ກອງປະຊຸມສະຫຼຸບວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ທົ່ວເມືອງຫົງສາປະຈຳປີ 2017 ແລະ ທິດທາງແຜນການ ປະຈຳປີ 2018, ໄດ້ສຳເລັດລົງຢ່າງເປັນທາງການ ໃນເມື່ອບໍ່ດົນມານີ້, ຢູ່ທີ່ສະໂມສອນຂອງເມືອງຫົງສາ ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ຈັນທີ ສີມະນີຈັນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊຍະບູລີ, ມີ ທ່ານ ພອນສະຫວັນ ໄຊສົມພັນ ຮອງເຈົ້າເມືອງຫົງສາ, ມີຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ, ຫົວໜ້າຫ້ອງການ, ກົມກອງອ້ອມຂ້າງເມືອງ, ນາຍບ້ານເທດສະບານພ້ອມຜູ້ຮັບຜິດຊອບວຽກງານວັດທະນະທຳຂັ້ນບ້ານ, ພະນັກງານ ຫ້ອງການ ຖວທ ເມືອງ ແລະ ຜູ້ປະກອບການທຸລະກິດບໍລິການທົ່ວເມືອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ສົມຍົດ ອານຸວົງ ຫົວໜ້າຫ້ອງການ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມືອງຫົງສາ ກໍ່ໄດ້ຂຶ້ນລາຍງານຜົນສໍາເລັດການຈັດຕັ້ງປະຕິບັດວຽກງານ ໃນປີ 2017 ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງໃນໄລຍະຜ່ານມາ ພ້ອມທັງຜ່ານທິດທາງແຜນການໃນປີ 2018, ໃນໜຶ່ງປີຜ່ານມາຄະນະຫ້ອງການພ້ອມດ້ວຍພະນັກງານໄດ້ຕັ້ງໜ້າເອົາໃຈໃສ່ເຂົ້າຮ່ວມເຊື່ອມຊຶມແນວທາງນະໂຍບາຍຂອງພັກລັດວາງອອກແຕ່ລະໄລຍະໄດ້ເປັນຢ່າງດີ ເຮັດໃຫ້ພະນັກງານມີແນວຄິດອຸ່ນອ່ຽງທຸ່ນທ່ຽງ ເຊື່ອໝັນຕໍ່ການນຳພາຂອງພັກ-ລັດ, ເຮັດສຳເລັດໜ້າທີ່ຕາມການຈັດຕັ້ງມອບໝາຍໃຫ້,ວຽກງານຖະແຫຼງຂ່າວແມ່ນໄດ້ສຸມໃສ່ເຮັດໜ້າທີ່ເປັນກະບອກສຽງໂຄສະນາແນວທາງແຜນນະໂຍບາຍຂອງພັກ-ລັດ, ໂດຍໄດ້ຖືສາຄັນ ໃນການລົງເກັບກໍາຂໍ້ມູນຂ່າວສານ, ໂຄສະນາຜົນງານຂອງຂະແໜງການຕ່າງໆ ໃນປີຜ່ານມາຂຽນຂ່າວໄດ້ທັງໝົດ 260 ກວ່າຂ່າວ, ສົ່ງຂ່າວໃຫ້ແຂວງ ແລະ ສູນກາງຕາມສື່ສິ່ງພິມ ແລະ ສື່ເອເລັກໂຕນິກ ໄດ້ທັງໝົດ ເກືອບ 200 ຂ່າວ, ນອກນັ້ນ, ຍັງໄດ້ເອົາໃຈໃສ່ສົ່ງເສີມການອານຸລັກປົກປັກຮັກສາ, ເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງຊາດ ກໍ່ຄືຂອງເຜົ່າໃຫ້ດີຂຶ້ນ, ສະເພາະປີຜ່ານມາສ້າງບ້ານວັດທະນະທໍາໄດ້ 1 ບ້ານ, ເຊິ່ງປະຈຸບັນທົ່ວເມືອງຫົງສາ ປະກອບມີ 34 ບ້ານໃນນັ້ນໄດ້ປະກາດເປັນບ້ານວັດທະນະທຳ ແລ້ວ ຈຳນວນ 27 ບ້ານ, ເທົ່າກັບ 79,41 ສ່ວນຮ້ອຍ, ຂອງບ້ານທັງໝົດ, ມີ 5.737 ຄອບຄົວ, ໃນນັ້ນຮັບຮອງເປັນຄອບຄົວວັດທະນະທຳແລ້ວ ຈຳນວນ 4.967 ຄອບຄົວ, ເທົ່າກັບ 86,57 ສ່ວນຮ້ອຍ ຂອງຄອບຄົວທັງໝົດ, ພ້ອມນັ້ນຍັງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງໃນການຄຸ້ມຄອງຫົວໜ່ວຍທຸລະກິດ ການບໍລິການດ້ານຕ່າງໆ ຢູ່ພາຍໃນເມືອງເຮັດໃຫ້ມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສະເພາະໃນປີນີ້ ເພື່ອຕ້ອນຮັບປີທ່ອງທ່ຽວລາວ ທີ່ລັດຖະບານໄດ້ກຳນົດໄວ້ ເມືອງຫົງສາ ໄດ້ເປີດແຫຼ່ງທ່ອງທ່ຽວທັງໝົດ 9 ຈຸດ, ມີ 15 ແຫ່ງໃນນັ້ນແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ 2 ແຫ່ງ, ທາງດ້ານທຳມະຊາດ 10 ແຫ່ງ ແລະ ດ້ານວັດທະນະທຳ 3 ແຫ່ງ ໄດ້ສົ່ງເສີມວຽກງານການໂຄສະນາແຫຼ່ງທ່ອງທ່ຽວຕ່າງໆ ຢູ່ພາຍໃນເມືອງເຮັດໃຫ້ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມເມືອງຫົງສາຫຼາຍຂຶ້ນ ໃນປີຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວຊົມເມືອງຫົງສາ ຈຳນວນ 4.000 ກ່ວາຄົນ, ສາມາດກະຈາຍລາຍຮັບໄດ້ 220.000 ກວ່າໂດລາ,
ໃນໂອກາດນີ້ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດເຫັນເພື່ອເປັນການປັບປຸງວຽກງານດັ່ງກ່າວນີ້ໃຫ້ດີຂຶ້ນໃນຕໍ່ໜ້າ, ໃນຕອນທ້າຍກອງປະຊຸມກໍ່ໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາຈາກ ທ່ານ ຈັນທີ ສີມະນີຈັນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງໄຊຍະບູລີ ຕື່ມອີກ
Editor: ກຳປານາດ ລັດຖະເຮົ້າ