ກອງປະຊຸມສຸດຍອດສື່ມວນຊົນຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈຳປີ 2018 ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 2 ກໍລະກົດ 2018 ທີ່ນະຄອນຫລວງວຽງຈັນ; ໃຫ້ກຽດເຂົ້າຮ່ວມມີ ທ່ານ ກິແກ້ວ ໄຂຄຳພິທູນ ຫົວໜ້າຄະນະໂຄສະນາ ອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ; ທ່ານ ຫ່ວງ ຄຸນໝິງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍບັນດາຮອງລັດຖະມົນຕີ, ແຂກຖືກເຊີນທັງ ລາວ ແລະ ຈີນ, ຫົວໜ້າອົງການສື່ມວນຊົນຫລັກ ແລະ ຄະນະຜູ້ແທນສື່ມວນຊົນ ຈາກ 6 ປະເທດສະມາຊິກຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄື: ລາຊະອານາຈັກກໍາປູເຈຍ, ສປ ຈີນ, ສປປ ລາວ, ສສ ມຽນມາ, ລາຊະອານາຈັກໄທ ແລະ ສສ ຫວຽດນາມ ເຂົ້າຮ່ວມ.
ທ່ານ ກິແກ້ວ ໄຂຄໍາພິທູນ ຫົວໜ້າໂຄສະນາ ອົບຮົມສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ໃຫ້ກຽດກ່າວປາໄສຕໍ່ກອງປະຊຸມ ໂດຍໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງກອງປະຊຸມສຸດຍອດ ສື່ມວນຊົນຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ໄດ້ຈັດຂຶ້ນທີ່ນະຄອນຫລວງປັກກິ່ງ ສປ ຈີນ ໃນປີຜ່ານມາ ແລະ ສະໜັບສະໜູນເວທີປຶກສາຫາລືການຮ່ວມມືຂອງບັນດາສື່ມວນຊົນ 6 ປະເທດ ທີ່ໄດ້ກໍານົດເປົ້າໝາຍ ແລະ ຈຸດປະສົງລະດັບຄາດໝາຍຮ່ວມກັນໃນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ຂອງບັນດາປະເທດໃນພາກພື້ນນີ້, ສ້າງຄວາມຈະເລີນຮຸ່ງເຮືອງຮ່ວມກັນ, ສ້າງສັນຕິພາບ-ມິດຕະພາບ, ສ້າງຄວາມເຂົ້າອົກເຂົ້າໃຈຮ່ວມກັນ ບົນພື້ນຖານຈິດໃຈຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ໂຄງການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ພວມໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ຢູ່ໃນປັດຈຸບັນ. ຕາງໜ້າພັກ-ລັດ ກໍ່ຄືປະຊາຊົນລາວ ແລະ ປະຊາຊົນ 6 ປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ສະແດງຄວາມຫວັງຢ່າງສູງທີ່ຢາກຈະເຫັນອົງການສື່ມວນຊົນ 6 ປະເທດພວກເຮົາ ປະຕິບັດພາລະບົດບາດ ແລະ ໜ້າທີ່ເປັນກະບອກສຽງສໍາຄັນໃນການໂຄສະນາເຜີຍແຜ່ ປະຊາສໍາພັນ ດ້ວຍການລາຍງານຂ່າວຢ່າງຮອບດ້ານ, ມີລັກສະນະຕົວຈິງ, ຖືກຕ້ອງ, ພາວະວິໄສ ແລະ ທ່ຽງທໍາ, ສ້າງສັນ, ສະເໝີພາບ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ ເໝືອນຄອບຄົວດຽວກັນ.
ໃນໂອກາດກ່າວປາໄສໄຂກອງປະຊຸມຄັ້ງນີ້, ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ສະແດງຄວາມຍິນດີຕ້ອນຮັບບັນດາການນໍາຂັ້ນສູງຂອງຈີນ, ຄະນະນໍາ ແລະ ຜູ້ແທນສື່ມວນຊົນຈາກບັນດາປະເທດລ້ອງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ; ພ້ອມທັງໄດ້ຕີລາຄາສູງການຈັດກອງປະຊຸມໃນຄັ້ງນີ້ ເປັນການຜັນຂະຫຍາຍຂໍ້ລິເລີ່ມໃນຖະແຫລງການຮ່ວມຂອງກອງປະຊຸມສຸດຍອດສື່ມວນຊົນ ຂອບການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ ຈັດຂຶ້ນເມື່ອທ້າຍປີ 2017 ຜ່ານມາ, ທີ່ນະຄອນຫລວງປັກກິ່ງ.
ກອງປະຊຸມ ຄັ້ງນີ້ຈັດຂຶ້ນ ພາຍໃຕ້ຫົວຂໍ້ “ການຮ່ວມມືປະຊາຄົມ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເພື່ອອະນາຄົດອັນສະຫວ່າງສະໄຫວ”. ພ້ອມທັງຫວັງຢ່າງຍິ່ງວ່າກອງປະຊຸມຄັ້ງນີ້ບັນດາຜູ້ແທນອົງການສື່ມວນຊົນ 6 ປະເທດ ຈະໄດ້ຮ່ວມກັນປຶກສາຫາລື ເພື່ອຮ່ວມກັນພັດທະນາ ແລະ ຊຸກຍູ້ເຮັດໃຫ້ການຮ່ວມມືໃນດ້ານຕ່າງໆລະຫວ່າງ 6 ປະເທດໃນພາກພື້ນນີ້ໄດ້ຮັບຜົນສໍາເລັດຢ່າງໜ້າເພິ່ງພໍໃຈ ແລະ ໃຫຍ່ຫລວງກວ່າເກົ່າ.
ກອງປະຊຸມສຸດຍອດສື່ມວນຊົນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປີ 2018 ຈັດຂຶ້ນໂດຍພາຍໃຕ້ການເປັນປະທານຮ່ວມ ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຫ່ງສປປ ລາວ ແລະ ໜັງສືພິມປະຊາຊົນລາຍວັນ ສປ ຈີນ, ເຊິ່ງຈະດໍາເນີນໄປເຖິງວັນທີ 3 ກໍລະກົດ 2018. ໃນໂອກາດດໍາເນີນກອງປະຊຸມຍັງມີການແລກປ່ຽນສັນຍາຮ່ວມມືຮ່ວມມືຈຳນວນໜຶ່ງ ແລະ ມີການປະກອບຄໍາເຫັນຂອງຜູ້ຕາງໜ້າອົງການສື່ມວນຊົນຫລັກຈາກ 6 ປະເທດ, ຜູ້ຕາງໜ້າໂຄງການເສັ້ນທາງລົດໄຟ ລາວ-ຈີນ, ໂຄງການດາວທຽມ ລາວ-ອາຊີປາຊີຟິກ, ບໍລິສັດໂທລະພາບລາວດີຈີຕອນ, ບໍລິສັດທ່ອງທ່ຽວຊາວໜຸ່ມຈີນ ແລະ ອື່ນໆ; ພ້ອມທັງໄດ້ຈັດໃຫ້ມີກອງປະຊຸມເວທີສົນທະນາປຶກສາຫາລືສືບຕໍ່ການຮ່ວມມືໃນອະນາຄົດ, ພາຍໃຕ້ຫົວຂໍ້ “ສື່ໃໝ່” ແລະ ສົ່ງເສີມການທ່ອງທ່ຽວ” ອີກດ້ວຍ.
ໃນໂອກາດດຽວກັນນີ້, ຄະນະຜູ້ແທນກອງປະຊຸມ ພ້ອມດ້ວຍຕາງໜ້າສື່ມວນຊົນ 6 ປະເທດ ຍັງຈະໄດ້ໄປຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ນະຄອນຫລວງພະບາງ ແຂວງຫລວງພະບາງ ແລະ ແຂວງຈໍາປາສັກ ເພື່ອເກັບກໍາຂໍ້ມູນ, ສໍາພາດບັນດາໂຄງການຮ່ວມມື ລາວ-ຈີນ ກໍ່ຄື ບັນດາສະຖານທີ່ທ່ອງທ່ຽວຂອງລາວ, ເປັນການສ້າງບັນຍາກາດໃຫ້ແກ່ການຈັດກອງປະຊຸມໃນຄັ້ງນີ້ ກໍ່ຄືສົ່ງເສີມປີທ່ອງທ່ຽວລາວ 2018ໃຫ້ມີຄວາມຟົດຟື້ນຍິ່ງຂຶ້ນ
Editor: ກຳປານາດ ລັດຖະເຮົ້າ