ເມື່ອບໍ່ດົນມານີ້, ຢູ່ໂຮງຮຽນປະຖົມບ້ານເມືອງຈັນ ໄດ້ຈັດພີທີມອບໃບຢັ້ງຢືນສໍາເລັດການຮຽນການສອນກົດໝາຍຊັ້ນຕົ້ນເລັ່ງລັດ ໄລຍະ 3 ເດືອນ ປະຈໍາປີ 2018 ຂື້ນຢ່າງເປັນທາງການ,ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ບຸນມາ ໄຊຍະກຸລາງ ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງ, ທ່ານ ອຸໄພວັນ ໄຊຍະວົງ ຫົວໜ້າພະແນກຍຸຕິທໍາແຂວງ, ເຂົ້າຮ່ວມມີຫົວໜ້າ, ຄະນະຫ້ອງການອອ້ມຂ້າງພ້ອມດ້ວຍນັກສຶກສາເຂົ້າຮ່ວມ.
ສໍາລັບການຮຽນ-ການສອນຫລັກສູດກົດໝາຍຊັ້ນຕົ້ນ ເຊີ່ງໄດ້ເປີດຮຽນໄລຍະ 60 ວັນເລີ່ມເປີດຮຽນ 12 ມີນາ ຫາ 28 ມີຖຸນາ 2018 ຈຶ່ງສໍາເລັດ, ມີ 37 ວີຊາ, 30 ໜ່ວຍກິດ ເທົ່າ 450 ຊົ່ວໂມງ ໃນນັ້ນມີວີຊາພູມສາດລາວ, ວີຊາປະຫວັດສາດພັກ, ວີຊາພື້ນຖານກ່ຽວກັບແນວທາງປ່ຽນແປງໃໝ່, ວີຊາລັດທິມາກ- ເລນິນ, ວີຊາລັດແລະກົດໝາຍ, ວີຊາກົດໝາຍການປົກຄອງ, ວີຊາພັນທະປ້ອງກັນຊາດ, ວີຊາການພົວພັນສາກົນ, ວີຊາລັດຖະທໍາມະນູນ, ວີຊາອົງການໄອຍະການປະຊາຊົນ, ວີຊາການສຶກສາ, ວີຊາກົດໝາຍແຮງງານ, ວີຊາຊັບສິນຂອງລັດ, ວີຊາພາສີ, ວີຊາສ່ວຍສາອາກອນ, ວີຊາສານປະຊາຊົນ, ວີຊາກົດໝາຍຈາລະຈອນທາງບົກ, ວີຊາກົດໝາຍຄອບຄົວ, ວີຊາທະບຽນຄອບຄົວ, ວີຊາທະບຽນສານ, ວີຊາສັນຊາດລາວ, ວີຊາກົດໝາຍແມ່ຍີງ, ວີຊາກົດໝາຍເດັກ, ວີຊາສີ່ງແວດລ້ອມ, ວີຊາກະສີກໍາ, ວີຊາກໍາມະສິດ, ວີຊາສຶບທອດມູນມໍລະດົກ, ວີຊາຂໍ້ຜູກພັນໃນສັນຍາ ແລະ ນອກສັນຍາ, ວີຊາທີດີນ, ວີຊາປ່າໄມ້, ວີຊາດໍາເນີນຄະດີແພ່ງ, ວີຊາກົດໝາຍອາຍາ, ວີຊາດໍາເນີນຄະດີອາຍາ, ວີຊາການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ, ວີຊາຢາເສບຕິດ, ວີຊາວຽກງານຍຸຕິທໍາຮາກຖານ, ວີຊາເຕັກນິກການແຕ່ງເອກະສານທາງລັດຖະການ, ມີນັກຮຽນທັງໝົດ 57 ຄົນ ຍີງ 10 ຄົນ, ມາຈາກເລຂາໜ່ວຍພັກບ້ານເມືອງຈັນ, ປກສ - ປກຊ, ຄະນະປົກຄອງບ້ານ, ພະນັກງານ ແລະ ປະຊາຊົນບ້ານເມືອງ
ຜ່ານການ ຈັດຕັ້ງປະຕິບັດໄລຍະ 3 ເດືອນ (4-6), ຂະບວນການຮຽນການສອນກົດໝາຍຊັ້ນຕົ້ນລຸ້ນ 1 ປະຈໍາປີ 2018 ແລະ ໃນພິທີໄດ້ມອບໃບຢັ້ງຢືນສໍາເລັດການຮຽນການສອນກົດໝາຍຊັ້ນຕົ້ນ ໄລຍະ3ເດືອນໃຫ້ແກ່ນັກສຶກສາຈໍານວນ 57 ຄົນ, ຍີງ10 ຄົນ, ທີ່ໄດ້ຮຽນຈົດຫລັກສູດໂດຍແມ່ນທ່ານ ບຸນມາ ໄຊຍະກຸລາງ ຮອງເລຂາພັກເມືອງ, ປະທານແນວລາວສ້າງຊາດເມືອງເປັນຜູ້ມອບ, ຕາງໜ້ານັກສຶກສາຈໍານວນ 57ຄົນ ຂື້ນຮັບຊ້ອງໜ້າແຂກເຂົ້າຮ່ວມທັງໝົດ ເປັນສັກຂີພິຍານນໍາດ້ວຍ
ທີມຂ່າວເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ