ຄະນະບໍລິຫານງານພັກເມືອງຊໍາໃຕ້ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນການ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ 2018 ຂື້ນທີ່ຫ້ອງປະຊຸມຫ້ອງການສຶກສາທິການ ແລະ ກິລາເມືອງຊໍາໃຕ້, ແຂວງຫົວພັນ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຮີນທອງ ດວງຈັນສຸກ ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງຊໍາໃຕ້, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ພູໂຊນ ທຳມະວີໄຊ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆຫົວພັນ, ມີຄະນະປະຈຳ, ກຳມະການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ເລຂາຄະນະພັກກຸ່ມບ້ານທົ່ວເມືອງເຂົ້າຮ່ວມທັງໝົດ 71 ສະຫາຍ, ຍີງ 11 ສະຫາຍ.
ໃນວາລະກອງປະຊຸມ ສະຫາຍ ທອງຫວັງ ຄູນທອນຮຸ່ງມີໄຊ ຄະນະປະຈຳພັກເມືອງ ຮອງເຈົ້າເມືອງຊຳໃຕ້ ໄດ້ຂື້ນຜ່ານຮ່າງບົດສະຫຼຸບສັງເກດຕີລາຄາຄືນການຈັດຕັ້ງປະຕິບັດຜັນຂະຫຍາຍແຜນພັດທະນາ ເສດຖະກິດ-ສັງຄົມ 6 ເດືອນຕົ້ນປີທີ່ຜ່ານມາ ເພື່ອຊອກໃຫ້ເຫັນເຖີງດ້ານດີຜົນງານ ແລະ ປັດໄຈໃໝ່ເພື່ອເສີມຂະຫຍາຍ, ຊອກໃຫ້ເຫັນບັນຫາດ້ານອ່ອນຄົງຄ້າງ, ສາເຫດ ແລະ ພ້ອມກັນປຶກສາຫາລືວາງທິດທາງແກ້ໄຂໃນຕໍ່ໜ້າ ເຊີ່ງໄດ້ສະແດງໃຫ້ເຫັນວ່າ ເມືອງຊຳໃຕ້ ໄດ້ມີຄວາມສະຖຽນລະພາບທາງດ້ານການເມືອງ ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ບັນຫາປະກົດການຫຍໍ້ທໍ້ຕ່າງໆໄດ້ຮັບການແກ້ໄຂດີຂື້ນເທື່ອລະກ້າວ ພື້ນຖານໂຄງລ່າງໄດ້ຮັບການປັບປຸງຈາກຕົວເມືອງເຂົາສູ່ເຂດຊົນນະບົດຫ່າງໄກສອກຫຼີກ ຄວາມທຸກຍາກຂອງປະຊາຊົນໃນປະຈຸບັນລົດລົງເຫຼືອພຽງ 12,84 ສ່ວນຮ້ອຍ, ໄດ້ເປີດເຝີກອົບຮົມທິດສະດີການເມືອງ ການປົກຄອງໄລຍະ 45 ວັນ ໄດ້ 1 ຊຸດ, ມີຜູ້ເຂົ້າຮ່ວມ 34 ສະຫາຍ, ຍີງ 7 ສະຫາຍ, ຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ທີ່ກ້າວໜ້າເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ 1 ຄັ້ງ, ມີຜູ້ເຂົ້າຮ່ວມ 19 ສະຫາຍ, ຍີງ 10 ສະຫາຍ ໄດ້ປັບປຸງການຈັດຕັ້ງນັບແຕ່ຂັ້ນເມືອງຮອດຮາກຖານທ້ອງຖີ່ນ, ໃນທົ່ວເມືອງມີ 17 ຮາກຖານພັກ ມີ 115 ໜ່ວຍພັກ ມີສະມາຊິກພັກທັງໝົດ 1,748 ສະຫາຍ, ຍີງ 269 ສະຫາຍ, ສະມາຊິກພັກສໍາຮອງ 162 ສະຫາຍ, ຍີງ 29 ສະຫາຍ, ມີໜ່ວຍພັກແຂງຮູ້ນໍາພາຮອບດ້ານ 31 ໜ່ວຍ, ເທົ່າກັບ 26,95 ສ່ວນຮ້ອຍ, ໄດ້ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຕິດພັນກັບບ້ານ 3 ສ້າງຢູ່ບ້ານເປົ້າໝາຍ. ນອກນັ້ນ, ກອງປະຊຸມດັ່ງກ່າວຍັງໄດ້ດໍາເນີນການປະເມີນຄວາມໄວ້ວາງໃຈຂອງຄະນະບໍລິຫານງານພັກເມືອງ ແລະ ຫົວໜ້າຫ້ອງການ ເພື່ອກະກຽມບຸກຄະນລາກອນໃຫ້ແກ່ກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຊໍາໃຕ້ ສະໄໝທີ 11 ໃນຕໍ່ໜ້າ
Editor: ກຳປານາດ ລັດຖະເຮົ້າ