອງແກ້ວ ຄຳພັນ ຄະນະຫົວຫນ້າຫ້ອງການໂຄສະນາອົບຮົມເມືອງ, ມີບັນດາຄະນະຮັບຜິດຊອບບັ້ນຝຶກອົບຮົມ, ຫົວໜ້າຫ້ອງການອ້ອມຂ້າງທົ່ວເມືອງ ແລະ ບັນດານັກສຳມະນາກອນເຂົ້າຮ່ວມ.
ພິທີເປີດຊຸດຝຶກອົບຮົມຄັ້ງນີ້ ກໍ່ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດໃນການຈັດຕັ້ງປະຕິບັດວຽກງານ ກໍ່ຄືການຮັບຮູ້ ແລະ ເຂົ້າໃຈ ເພື່ອກຳແຫນ້ນໃນການປະຕິບັດແນວທາງຂອງພັກ, ກົດຫມາຍຂອງລັດ ແລະ ທັງເປັນການຜັນຂະຫຍາຍເນື້ອໃນຈິດໃຈຂອງກອງປະຊຸມວຽກງານແນວຄິດຂອງເມືອງ, ໂດຍສະເພາະ ກໍ່ແມ່ນຍຸດທະສາດໃນການພັດທະນາວຽກງານແນວຄິດແຕ່ນີ້ ຫາ ປີ 2030 ເພື່ອຍົກສູງພາລະບົດບາດຂອງພະນັກງານໃນການຈັດຕັ້ງປະຕິບັດຫນ້າທີ່ວຽກງານຕາມຂອບເຂດຄວາມຮັບຜິດຊອບ ເອກກະສານທີ່ນຳມາເຜີຍແຜ່ໃນບັ້ນຝຶກອົບຮົມຊຸດນີ້ ປະກອບມີ 6 ເອກະສານ ຄື: ເອກະສານການກຳເນີດ ແລະ ຜົນງານອັນຍິ່ງໃຫຍ່ໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ເອກະສານປະເທດລາວ ຄົນລາວເປັນເຈົ້າ, ເອກະສານຍົກສູງສະຕິລະວັງຕົວເພື່ອຕອບຕ້ານ, ກໍາຈັດກົນອຸບາຍມ້າງເພທໍາລາຍຂອງສັດຕູ ແລະ ອິດທິກໍາລັງປໍລະປັກ ແມ່ນຄວາມຈຳເປັນພາວະວິໄສ, ເອກສານປັບປຸງຄຸນທາດການເມືອງ ຄຸນສົມບັດສິນທຳປະຕິວັດ ແລະ ຄວາມສາມາດຂອງພະນັກງານສະມາຊິກພັກ, ເອກະສານບາງຫມວດ ບາງມາດຕາຂອງກົດຫມາຍວ່າດ້ວຍ ພະນັກງານ-ລັດຖະກອນ ຂອງ ສ ປ ປ ລາວ ແລະ ເອກະສານ ບາງຫມວດ ບາງມາດຕາ ຂອງກົດຫມາຍວ່າດ້ວຍ ການຕ້ານການສໍ້ລາດບັງຫລວງ.
ຜ່ານການຝຶກອົບຮົມດັ່ງກ່າວ ແມ່ນເຫັນວ່ານັກສຳມະນາກອນແມ່ນຮັບຮູ້ ແລະ ເຂົ້າໃຈເຖິງແນວທາງຂອງການນຳພາລະບອບເກົ່າ ແລະ ແບບໃໝ່ ເພື່ອນຳໄປຜັນຂະຫຍາຍໃຫ້ມີໝາກຜົນໃນອານາຄົດ.
Editor: ເມືອງທຸລະຄົມ