ໃນວັນທີ 11 ກໍລະກົດ 2018 ນີ້, ທີ່ກະຊວງພະລັງງານ ແລະ ບໍ່ແຮ່. ໄດ້ມີພິທີເຊັນສັນຍາວ່າດ້ວຍການສ້າງບຸກຄະລາກອນ ແລະ ການສ້າງສູນຄົ້ນຄວ້າກ່ຽວກັບເຕັກໂນໂລຊີແບບໃໝ່ ລະຫວ່າງ ກະຊວງພະລັງງານ ແລະບໍ່ແຮ່ ຮ່ວມກັບ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝິງ ສປ ຈີນ ໂດຍໄດ້ຮັບກຽດເຂົ້າຮ່ວມ ແລະເປັນສັກຂີພິຍານຂອງ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ວິຈິດ ຊິນດາວົງ ຮອງປະທານຄະນະກໍາມາທິການຮ່ວມມືລາວ-ຈີນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ລາວ-ຈີນ ເຂົ້າຮ່ວມ.
ຈຸດປະສົງ ໃນການລົງນາມເຊັນສັນຍາວ່າດ້ວຍການສ້າງບຸກຄະລາກອນ ແລະ ການສ້າງສູນຄົ້ນຄວ້າກ່ຽວກັບເຕັກໂນໂລຊີແບບໃໝ່. ເພື່ອສົ່ງເສີມການຮ່ວມມືໃນດ້ານພະລັງງານ, ຊັບພະຍາກອນ ການເງິນ, ທາງດ້ານການສົ່ງເສີມການຮ່ວມມືດ້ານການສຶກສາ, ວິທະຍາສາດ ແລະເຕັກໂນໂລຊີ, ການເບິ່ງແຍງທາງການແພດ ແລະ ການຫຼຸດຜ່ອນຄວາມທຸກຍາກ ໃນການດໍາລົງຊີວິດຂອງປະຊາຊົນ ແລະ ເພື່ອໃຫ້ປະຊາຊົນທັງສອງປະເທດໄດ້ຮັບຜົນປະໂຫຍດຈາກການແລກປ່ຽນການຮ່ວມມື ແລະເພື່ອໃຫ້ບັນລຸຕາມການຕົກລົງຮ່ວມມືທາງດ້ານວິຊາການ, ເບື້ອງຕົ້ນແມ່ນມີ 2 ຫົວຂໍ້ ຄື: ການຮ່ວມມືສ້າງບຸກຄະລາກອນ, ການຮ່ວມມືສ້າງສູນຄົ້ນຄວ້າວິໄຈ ລາວ-ຈີນ. ກ່ຽວກັບເຕັກໂນໂລຊີແບບໃຫມ່ທາງດ້ານບໍ່ແຮ່ ແລະ ໂລຫະກຳ ແລະ ສຶກສາອອກແບບວິສາວະກໍາໃນຂະແໜງບໍ່ແຮ່ ເຊິ່ງມາຮອດປັດຈຸບັນ ແມ່ນໄດ້ບັນລຸຂໍ້ຕົກລົງດ້ວຍການສ້າງສັນຍາຮ່ວມກັນ ວ່າດ້ວຍການສ້າງບຸກຄະລາກອນ ແລະ ການສ້າງສູນຄົ້ນຄວ້າວິໄຈ ໃຫ້ເປັນເຄື່ອງມືສໍາຄັນ ໃຫ້ກັບກະຊວງພະລັງງານ ແລະ ບໍ່ແຮ່.
ລົງນາມເຊັນສັນຍາ ໃນຄັ້ງນີ້, ຕາງໜ້າ ກະຊວງພະລັງງານ ແລະ ບໍ່ແຮ່ ແມ່ນ ທ່ານ ສີມອນ ພິຈິດ ຫົວໜ້າສະຖາບັນຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ຫວາງ ເຊັຍຊິນ ອະທິການບໍດີມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີ ຄຸນໝິງ ສປ ຈີນ
Editor: ກຳປານາດ ລັດຖະເຮົ້າ