ວັນທີ 29 ມິຖຸນາ 2018 ທີ່ຜ່ານມານີ້ ຢູ່ຫ້ອງປະຊຸມ ຕຶກເສດຖະກິດເມືອງໂພນທອງ ໄດ້ຈັດກອງປະຊຸມໃຫຍ່ ໜ່ວຍຊາວໝຸ່ມຮາກຖານ ເມືອງໂພນທອງ ຂຶ້ນ ໂດຍເປັນປະທານຂອງ ສະຫາຍ ນາງ ພອນແກ້ວ ຄູນປະເສີດ ຮອງເລຂາໜ່ວຍຊາວໝຸ່ມຮາກຖານ ໝ່ວຍການເງິນເມືອງໂພນທອງ, ມີ ສະຫາຍ ທອງບານ ໄຊຍະທິ ເລຂາຄະນະບໍລິຫານງານຊາວໝຸ່ມເມືອງ, ສະຫາຍ ຄໍາໝັ້ນ ອໍລະສິນ ເລຂາໜ່ວຍພັກການເງິນເມືອງໂພນທອງ, ພ້ອມດ້ວຍແຂກຮັບເຊີນຈາກອົງການຈັດຕັ້ງມະຫາຊົນ ອ້ອມຂ້າງຂອງເມືອງ, ສະມາຊິກຊາວໝຸ່ມພາຍໃນໜ່ວຍຮາກຖານ ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍນາງ ພອນແກ້ວ ຄູນປະເສີດ ຮອງເລຂາໜ່ວຍຊາວໝຸ່ມຮາກຖານ ໝ່ວຍການເງິນເມືອງໂພນທອງ, ໄດ້ຂື້ນຜ່ານບົດສະຫຼູບການເຄື່ອນໄຫວໃນໄລຍະ 5 ປີ ຜ່ານມາ ທັງສອງພາກ, ໜ່ວຍຊາວໝຸ່ມຮາກຖານ ການເງິນມີສະມາຊິກຊາວໝຸ່ມ ທັງໝົດ 36 ສະຫາຍ, ຍີງ 8 ສະຫາຍ, ປະກອບມີ 5 ຫ້ອງການຂຶ້ນກັບຄື: ຫ້ອງການການເງິນ, ຫ້ອງການແຜນການ ແລະ ການລົງທຶນ, ຫ້ອງການອຸດສາຫະກຳ ແລະ ການຄ້າ, ຫ້ອງການໂຍທາທິການ ແລະ ຂົນສົ່ງ, ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີ.
ຜ່ານມາຄະນະໜ່ວຍໄດ້ນຳພາສະມາຊິກຊາວໝຸ່ມ ເຂົ້າຮ່ວມສ້າງຂະບວນການຂອງເມືອງໄດ້ຫຼາຍດ້ານ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫ່ຍຂັ້ນຕ່າງໆ ແລະຂະບວນການ ກໍ່ສ້າງໝ່ວຍພັກແຂງ-ຮູ້ນຳພາຮອບດ້ານ ຢ່າງມີຂະບວນການຟົດຟື້ນ, ເຮັດໃຫ້ສະມາຊິກຊາວໝຸ່ມໄດ້ຮັບໃບຍ້ອງຍໍ ຈາກຄະນະບໍລິຫານຊາວໝຸ່ມແຂວງ ຈຳນວນ 36 ສະຫາຍ, ຍີງ 8 ສະຫາຍ, ໄດ້ຮັບໃບຍ້ອງຍໍ ຈາກເລຂາຄະນະບໍລິຫານງານຊາວໝຸ່ມເມືອງ 36 ສະຫາຍ, ໄດ້ສຸມໃສ່ປະຕິບັດວຽກງານວິຊາສະເພາະ ຂອງແຕ່ລະຂະແໜງການຢ່າງເຂັມແຂງຮອບດ້ານພົ້ນເດັ່ນ, ຕາມທິດທາງແຜນງານວຽກງານຫຼັກ ຂອງແຕ່ລະກະຊວງວາງອອກ. ໃນກອງປະຊຸມ ໄດ້ຜ່ານ ຂໍ້ຕົກລົງຂອງຄະນະບໍລິຫານຊາວໝຸ່ມເມືອງ ວ່າດ້ວຍການແຍກໝ່ວຍຊາວໝຸ່ມຮາກຖານການເງິນ,ອອກເປັນ ໜ່ວຍຊາວຮາກຖານການເງິນ ແລະໜ່ວຍຊາວໝຸ່ມຮາກຖານໂຍທາທິການ ແລະ ຂົນສົ່ງ. ຈາກນັ້ນ ໄດ້ປ່ອນບັດຄັດເລືອກເອົາຄະນະ ໜ່ວຍຊຸດໃໝ່ ຂອງໜ່ວຍຊາວໝຸ່ມຮາກຖານການເງິນ ມີຜູ້ສະໝັກຮັບສະໝັກເລືອກຕັ້ງ 5 ສະຫາຍ ເລືອກເອົາ 3 ສະຫາຍ, ໂດຍເລືອກເອົາ ສະຫາຍ ນ້ອຍ ສີສົມແພງ ເປັນເລຂາ, ສະຫາຍ ສຸລິວົງ ແກ້ວປະເສີດ ເປັນຮອງ, ສະຫາຍ ລາມ ສຸດທິດາ ເປັນຄະນະ.
ສ່ວຍໜ່ວຍຊາວຮາກຖານໂຍທາທິການ ແລະ ຂົນສົ່ງ ມີຜູ້ສະໝັກຮັບເລືອກຕັ້ງ 5 ສະຫາຍ ເລືອກເອົາ 3 ສະຫາຍ, ໂດຍເລືອກເອົາ ສະຫາຍ ບຸນທະວີ ພົງສະຫວັດ ເປັນເລຂາ, ສະຫາຍ ສຸພາບ ພັນທະວົງ ເປັນຮອງ, ສະຫາຍ ໄຊພອນ ພາທອງ ເປັນຄະນະ.
ຕອນທ້າຍ ສະຫາຍ ທອງບານ ໄຊຍະທິ ເລຂາຄະນະບໍລິຫານງານຊາວໝຸ່ມເມືອງ ໄດ້ເນັ້ນໜັກໃຫ້ຄະນະຊຸດໃໝ່ ທັງສອງໜ່ວຍ ສຶບຕໍ່ສຶກສາອົບຮົມການເມືອງແນວຄິດ, ໂດຍຖືເອົາການຮ່ວມຊີວິດການເມືອງ ໃນແຕ່ລະເດືອນ, ເພື່ອເປັນການສ່ອງແສງ-ກໍ່ສ້າງ ເຊີ່ງກັນ ແລະກັນ, ເອົາໃຈໃສ່ໃນການປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ, ຂອງຄະນະຊາວໝຸ່ມ ປະຊາຊົນ ປະຕິວັດລາວ ວາງອອກ ໃຫ້ປະກົດຜົນເປັນຈີງ, ປັບປຸງແບບແຜນວິທີນຳພາ-ວິທີເຮັດວຽກ ເພື່ອສະດວກໃນການຈັດຕັ້ງປະຕິບັດວຽກງານຮອບດ້ານ, ພ້ອມທັງ ປຸກລະດົມສະມາຊິກ ເຂົ້າຮ່ວມກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃຫ້ໄດ້ 100 ສ່ວນຮ້ອຍ ໃນຕໍ່ໜ້າ.
ຂ່າວຈາກ ທະນູສິນ ອິດທິພົນ ນັກຂ່າວ ເມືອງໂພນທອງ ແຂວງຫລວງພະບາງ.
Editor: ກຳປານາດ ລັດຖະເຮົ້າ