ບັນດາປະເທດອາຊຽນ ໄດ້ມີການຈັດກອງປະຊຸມສະຫຼຸບໂຄງການ ສ້າງຄວາມເຂັ້ມແຂງບັນດາປະເທດໃນຂົງເຂດອາຊີຕາເວັນອອກສຽງໃຕ້ ໃນການຫຼຸດຜ່ອນຄວາມສ່ຽງ ຈາກວັດຖຸເຄມີ, ຊີວະ, ລັງສີ ແລະ ນິວເຄຍ, ໂດຍສະເພາະວຽກງານຕອບໂຕ້ສຸກເສີນ, ຄວາມປອດໄພ ແລະ ການປ້ອງກັນ, ການປູກຈິດສໍານຶກ ແລະ ລະບຽບການທີ່ກ່ຽວຂ້ອງກັບເຄມີ, ຊີວະ, ລັງສີ ແລະ ນິວເຄຍ ( ໂຄງການທີ 46 ), ກອງປະຊຸມໄດ້ຈັດຂື້ນລະຫວ່າງວັນທີ 3 – 5 ກໍລະກົດ 2018 ນີ້, ທີ່ນະຄອນຫຼວງວຽງຈັນ
ໃນໂອກາດກ່າວໄຂກອງປະຊຸມຄັ້ງນີ້ ທ່ານ. ປະລີຍາເອກ ຄໍາເພັດ ວົງດາລາ ຫົວຫນ້າກົມແຜນການ ແລະ ການຮ່ວມມື ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໄດ້ກ່າວວ່າ: ການສະຫຼຸບຄວາມສ່ຽງຈາກທາດເຄມີ, ຊີວະ, ລັງສີ ແລະ ນິວເຄຍ,ແມ່ນມີຄວາມສໍາຄັນຫຼາຍ, ພ້ອມກັນນັ້ນກໍຕ້ອງມີແຜນກຽມພ້ອມຮັບມືກັບເຫດການຕ່າງໆ ທີ່ເກີດຈາກວັດຖຸເຄມີ, ຊີວະ, ລັງສີ ແລະ ນິວເຄຍ, ບໍ່ວ່າຄວາມເຈດຕະນາ ຫຼື ບໍ່ເຈດຕະນາກໍຕາມ, ສະນັ້ນຈຶ່ງຕ້ອງຮຽກຮ້ອງໃຫ້ການຍົກລະດັບ ຄວາມອາດສາມາດຂອງໜ່ວຍງານຕ່າງໆ ເພື່ອກຽມພ້ອມຈາກເຫດການສຸກເສີນຕ່າງໆ ຈາກວັດຖຸດັ່ງກ່ວາ, ນອກນັ້ນທ່ານຍັງໄດ້ ສະແດງຄວາມຂອບໃຈຕໍ່ ສະຫະພາບເອີຣົບ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອທາງດ້ານ ທືນຮອນ ແລະ ວິຊາການໃຫ້ແກ່ພາກພື້ນອາຊີຕາເວັນອອກສຽງໃຕ້ ໂດຍໄດ້ຈັດຝຶກອົບຮົມ ທັງໃນລະດັບພາກພື້ນ ແລະ ລະດັບປະເທດໃນຫຼາຍໆຄັ້ງ, ໂຄງການດັ່ງກ່າວ ເປັນໂຄງການລະດັບພາກພື້ນ ເຊິງເປັນໂຄງການພາຍໃຕ້ແຜນງານລິເລີ້ມຂອງ ສູນດີເລີດທາງດ້ານການລຸດຜ່ອນຄວາມສ່ຽງທາງດ້ານເຄມີ, ຊີວະ, ລັງສີ ແລະ ນິວເຄຍ, ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນ ກັນຍາ 2015 ແລະ ຈະສີ້ນສຸດ ໃນທ້າຍເດືອນ ກໍລະກົດ 2018. ເຂົ້າຮ່ວມກອງປະຊຸມຄັ້ງນີ້ ມີນັກວິຊາການຈານຂົງເຂດວວຽກງານ ເຄມີ, ຊີວະ, ລັງສີ ແລະ ນິວເຄຍ ຈາກ 9 ປະເທດອາຊຽນຄື: ປະເທດ ບຼູໄນ, ກໍາປູເຈຍ, ລາວ, ມາເລເຊຍ, ພະມ້າ, ສິງກະໂປ, ໄທ ແລະ ຫວຽດນາມ. ນອກນັ້ນຍັງມີຊ່ຽວຊານຈາກສະຫະພາບເອີຣົບ, ອົງການພະລັງງານປະລາມະນູນສາກົນ ແລະ ອົງກນຈັດຕັ້ງສາກົນອື່ນໆ.
ຈຸດປະສົງຂອງການປະຊຸມຄັ້ງນີ້ ເພື່ອສະຫຼຸບຕີລາຄາປະເມີນຜົນການຈັກຕັ້ງປະຕິບັດກິດຈະກໍາຕ່າງໆ ພ້ອມທັງປຶກສາຫາລືທິດທາງການຮ່ວມມືໃນຕໍ່ຫນ້າ ທັງໃນລະດັບພາກພື້ນ ແລະ ສາກົນ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄວາມຍືນຍົງ, ໃນການເຂົ້າຮ່ວມໂຄງການດັ່ງກ່າວ ສປປ ລາວ, ກໍໄດ້ຮັບຜົນປະໂຫຍດຫຼາຍດ້ານ ໂດຍສະເພາະໄດ້ຍົກລະດັບຄວາມຮູ້ ແລະ ປະສົບການ ໃຫ້ແກ່ພະນັກງານວິຊາການລາວເຮົາ ຈາກຂະແໜງການຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນໜ່ວຍງານຕອບໂຕ້ສຸກເສີນ, ຫ້ອງວິເຄາະ ແລະ ໜ່ວຍງານສ້າງນິຕິກໍາ ດ້ວຍການເຂົ້າຮ່ວມຝຶກອົບຮົມ ແລະ ສໍາມະນາ, ພ້ອມກັນນັ້ນກໍຍັງໄດ້ຮັບເຄື່ອງມືອຸປະກອນປ້ອງກັນ ແລະ ກວດສອບອີກຈໍານວນໜຶ່ງ
Editor: ກຳປານາດ ລັດຖະເຮົ້າ