ໃນວັນທີ 5 ກໍລະກົດ 2018 ຜ່ານມາ ຢູ່ທີ່ສໍານັກງານ ສູນກາງສະຫະພັນແມ່ຍິງລາວ ທ່ານ ນາງ. ບັນດິດ ປະທຸມວັນ ຮອງປະທານສູນກາງສະຫະພັນແມ່ຍິງລາວ ໄດ້ມີການຖະແຫລງຂ່າວ ກ່ຽວກັບການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງ ອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ. (ວັນທີ 20 ກໍລະກົດ 1955 – 20 ກໍລະກົດ 2018) ໂດຍມີສືມວນຊົນຈາກຫລາຍພາກສ່ວນເຂົ້າຮ່ວມ. ການຖະແຫລງຂ່າວ ຄັ້ງນີ້, ທ່ານນາງ ບັນດິດ ປະທຸມວັນ ຮອງປະທານສູນກາງ ສະຫາພັນແມ່ຍິງລາວ ໄດ້ຍົກໃຫ້ເຫັນພາລະບົດບາດ ອັນສໍາຄັນ ຂອງ ສະຫະພັນແມ່ຍິງລາວ ເຊິ່ງເປັນອົງການຈັດຕັ້ງມະຫາຊົນໜຶ່ງ ໃນລະບົບການເມືອງຂອງລະບອບປະຊາທິປະໄຕ ເຮັດຫນ້າທີ່ໃນການເປັນຕົວແທນແຫ່ງການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງ ແມ່ຍິງ - ເດັກນ້ອຍ, ເຕົ້າໂຮມຄວາມສາມັກຄີແມ່ຍິງລາວບັນດາເຜົ່າ ປະກອບສ່ວນພັດທະນາເສດຖະກິດສັງຄົມ ກໍຄື ການພັດທະນາແມ່ຍິງ, ປົກປັກຮັກສາມູນເຊື້ອທີ່ເປັນເອກກະລັກຂອງແມ່ຍິງລາວໃນໄລຍະໃຫມ່, ຊຸກຍູ້ສົ່ງເສີ່ມການປະຕິບັດສິດສະເໝີພາບຍິງ-ຊາຍ ໃນຄອບຄົວ ແລະ ສັງຄົມ ຖືວ່າເປັນອົງການຈັດຕັ້ງໜຶ່ງທີ່ສໍາຄັນຫຼາຍ
ທ່ານນາງ ບັນດິດ ປະທຸມວັນ ຮອງປະທານສູນກາງສະຫະພັນແມ່ຍິງລາວ ກ່າວຕື່ມວ່າ: ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ໃນປີນີ້ ມີຄວາມໝາຍ, ມີເນື້ອໃນເລິກເຊິງ, ເປັນຂະບວນຟົດຟຶນ ແລະ ກ້ວາງຂວາງ ຈຶ່ງຂໍແຈ້ງໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນ ເອົາໃນໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກ ແລະ ແມ່ຍິງລາວບັນດາເຜົ່າ, ພ້ອມກັບການຈັດຕັ້ງກິດຈະກໍາຕ່າງໆ ທີ່ເໝາະສົມກັບສະພາບເງືອນໄຂຕົວຈິງຂອງແຕ່ລະຂະແໜງການ ເພື່ອເປັນການສະເຫຼີມສະຫຼອງວັນດັ່ງກ່າວ.
ໃນໂອກາດດັ່ງກ່າວ ທ່ານ ຮອງປະທານສູນກາງສະຫະພັນແມ່ຍິງລາວ ຍັງໄດ້ຝາກຄໍາອວຍພອນ ແລະ ຢື້ນຢາມຖາມຂ່າວອັນສະນິດສະໜົມ ຂອງຄະນະສະຫະພັນແມ່ຍິງແຕ່ລະຂັ້ນ ໄປເຖິງແມ່ຍິງລາວໃນທົ່ວປະເທດ ຈົ່ງພ້ອມກັນຝຶກຝົນຫຼໍ່ຫຼອມຕົນເອງ, ຍົກລະດັບຄວາມຮູ້ຄວາມສາມາດ ບຸກໜ້າບືນຕົວ ປະກອບສ່ວນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແຜນພັດທະນາເສດຖະກິດ - ສັງຄົມຂອງລັດ, ແຜນພັດທະນາແມ່ຍິງລາວວາງອອກໃຫ້ສໍາເລັດຜົນ ໂດຍສະເພາະ ພ້ອມກັນຈັດຕັ້ງປະຕິບັດຄໍາຂັວນ ພັດທະນາຄວາມສະເໝີພາບຍິງ - ຊາຍ ຕິດພັນກັບການພັດທະນາປະເທດຊາດ ກໍຄືຂໍ້ແຂ່ງຂັນ 3 ດີ ຄື: ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ ເຊິ່ງເປັນການປະກອບສ່ວນອັນສໍາຄັນ ໃນການພັດທະນາຕົນເອງ, ຄອບຄົວ, ສັງຄົມ ແລະ ປະເທດຊາດເຮັດໃຫ້ຖານະບົດບາດຂອງແມ່ຍິງສູງຂື້ນຕື່ມອີກ
Editor: ກຳປານາດ ລັດຖະເຮົ້າ