ກອງປະຊຸມໃຫຍ່ ຄັ້ງທີ VI ຮາກຖານຊາວໜຸ່ມ ກອງບັນຊາການ ປ້ອງກັນຄວາມສະຫົງບ ເມືອງໂພນໂຮງ ແຂວງວຽງຈັນ ຈັດຂື້ນໃນວັນທີ 10 ກໍລະກົດ 2018 ນີ້, ຢູ່ທີ່ສະໂມສອນກອງດັ່ງກ່າວ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ຄຳໃຜ ສີລາປານີ, ຄະນະປະຈຳ ບໍລິຫານງານຊາວໜຸ່ມແຂວງວຽງຈັນ ເລຂາຄະນະບໍລິຫານຊາວໜຸ່ມເມືອງໂພນໂຮງ , ມີ ສະຫາຍ ພັນໂທ ບຸນມີ ແກ້ວບຸນກອງ, ຮອງຫົວໜ້າ ກອງບັນຊາການ ປ້ອງກັນຄວາມສະຫງົບເມືອງໂພນໂຮງ, ມີບັນດາຫົວໜ້າພະແນກການອ້ອມຂ້າງກອງ, ຫ້ອງການກ່ຽວຂ້ອງຂັ້ນເມືອງ ແລະ ສະມາຊິກຊາວໜຸ່ມພາຍໃນກອງເຂົ້າຮ່ວມ.
ທີ່ປະຊຸມໃດ້ຮັບຟັງການຜ່ານບົດລາຍການເມືອງຂອງຄະນະບໍລິຫານງານຊາວໜຸ່ມກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ ຈາກ ສະຫາຍ ຄຸດທອງ ແກ້ວວິຈິດ, ເລຂາຮາກຖານຊາວໜຸ່ມກອງບັນຊາການປ້ອງກັນຄວາມສະຫງົບເມືອງ ໃຫ້ຮູ້ວ່າ: ຮາກຖານຊາວໜຸ່ມກອງບັນຊາການປ້ອງກັນຄວາມສະຫົງບເມືອງໂພນໂຮງ ມີຄະນະ 4 ສະຫາຍ, ມີສະມາຊິກ ທັງໝົດ 64 ສະຫາຍ, ຍິງ 25 ສະຫາຍ ຜ່ານການເຄື່ອນໄຫວວຽກງານໄລຍະຜ່ານມາ ຮາກຖານຊາວໜຸ່ມສາມາດສ້າງໄດ້ຜົນງານໃນຫຼາຍດ້ານ ເປັນຕົ້ນ: ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສະມາຊິກຊາວໜຸ່ມ, ເຜີຍແຜ່ຄຳສັ່ງ, ລະບຽບກົດໝາຍຕ່າງໆ ເຮັດສະມາຊິກມີຄວາມຕື່ນຕົວຫ້າວຫັນຕໍ່ໜ້າທີ່ວຽກງານ, ຄຽງຄູ່ກັນນີ້ ຄະນະຊາວໜຸ່ມຍັງໄດ້ເອົາໃຈໃສ່ເຜີຍແຜ່ເນື້ອໃນຂໍ້ແຂ່ງຂັນ 4 ບຸກ ພ້ອມກັນສ້າງຂະບວນການແຂ່ງຂັນຢ່າງກວ້າງຂວາງ ເຮັດໃຫ້ໄດ້ຮັບນາມມະຍົດເປັນໜ່ວຍຊາວໜຸ່ມ 4 ບຸກ 1 ສະໄໝ, ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະຕາມຂະແໜງການ ຕາມໜ້າຮັບຜິດຊອບ ແລະ ອອກແຮງສ້າງເສດຖະກິດສ້າງລາຍຮັບແກ້ໄຂຊີວິດການເປັນຢູ່ ໂດຍປະຕິບັດຕາມຂໍ້ແຂ່ງຂັນເພິງຕົນເອງ ກຸມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຊັ່ນ: ປູກຝັງ-ລ້ຽງສັດ, ຫັດຖະກຳຈັກສານ ແລະ ອື່ນໆ ແນ່ໃສ່ເຮັດໃຫ້ຊີວິດການເປັນຢູ່ດີຂື້ນ.
ທີ່ປະຊຸມຍັງໄດ້ປ່ອນບັດ ຄັດເລືອກເອົາ ຄະນະບໍລິຫານຊາວໜຸ່ມຊຸດໃໝ່ ກອງປະຊຸມປະຖົມມະລຶກ ເລືອກເອົາ ສະຫາຍ ຮ້ອຍເອກ ແສງເພັດ ໄຊຍະວົງ ເປັນເລຂາ, ສະຫາຍ ຮ້ອຍໂທ ແສງມະນີ ແລະ ຮ້ອຍໂທ ນາງ ວຽງທອງ ແກ້ວຫນູພັນ ເປັນຮອງເລຂາ ເພື່ອຊີ້ນຳ-ນຳພາ ວຽກງານຊາວໜຸ່ມຢູ່ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງໂພນໂຮງ ໃຫ້ມີການເຕີບໃຫຍ່ເຂັ້ມແຂງຂື້ນເລື້ອຍໆ.
Editor: ເມືອງໂພນໂຮງ