ໃນວັນທີ່ 3 ກໍລະກົດ 2018 ນີ້, ທີ່ຫ້ອງປະຊຸມຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໃຫ້ກຽດເຂົ້າຮ່ວມ ກອງປະຊຸມຄັ້ງນີ້ ມີ ສະຫາຍ ລີປາວ ຢ່າງ ເລຂາໜ່ວຍພັກຫ້ອງການກະຊວງ, ຫົວໜ້າຫ້ອງການກະຊວງ, ສະຫາຍ ນາງແກ້ວ ຈັນທະວີໄຊ, ປະທານສະຫະພັນແມ່ຍິງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນ ດາສະຫາຍຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ ຊາວໜຸ່ມ, ແມ່ຍິງ, ກຳມະບານ ແລະ ສະມາຊິກແມ່ຍິງ ພາຍໃນຫ້ອງການ ເຂົ້າຮ່ວມ.
ໃນພິທີດັ່ງກ່າວ ໄດ້ຮັບຟັງການຜ່ານເນຶ້ອໃນບົດສະຫຼຸບລາຍງານ, ຜ່ານບົດສຳຫຼວດ ແລະ ກ່າວອຳລາຕຳ ແໜ່ງຂອງຄະນະໜ່ວຍແມ່ຍິງຊຸດເກົ່າຂອງ ຫ້ອງການກະຊວງ ສະເໜີໂດຍ ສະຫາຍ ນາງ ພັດພູຊຳ ຫຼວງອຸທຸມທອງ ; ໃນກອງປະຊຸມຍັງໄດ້ດຳເນີນການປ່ອນ ບັດຄັດເລືອກເອົາຄະນະໜ່ວຍແມ່ຍິງຊຸດໃໝ່ ຂອງກົມຈັດຕັ້ງ ແລະ ພະນັກງານ ຊຸດໃໝ່; ເຂົ້າສະ ໝັກຄັດເລືອກມີ 5 ສະຫາຍ ເຊິ່ງໄດ້ເລືອກເອົາ 3 ສະຫາຍ, ຜົນຂອງການຄັດເລືອກໃນຄັ້ງນີ້ແມ່ນ ຄື: ສະຫາຍນາງ ພັດພູຊຳ ຫຼວງອຸທຸມທອງ ເປັນຫົວໜ້າໜ່ວຍ, ສະຫາຍ ນາງ ມະນີວັນ ກິດຕິລາດ ເປັນຮອງໜ່ວຍ ແລະ ນາງ ດາວອນ ອິນທະລົມ ເປັນກຳມະການ ແມ່ຍິງຫ້ອງການຊຸດໃໝ່.
ຕໍ່ກອງປະຊຸມໃນຄັ້ງນີ້ ສະຫາຍ ນາງ ແກ້ວ ຈັນທະວີໄຊ, ປະທານສະຫະພັນແມ່ຍິງ ກະຊວງ ແຮງງານສະຫວັດດີການ ແລບະ ສັງຄົມ, ໃຫ້ກຽດໂອລົມ ແລະ ມີຄໍາຄິດເຫັນຕໍ່ ກອງປະຊຸມວ່າ: ໃຫ້ສະມາຊິກແມ່ຍິງທຸກສະຫາຍໃຫ້ຕັ້ງໜ້າບຸກບືນ ປະຕິບັດໜ້າທີ່ວຽກງານ, ເຊື່ອຊຶມບັນດານະໂຍບາຍແນວທາງໃຫ້ເລິກເຊິ່ງ ຕາມແນວທາງການປ່ຽນແປງ ຂອງແຕ່ໄລຍະເປັນຕົ້ນແມ່ນເຊື່ອມຊຶມມະຕິ 10 ແລະ 4 ບຸກທະລຸ; ສະຫາຍຍັງໄດ້ກ່າວອີກວ່າ ວຽກງານສະຫະພັນແມ່ຍີງຈະຕ້ອງປະຕິບັດຄື: ການຊອກຮູ້ຮ່ຳຮຽນດ້ານ ທິດສະດີການເມືອງ ວິທະຍາສາດ, ມີສະຕິປະຕິບັດລະບຽບຂອງອົງການຈັດຕັ້ງແມ່ຍິງ ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານ; ເຂົ້າຮ່ວມທຸກຂະບວນການເຄື່ອນໄຫວຂອງ ພັກ-ລັດ ສຶກສາອົບຮົມພັດທະນາຄອບຄົວ ແລະ ສະມາຊິກໃຫ້ດີຂຶ້ນ, ເຕົ້າໂຮມຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຖັນແຖວຂອງ ສະຫະພັນແມ່ຍິງ ທັງພາຍໃນ ແລະ ພາຍນອກ, ມີແບບແຜນວິທີທາງການເຮັດວຽກແມ່ນຈະໄດ້ປະຕິບັດຕາມແນວທາງຂອງພັກ-ລັດ ອີງໃສ່ມະຫາຊົນເປັນກຳລັງແຮງ ແລະ ແຂງແກ່ນ, ສິ່ງສຳຄັນທີ່ສຸດແມ່ນ ກຳແໜ້ນຄວາມມຸ້ງໝາຍຂອງມະຫາຊົນ; ຝຶກຝົນຫຼໍ່ຫຼອມເປັນຕົ້ນແມ່ນການສ້າງຕົນເອງ ເຂົ້າຮ່ວມທຸກຂະບວນການຈັດຕັ້ງມະຫາຊົນ, ສ້າງຂະບວນການວິຊາການ. ນອກນັ້ນຈົ່ງສືບຕໍ່ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ ໃຫ້ສົມກັບຄຳທີ່ວ່າ “ ເຮືອນສາມນ້ຳສີ່ ເປັນແບບຢ່າງທີ່ດີໃນຄອບຄົວ, ສັງຄົມ ແລະ ຄົນອອ້ມຂ້າງ, ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ສ້າງສາປະເທດຊາດ.
Editor: ກຳປານາດ ລັດຖະເຮົ້າ