ກອງປະຊຸມສ້າງແຜນກໍານົດ ພະນັກງານນໍາພາ - ຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ ແຂວງ ບໍລິຄໍາໄຊ. ໄດ້ຈັດຂຶ້ນໃນຕອນເຊົ້າວັນທີີ 2 ກໍລະກົດ 2018 ຜ່ານມາ ຢູ່ທີ່ ສະໂມສອນແຂວງ ບໍລິຄໍາໄຊ ພາຍໃຕ້ການເປັນປະທານຂອງ ທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າ ແຂວງ ບໍລິຄໍາໄຊ, ທ່ານ ວັນໄຊ ພອງສະຫວັນ. ຮອງເລຂາຄະນະພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ມີບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ ພພະແນກການ ພະນັກງານຫຼັກແຫຼ່ງຂັ້ນແຂວງ - ເມືອງເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວຜູ້ເຂົ້າຮ່ວມ ໄດ້ຮັບຟັງການຂຶ້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດແຜນກໍານົດພະນັກງານນໍາພາຄຸ້ມຄອງ ຂັ້ນສູນກາງຄຸ້ມຄອງ. ຮັບຟັງການເຜີຍແຜ່ມະຕິຂອງກົມການເມືອງສູນກາງພັກເລກທີ 032 ລົງວັນທີ 3 ມັງກອນ 2018. ວ່າດ້ວຍການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ. ມະຕິເລກທີ 030 ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຕະຖານພະນັກງານນໍາພາຄຸ້ມຄອງ ແລະ ຄໍາເນາະນໍາຂອງຄະນະຈັດຕັ້ງສູນກາງພັກເລກທີ 292 ລົງວັນທີ 26 ພຶດສະພາ 2018. ພ້ອມນັ້ນຜູ້ເຂົ້າຮ່ວມກອງປະຊຸມ ຍັງຈະໄດ້ດໍາເນີນການທາບທາມ ໃຊ້ສິດປະຊາທິປະໄຕຂອງຕົນໃຫ້ຖືກຕ້ອງ ໃນການເລືອກເຟັ້ນເອົາບຸກຄະລາກອນ ນັບທັງຜູ້ເກົ່າ ແລະ ຜູ້ສະເໜີໄໝ່ທີມີມາດຖານ. ເພຶ່ອເປັນການ ຂຶ້ນແຜນກໍານົດພະນັກງານນໍາພາ - ຄຸ້ມຄອງ. ເພຶ່ອບໍາລຸງສ້າງ ແລະ ຈັດວາງ, ບັນຈຸເຂົ້າໃນຕໍາແໜ່ງງານຕ່າງໆ ແນ່ໃສ່ຮັບປະກັນລັກສະນະສືບທອດ ຕໍ່ເນື່ອງ. ເພຶ່ອເປັນການກະກຽມເປົ້າໝາຍບຸກຄະລາກອນ ໃນລັກສະນະເປີດກ້ວາງ ໃຫ້ມີການເລືອກເຟັ້ນ ພະນັກງານ - ນໍາພາຄຸ້ມຄອງ. ທີມີໃນປັດຈຸບັນ ເປັນການຊອກຫາບຸກຄົນດີເດັນ ຈາກຂະບວນການວຽກງານຕົວຈິງ ແລະ ມີຄຸນທາດການເມືອງໜັກແໜ້ນ ມີຄວາມຮູ້ ຄວາມສາມາດ. ຂະຫຍັນຫ້າວຫັນ ມີຫົວຄິດປະດິດສ້າງ ຊີ້ນໍາ - ນໍາພາຈັດຕັ້ງປະຕິບັດວຽກງານຕົວຈິງ. ຕາມຄວາມຮຽກຮ້ອງຕ້ອງການພະນັກງານນໍາພາ - ຄຸ້ມຄອງ ໃນສະເພາະໜ້າ ແລະ ເປັນແຜນຍຸດທະສາດທີສໍາຄັນຂອງວຽກງານພະນັກງານ ທັງເປັນການກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ 7 ອົງຄະນະພັກແຂວງ ບໍລິຄໍາໄຊ. ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ. ສະມາຊິກສະພາປະຊາຊົນແຂວງໃນຕໍ່້ໜ້າ ເພຶ່ອຕອບສະໜອງທາງດ້ານ ຈໍານວນ ຄຸນນະພາບໂຄງປະກອບໃຫ້ຄົບຊຸດ ເພຶ່ອເປັນພື້ນຖານສໍາຄັນໃຫ້ແກ່ການສ້າງແຜນກໍ່ສ້າງ - ບໍາລຸງຄາດຄະເນສັບຊ້ອນ ຈັດວາງນໍາໃຊ້ພະນັກງານ ໃຫ້ຖືກຕ້ອງຕາມມາດຕະຖານ ແຕ່ລະຕໍາແໜາງງານ ຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາເສດຖະກິດ - ສັງຄົມ ໃນແຕ່ລະໄລຍະ
ແຫລ່ງຂ່າວ ແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ