ເມື່ອບໍ່ດົນນີ້, ຄະນະບໍລິຫານງານພັກເມືອງໆຄໍາ ໄດ້ຈັດກອງປະຊຸມໄຂກ້ວາງ ຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 8 ສະໄໝ ທີ 9 ຂື້ນທີ່ຫ້ອງປະຊຸມຊັ້ນ 2 ຫ້ອງວ່າການປົກຄອງເມືອງ ຄຳ, ແຂວງຊຽງຂວາງ. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກ ເມືອງ ເຈົ້າເມືອງໆຄຳ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ຄຳປາວ ມົວ ຮອງເຈົ້າແຂວງໆຊຽງຂວາງ, ມີຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການພ້ອມດ້ວຍລັດວິສະຫະ ກິດເຂົ້າຮ່ວມ.
ສະຫາຍ ວຽງໄຊ ສີວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຄຳ ໃນນາມປະທານ ກອງປະຊຸມໄດ້ຂື້ນກ່າວເປີດກອງປະຊຸມຢ່າງເປັນທາງການ, ຈາກນັ້ນ ສະຫາຍ ນາງ ບຸນມີ ສົມພັນສຸກ ຮອງເຈົ້າເມືອງໆຄຳ ກໍ່ໄດ້ຂື້ນລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນ ປີ, ຄາດຄະເນປະຕິບັດ 6 ເດືອນທ້າຍປີ 2018 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມປີ 2019 ໃຫ້ຮູ້ວ່າ: ເມືອງຄຳ ປະກອບມີເນື້ອທີດີນທັງໝົດ 233.400 ເຮັກຕາ, ແບ່ງອອກເປັນ 6 ກຸ່ມ, ມີ 90 ບ້ານ, ມີ 8.561 ຫຼັງຄາເຮືອນ, ມີ 11.059 ຄອບຄົວ ແລະ ພົນລະເມືອງທັງໝົດ 51.176 ຄົນ, ຍິງ 25.271 ຄົນ, ມີ 3 ເຜົ່າໃຫຍ່ ຢູ່ຮ່ວມກັນ ເຊິ່ງໃນໄລຍະ 6 ເດືອນຜ່ານມາ ເມືອງຄໍາ ມີຄວາມພະຍາຍາມ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ສາມາດປະຕິບັດສຳເລັດໄດ້ຫຼາຍດ້ານ ເຊັ່ນ: ຄວາມໜັກແໜ້ນທາງດ້ານການເມືອງ, ຮັບປະກັນໃຫ້ເມືອງມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມ ມີການຂະຫຍາຍຕົວໃນລະດັບ 7 ຫາ 8 ສ່ວນຮ້ອຍ/ຕໍ່ປີ ເສດຖະກິດມີທ່າແຮງໃນການຫັນປ່ຽນໄປຕາມທິດທາງອຸດສາຫະກຳ ເຮັດໃຫ້ຂົງເຂດກະສີກຳຫຼຸດລົງ, ສາມາດເຮັດໃຫ້ແຫຼ່ງອຸດສາຫະກຳ, ການບໍລິການເພີ່ມຂື້ນເຮັດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ໄດ້ເຖິງ 590,43 ຕື້ກີບ ສະເລ່ຍໃສ່ຄີງຄົນໜື່ງໄດ້ 1,440 ໂດລາ ຕໍ່ຄົນຕໍ່ປີ, ເຮັດໃຫ້ເມືອງມີການຄຸ້ມຄອງລັດ ດ້ວຍກົດໝາຍ, ໄດ້ຮັບການເສີມຂະຫາຍສັກສິດຂື້ນເປັນກ້າວໆ ແລະ ກໍ່ໄດ້ສຸມໃສ່ຍາດແຍ່ງແຫຼ່ງທືນຮອນ ເຂົ້າມາພັດທະນາປັບປຸງພື້ນຖານໂຄງລ່າງພ້ອມທັງຊຸກຍູ້ສົ່ງເສີມໃຫ້ປະຊາຊົນຫັນມາປູກພືດລະດູແລ້ງ ເປັນສີນຄ້າເພື່ອແກ້ໄຂຊີວິດການເປັນຢູ່ໃຫ້ດີຂື້ນ ແລະ ລຸດພົ້ນອອກຈາກຄວາມທຸກຍາກ ເຮັດໃຫ້ເມືອງ ມີທ່າອ່ຽງເພີ່ມຂື້ນຖ້າທຽບໃສ່ໄລຍະປີຜ່ານມາ, ນອກຈາກນີ້ ກໍ່ຍັງໄດ້ມີວຽກງານຂົງເຂດຕ່າງໆເປັນຕົ້ນແມ່ນຂົງເຂດວຽກງານເສດຖະກິດ ແລະ ຂົງເຂດວັດທະນະທຳສັງຄົມ, ພ້ອມນີ້ກໍ່ຍັງຈະໄດ້ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງ ໃຫ້ໄດ້ຮັບຜົນສຳເລັດຂື້ນ, ນອກຈາກນີ້ກໍ່ຍັງໄດ້ຜ່ານແຜນສູ້ຊົນວຽກງານຈັດຕັ້ງປະຕິບັດ 6 ເດືອນທ້າຍປີ 2018 ແລະ ແຜນພັດທະນາເສດຖະກິດ-ສັງຄົມໃນປີ 2019 ຕື່ມອີກ.
ໃນກອງປະຊຸມກໍ່ໄດ້ພັດປ່ຽນກັນຂື້ນປະກອບຄຳຄິດຄຳເຫັນເຂົ້າໃນບົດລາຍງານເພື່ອເຮັດໃຫ້ບົດລາຍງານດັ່ງກ່າວສົມບູນຂື້ນ. ເນື້ອໃນໂອກາດດັ່ງກ່າວ ສະຫາຍ ຄຳປາວ ມົວ ຮອງເຈົ້າແຂວງໆຊຽງຂວາງ ກໍ່ໄດ້ໃຫ້ກຽດຂື້ນໂອ້ ລົມໃຫ້ຄໍາຄິດຄໍາເຫັນ ກ່ອນອື່ນໝົດສະຫາຍຍັງໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໄດ້ເຄື່ອນໄຫວໃນໄລຍະຜ່ານມາພ້ອມທັງໃຫ້ທິດຊີ້ນຳແກ່ຄະນະບໍລິຫານງານພັກເມືອງໆຄຳ ຈົ່ງພ້ອມກັນລົງຊຸກຍູ້ສົ່ງເສີມໃກ້ຊິດຕິດແທດກັບສະພາບຄວາມເປັນຈີງ ໜ້າທີ່ວຽກງານຂອງແຕ່ລະຂົງເຂດທີ່ຮັບຜິດຊອບໃຫ້ໄດ້ຮັບການຂະຫຍາຍຕົວ ແລະ ສຳເລັດພ້ອມທັງນຳເອົາເນື້ອໃນຈິດໃຈໃນຄັ້ງນີ້ ໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດຂື້ນຢ່າງຕໍ່ເນື່ອງ.
ມີບາງຂັ້ນບາງຕອນ ສະຫາຍ ຮອງເຈົ້າແຂວງໆຊຽງຂວາງ ຍັງໄດ້ກ່າວອີກຕື່ມວ່າ: (ຟັງສຽງ)
Editor: ກຳປານາດ ລັດຖະເຮົ້າ