ຄະນະໜ່ວຍຊາວໜຸ່ມກອງບັນຊາການປ້ອງກັນຄວາມສະຫງົບສຸກ ເມືອງຄໍາ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ 13 ຂື້ນທີ່ສະໂມສອນສຳນັກງານປົກຄອງເມືອງຄຳ, ແຂວງຊຽງຂວາງ ຢ່າງເປັນທາງການ. ໂດຍພາຍໃຕ້ເປັນປະທານຂອງ ສະຫາຍ ຮ້ອຍເອກ ຄຳພູວັນ ສິງລໍຄຳ ເລຂາຊາວໜຸ່ມກອງບັນຊາການປ້ອງກັນຄວາມສະຫງົບສຸກ ເມືອງຄໍາ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຄໍາເພັດ ໄຊຍະພັກ ກໍາມະການພັກເມືອງ ເລຂາຄະນະບໍລິຫານງານ ຊາວໜຸ່ມເມືອງ, ມີສະຫາຍ ຄຳພຸດ ສີພອນໄຊ ຄະນະພັກຮາກຖານຮອງຫົວໜ້າ ປກສ ເມືອງ, ມີສະມາຊິກຊາວໜຸ່ມ ປກສ ພ້ອມດ້ວຍແຂກຖຶກເຊີນເຂົ້າຮ່ວມ 71 ສະຫາຍ, ຍີງ 12 ສະຫາຍ.
ສະຫາຍ ຮ້ອຍເອກ ຄຳພູວັນ ສິງລໍຄຳ ເລຂາຊາວໜຸ່ມ ກອງບັນຊາການປ້ອງກັນຄວາມສະຫງົບສຸກ ໄດ້ຂື້ນລາຍງານການເຄື່ອນໄຫວວຽກ ງານຊາວໜຸ່ມໜ່ວຍກອງບັນຊາການປ້ອງກັນຄວາມສະຫງົບສຸກ ໃນໄລຍະ 5 ປີ, ຜ່ານມາ ວ່າ: ໜ່ວຍຊາວໜຸ່ມກອງບັນຊາການປ້ອງກັນຄວາມສະຫງົບສຸກ ເປັນໜ່ວຍໜຶ່ງ ທີ່ຂື້ນກັບກອງບັນຊາການກອງບັນຊາການປ້ອງກັນຄວາມສະຫງົບສຸກ ເມືອງຄຳ ໄດ້ເອົາໃຈ່ໃສ່ບຸກບືນຫ້າວຫັນ, ຕັ້ງໜ້າເຄື່ອນໄຫວປະຕິບັດໜ້າ ທີ່ຕາມພາລະບົດບາດຕາມກຳລັງແຮງ, ເຮັດໃຫ້ສະມາຊິກມີຄວາມເປັນເອກະພາບໃນການຊີ້ນໍາ-ນໍາພາຂອງພັກ-ລັດ, ມີຄວາມຫ້າວຫັນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ທີ່ພົ້ນເດັ່ນ ເຊັ່ນ: ສະມາຊິກມີມານະຈິດທີ່ີອົດທົນ, ມີຈິດໃຈການຈັດຕັ້ງປະຕິບັດ ເວົ້າລວມເວົ້າສະເພາະ ກໍ່ຄືການພັດທະນາເສດຖະກິດຄອບຄົວ ແລະ ຊີວິດການເປັນຢູ່ມີທ່າແຮງດີຂື້ນເທື່ອລະກ້າວ, ຮູ້ຊອກຫາຮ່ໍາຮຽນເພື່ອຍົກລະດັບຕົນ ເອງໃຫ້ກາຍເປັນຄົນດີໄປຕາມທິດຊີ້ນຳຂອງອົງການຈັດຕັ້ງຊາວໜຸ່ມ ແລະ ການຊີ້ນຳນຳພາຂອງກອງ ບັນຊາການໄດ້ເປັນຢ່າງດີ, ນອກຈາກນີ້, ກໍ່ຍັງໄດ້ຖືເອົາການເມືອງແນວຄິດ, ແນວທາງນະໂຍບາຍຂອງພັກ-ກົດໝາຍຂອງລັດ ເຊື່ອມຊືມເຜີຍແຜ່ໃຫ້ແກ່ສະມາຊິກໄດ້ມີຄວາມຮັບຮູ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ມີແນວຄິດການເມືອງໜັກແໜ້ນ ແລະ ມີຄວາມອຸ່ນອຽງທຸ່ນທ່ຽງເຊື່ອໝັ່ນຕໍ່ການນຳພາຂອງພັກ ເພື່ອ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເມື່ອເວົ້າເຖິງວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສາຫງົບ ສາມາດຈັດຕັ້ງປະຕິບັດວຽກງານສືບສວນສອບສວນໄດ້ 160 ເລື່ອງ, ກັກຕົວຜູ້ກະທຳຜິດໄດ້ 142 ຄົນ, ຍິງ 2 ຄົນ, ແກ້ໄຂແລ້ວ 59 ເລື່ອງ, ສົ່ງສໍານວນຄະດີໃຫອົງການ ໄອຍາການເຂດ 2 ຈໍານວນ 23 ເລື່ອງ, ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບສຸກແຂວງ 3 ເລື່ອງ, ຖອນຄຳຮ້ອງຟ້ອງ 4 ເລື່ອງ, ໂຈະການດຳເນີນ 8 ເລື່ອງ, ພວມດຳເນີນ 27 ເລື່ອງ ແລະ ເກັບກູ້ເຄື່ອງຂອງ ກາງປະເພດລົດຈັກໄດ້ 97 ຄັນ, ໂນດບຸກ 2 ເຄື່ອງ, ກ່ອງຖ່າຍຮູບ 1 ໜ່ວຍ, ເງິນກີບ 924 ລ້ານກີບ, ລວມເປັນມູນຄ່າທັງໝົດ 390 ລ້ານ480.000 ກີບ. ນອກນີ້, ຍັງມີວຽກງານອື່ນໆເຊັ່ນ: ວຽກງານຈະລາຈອນ, ວຽກງານຄຸ້ມຄອງປ້ອງກັນຜູ້ຕ້ອງຫາ-ນັກໂທດ, ວຽກງານຄຸ້ມສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ວຽກງານການເມືອງ, ວຽກງານຫ້ອງການ, ວຽກງານພາລາ, ວຽກງານສັນຕິບານ ແລະ ວຽກງານ 504 ພ້ອມ ດຽວກັນນີ້ກໍ່ຍັງຈະໄດ້ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງທີ່ຍັງບໍ່ທັນຈັດຕັ້ງປະຕິບັດບໍ່ທັນສຳເລັດໃຫ້ໄດ້ຮັບ ຜົນສຳເລັດ.
ກອງປະຊຸມຍັງໄດ້ຜ່ານທິດທາງແຜນການໃນຕໍ່ໜ້າຕື່ມອີກ. ຈາກນັ້ນ ສະຫາຍ ຮ້ອຍໂທ ນາງ ແສງເພັດ ແກ້ວທະວົງ ຮອງເລຂາ ຊາວໜຸ່ມ ປກສ ກໍ່ໄດ້ຂື້ນຜ່ານບົດສຳຫຼວດ ແລະ ກ່າວລາໜ້າທີ່ ຕໍ່ຈາກນັ້ນ ສະຫາຍ ຕຸ້ຍ ໄຊຍະວົງ ຮອງຫົວໜ້າໜ່ວຍງານບໍລິຫານຊາວໜຸ່ມເມືອງ ກໍ່ໄດ້ຂື້ນຜ່ານມາດຖານ ເງື່ອນໄຂຂອງຜູ້ເຂົ້າສະໝັກໂດຍມີຜູ້ເຂົ້າສະໝັກ ຈຳນວນ 7 ສະຫາຍ ເລືອກເອົາ 5 ສະຫາຍ. ຫຼັງຈາກນັ້ນ ກໍ່ໄດ້ມີການປ່ອນບັດເລືອກຕັ້ງເອົາຄະນະຊຸດໃໝ່ ຜ່ານຈາກກອງປະຊຸມປະຖົມມະລຶກເຫັນດີເປັນເອກະພາບເລືອກເອົາສະຫາຍ ຮ້ອຍເອກ ແກ້ວພິຄອນ ໂດຍຄຳມ່ວນ ເປັນເລຂາ, ເອົາ ສະຫາຍ ຮ້ອຍໂທ ນາງ ແສງເພັດ ແກ້ວທະວົງ ເປັນຮອງເລຂາ, ເອົາສະຫາຍ ຮ້ອຍຕີ ຄຳອ້າຍ ບຸດຮັກດາວົງ ເປັນ ຮອງເລຂາ, ທັງເປັນປະທານ ກວດກາ, ເອົາສະຫາຍ ຮ້ອຍຕິ ສົມໄຊ ສີສົມບູນ ເປັນຄະນະ, ເອົາສະຫາຍ ຮ້ອຍຕີ ສີນທະວົງ ສີສົມເພັງ ເປັນຄະນະ ໂດຍເປັນກຽດຂື້ນມອບຂອງ ສະຫາຍ ຄຳເພັດ ໄຊຍະພັກ ກຳມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງຄໍາ.
ເນື່ອງໃນໂອກາດດັ່ງກ່າວ ສະຫາຍ ຄໍາເພັດ ໄຊຍະພັກ ກໍາມະການພັກເມືອງ ເລຂາຄະນະ ບໍລິຫານງານຊາວໜຸ່ມເມືອງ ກໍ່ໄດ້ໂອ້ລົມໃຫ້ຄໍາຄິດ-ຄໍາເຫັນກ່ອນອື່ນໝົດສະຫາຍຍັງໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ພ້ອມທັງໃຫ້ທິດຊີ້ນໍາແກ່ຄະນະຊາວໜຸ່ມຊຸດໃໝ່ຈົ່ງພ້ອມກັນເອົາໃຈໃສ່ສຸ່ມໃສ່ຕັ້ງໜ້ານຳເອົາການເມືອງແນວຄິດ ລົງເຊື່ອມຊືມໃຫ້ແກ່ສະມາຊິກຊາວໜຸ່ມໄວໜຸ່ມໃຫ້ເປັນແບບຢ່າງ ໃນຖັນແຖວໜ່ວຍ ພ້ອມທັງປັບປຸງຊັບຊ້ອນໜ້າທີ່ຮັບຜິດຊອບ ໃຫ້ຖືກຕາມສະພາບຄວາມເໝາະສົມຂອງແຕ່ລະໜ້າທີວຽກງານ ແລະ ກໍ່ນຳເອົາເນື້ອໃນຈິດໃຈໃນຄັ້ງນີ້ນຳໄປປະຕິບັດໃຫ້ປະກົດຜົນເປັນຈີງຂື້ນ ເທື່ອລະກ້າວ.
ແຫລ່ງຂ່າວ ເມືອງຄໍາ
Editor: ກຳປານາດ ລັດຖະເຮົ້າ