ໃນວັນທີ 9 ກໍລະກົດ 2018 ຢູ່ທີ່ຫ້ອງປະຊຸມພະແນກຍຸຕິທຳນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຊຸກຍູ້ວຽກງານໂຄສະນາເຜີຍແຜ່ກົດໝາຍ ໂດຍການໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີຍແຜ່ກົດໝາຍ, ກະຊວງຍຸຕິທຳ ແລະ ທ່ານ ບົວເກດ ພົມມະຈັນ ຮອງຫົວໜ້າພະແນກຍຸຕິທຳນະຄອນຫຼວງ, ມີບັນດາທ່ານຫົວໜ້າພະແນກ, ຮອງພະແນກ, ວິຊາການ ຈາກກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ, ບັນດາທ່ານຫົວໜ້າ ແລະ ຮອງຫົວໜ້າ ພ້ອມດ້ວຍວິຊາການ ຈຳນວນໜຶ່ງຈາກຫ້ອງການຍຸຕິທຳ ພາຍໃນ 9 ຕົວເມືອງ ຂອງນະຄອນຫຼວງວຽງຈັນ ເຂົ້າຮ່ວມ
ຈຸດປະສົງກອງປະຊຸມໃນຄັ້ງນີ້ ເພື່ອລາຍງານໂດຍຫຍໍ້ກ່ຽວກັບສະພາບການປະຕິບັດໜ້າທີ່ວຽກງານຂອງພະແນກຍຸຕິທຳນະຄອນຫຼວງວຽງຈັນ ແລະ ການຊີ້ນຳວຽກງານບັນດາຫ້ອງການຍຸຕິທຳ 9 ຕົວເມືອງ ໃນນະຄອນຫຼວງວຽງຈັນ ໂດຍສະເພາະວຽກງານໂຄສະນາເຜີຍແຜ່ກົດໝາຍໃນໄລຍະຜ່ານມາ ເປັນຕົ້ນການໂຄສະນາເຜີຍແຜ່ກົດໝາຍຢູ່ໃນຂອບເຂດຂອງແຕ່ລະເມືອງ ມີ 5 ຕົວເມືອງ ຄື: ເມືອງ ໄຊທານີ, ເມືອງ ຈັນທະບູລີ, ເມືອງ ສີສັດຕະນາກ, ເມືອງ ນາຊາຍທອງ ແລະ ເມືອງ ຫາດຊາຍຟອງ ໃນນັ້ນໄດ້ໂຄສະນາເຜີຍແຜ່ກົດໝາຍ ໃຫ້ແກ່ພະນັກງານຫຼັກແຫຼ່ງຂອງເມືອງ, ຄະນະພັກກຸ່ມ, ເລຂາພັກບ້ານ, ອຳນາດການປົກຄອງບ້ານ, ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ໃຫ້ນ້ອງນັກຮຽນ. ນອກຈາກນັ້ນ ກໍໄດ້ໂຄສະນາທາງວິທະຍຸ, ເຄື່ອນໄຫວຕາມການເຊີນຂອງຫ້ອງການຍຸຕິທຳເມືອງຕ່າງໆ, ພ້ອມນັ້ນກໍໄດ້ມີການ ແຈກຢາຍປຶ້ມຄູ່ມືການໂຄສະນາເຜີຍແຜ່ກົດໝາຍ ແລະ ປຶ້ມກົດ ໝາຍ 4 ຂົງເຂດໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ.
ຈາກນັ້ນຕາງໜ້າແຕ່ລະພະແນກຂອງກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸຕິທຳ ກໍໄດ້ລາຍງານວຽກງານຂອງຕົນໃຫ້ພະແນກຍຸຕິທຳນະຄອນຫຼວງວຽງຈັນ ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບການລົງຊຸກຍູ້ໂຄສະນາເຜີຍແຜ່ກົດໝາຍຈະມີວິທີໃດເພື່ອໃຫ້ການລົງຊຸກຍູ້ໃຫ້ມີປະສິດທິຜົນ ແລະ ມີຜົນໄດ້ຮັບໃນການລົງໂຄສະນາເພື່ອໃຫ້ປະຊາຊົນບັນດາເຜົ່າຮັບຮູ້ ແລະ ເຂົ້າໃຈກ່ຽວກັບນິຕິກຳ ແລະ ກົດໝາຍ ໃຫ້ຫຼາຍຂຶ້ນກວ່າເກົ່າ.
ໃນຕອນທ້າຍ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າກົມໂຄສະນາເຜີແຜ່ກົດໝາຍ ກະຊວງຍຸຕິທຳ ກໍໄດ້ມີຄຳໂອ້ລົມ ແລະ ຄຳເຫັນຕໍ່ກອງປະຊຸມດັ່ງນີ້:
1. ສືບຕໍ່ຊີ້ນຳ-ນຳພາ ລັດຖະກອນ ພາຍໃນຂະແໜງໂຄສະນາເຜີຍແຜ່ກົດໝາຍ;
2. ສືບຕໍ່ພົວພັນປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ພາຍນອກ;
3 .ສືບຕໍ່ເຄື່ອນໄຫວວຽກງານໂຄສະນາເຜີຍແຜ່ກົດໝາຍໃຫ້ສຳເລັດ;
4. ສືບຕໍ່ຊີ້ນຳ ບັນດາຫ້ອງການຍຸຕິທຳເມືອງ ໃຫ້ມີການລົງໂຄສະນາເຜີຍແຜ່ກົດໝາຍໃຫ້ຫຼາຍຂຶ້ນ
Editor: ກຳປານາດ ລັດຖະເຮົ້າ