ງານວາງສະແດງສິນຄ້າ ລາວ-ຫວຽດນາມ ຄັ້ງທີິ 11 ປະຈໍາປີ 2018 ໄດ້ເປີດຂື້ນຢ່າງເປັນທາງການ ໃນວັນທີ 30 ມີຖຸນາ 2018 ນີ້ ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫລວງວຽງຈັນ, ເຊີ່ງງານດັ່ງກ່າວແມ່ນໄດ້ເລີ່ມຂາຍມາແຕ່ວັນທີ ວັນທີ 28 ມີຖຸນາ ແລະ ສຶບຕໍ່ໄປຈົນຮອດ ວັນທີ 2 ກໍລະກົດ 2018 ໃນພິທີເປີດ ໂດຍໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ພົນໂທ ເຈິນເດີ່ນ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ສສ ຫວຽດນາມ, ທ່ານ ພົນຕີ ພູວົງ ວົງພົມ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ສປປ ລາວ, ພ້ອມນີ້ ຍັງມີຫົວຫນ້າກົມ, ຈາກກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ສປປ ລາວ, ບັນດາແຂກ ແລະ ຜູ້ຕາງຫນ້າຈາກກະຊວງອຸດສາຫະກໍາ ແລະ ການຄ້າ ທັງ ສອງປະເທດ ລາວ ແລະ ຫວຽດນາມ, ກະຊວງປ້ອງກັນປະເທດ, ບັນດາຫົວຫນ່ວຍທຸລະກິດ ທັງພາກລັດ ແລະ ເອກະຊົນ ສອງປະເທດອ້າຍນ້ອງ ລາວ-ຫວຽດນາມ ເຂົ້າຮ່ວມຢ່າງພ້ອມພຽງ.
ຕາມການລາຍງານຕົວຈິງ ໃນງານວາງສະແດງສິນຄ້າລາວ-ຫວຽດນາມ ຄັ້ງທີ 11 ປະຈໍາປີ 2018 ນີ້ ມີຫ້ອງວາງສະແດງທີ່ເຂົ້າຮ່ວມ ທັງໝົດ 200 ກວ່າຫ້ອງວາງສະແດງ ໃນນັ້ນຫົວຫນ່ວຍທຸລະກິດ ຈາກ ປະເທດ ສສ ຫວຽດນາມພາຍໃຕ້ການຈັດຕັ້ງປະຕິບັດຂອງສູນສົ່ງເສີມການຄ້າ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ມີຈໍານວນ 120 ຫ້ອງ. ງານຄັ້ງນີ້ ຈັດຂື້ນໂດຍ ກົມເສດຖະກິດ ກະຊວງປ້ອງກັນປະເທດ ແລະ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ໂດຍສົມທົບກັບກະຊວງປ້ອງກັນປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ ຂອງ ສປປ ລາວ. ງານວາງສະແດງສິນຄ້າ ລາວ-ຫວຽດນາມ ຄັ້ງທີ 11 ປະຈໍາປີ 2018 ຈັດເປັນເວລາ 5 ວັນນັບແຕ່ວັນ ທີ 28 ມີຖຸນາ ເຖິງ ວັນທີ 2 ກໍລະກົດ 2018, ງານດັ່ງກ່າວຈັດຂື້ນ ມີຈຸດປະສົງເພື່ອເປັນການສຶບຕໍ່ຜັນຂະຫຍາຍການຮ່ວມມື, ເພີ່ມທະວີການພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງ ປະຊາຊົນ 2 ຊາດ ລາວ-ຫວຽດນາມ ແລະ ຍັງເປັນການເພີ່ມທະວີສາຍພົວພັນດ້ານການຄ້າ ລາວ-ຫວຽດນາມ ໃຫ້ນັບມື້ນັບກວ້າງຂວາງຂື້ນ, ເປັນການເປີດໂອກາດໃນການແລກປ່ຽນບົດຮຽນ ແລະ ແນະນໍາຄຸນະພາບຂອງສິນຄ້າ ເຊີ່ງກັນ ແລະ ກັນ. ສິນຄ້າສ່ວນໃຫຍ່ ແມ່ນປະເພດ ອຸປະໂພກ-ບໍລິໂພກ, ເຄື່ອງໃຊ້ຄົວເຮືອນ, ເຕັກໂນໂລຊີທັນສະໄຫມ, ເຄື່ອງຊົມໃຊ້ໄຟຟ້າ, ເຄື່ອງປະດັບ ແລະ ຫັດຖະກໍາໄມ້, ອາຫານ-ເຄື່ອງດື່ມ ແລະ ອື່ນໆ ທັງໃນ ສປປ ລາວ ແລະ ສສ ຫວຽດນາມ ເຂີ່ງຕະຫລອດການຈັດງານ ຍັງມີຫລາຍກິດຈະກໍາຄຽງຄູ່ກັນໄປ, ການສໍາມະນາກ່ຽວກັບສິນຄ້າ, ການສະແດງສິລະປະ ລາວ-ຫວຽດນາມ ເຮັດໃຫ້ງານຄັ້ງນີ້ ມີຜູ້ເຂົ້າມາທ່ຽວຊົມ ເປັນຈໍານວນຫລວງຫລາຍ ແລະ ຄາດເງີນຫມູນວຽນ ພາຍໃນ ເປັນຈໍານວນຫລວງຫລາຍ.
Editor: ກຳປານາດ ລັດຖະເຮົ້າ