ພິທີເລື່ອນສະມາຊິກມະຫາຊົນກ້າວຫນ້າ ຂື້ນເປັນສະມາຊິກພັກສໍາຮອງ ຂອງ 5 ຫນ່ວຍພັກທີ່ຂື້ນກັບເມືອງຊະນະສົມບູນ ໄດ້ຈັດຂື້ນເມື່ອບໍ່ດົນມານີ້ ໂດຍການເປັນປະທານຂອງ ສະຫາຍ ໄພວັນ ຈອມໄຈຕາ ຄະນະປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງຊະນະສົມບູນ, ເຂົ້າຮ່ວມມີ ສະຫາຍ ຄີວັນ ໄພສານິວົງ ກໍາມະການພັກເມືອງ, ຫົວຫນ້າຈັດຕັ້ງເມືອງ. ແລະ ສະຫາຍ ທອງສະຫວັດ ມາລາວົງ ກໍາມະການພັດເມືອງ ປະທານສະຫະພັນກໍາມະບານເມືອງຊະນະສົມບູນ. ເຂົ້າຮ່ວມມີບັນດາສະຫາຍຫນ່ວຍພັກ, ສະມາຊິກພັກ ຕະຫລອດຮອດມະຫາຊົນຜູ້ກ້າວຫນ້າ ທີ່ມີຜົນງານ ກຽມຂະຫຍາຍເຂົ້າເປັນສະມາຊິກພັກສໍາຮອງ.
ໂດຍອິງຕາມກົດລະບຽບຂອງພັກ ປະຊາຊົນ ປະຕິວັດລາວ ສະໄຫມທີ 10 ຫມວດທີ 1, ມາດຕາ 2 ວ່າດ້ວຍສະໄຫມສໍາຮອງຂອງສະມາຊິກພັກ ແລະ ອິງຕາມຄໍາສະເໜີຂອງຄະນະຫນ່ວຍພັກ ການຍັງຍືນຮັບຮອງເອົາມະຫາຊົນກ້າວຫນ້າ ຂື້ນເປັນສະມາຊິກພັກສໍາຮອງ ຂອງ 7 ຫ້ອງການ 5 ຫນ່ວຍພັກ ທີ່ຂື້ນກັບເມືອງຊະນະສົມບູນ. ດັ່ງນັ້ນ ຄະນະປະຈໍາພັກເມືອງຊະນະສົມບູນ ຈີ່ງໄດ້ອອກມະຕີຕົກລົງວ່າດ້ວຍການຮັບຮອງເອົາມະຫາຊົນກ້າວຫນ້າ ຜູ້ທີ່ມີຜົນງານດີເດັ່ນ ທີ່ໄດ້ຜ່ານການຝຶກຝົນຫລໍ່ຫລອມດີເດັ່ນ ຈໍານວນ 8 ສະຫາຍ ຄື:
- ສະຫາຍ ສີມອນ ສີດາວົງ ແລະ ສະຫາຍ ສຸລິຍັນ ສິງກຸນ ສັງກັດຫ້ອງການສະຫະພັນນັກຮົບເກົ່າເມືອງຊະນະສົມບູນ
- ສະຫາຍ ລ່ຽມເພັດ ສຸວັນນະຜ່ອງໃສ ແລະ ສະຫາຍ ສຸກສະໄຫມ ໄຊອາຄົມ ສັງກັດຫ້ອງການແນວລາວສ້າງຊາດເມືອງ ແລະ ຫ້ອງການສະຫະພັນກໍາມະບານເມືອງຊະນະສົມບູນ
- ສະຫາຍ ນາງ ຈັນສະໄຫມ ຈັນທະວິລາດ ແລະ ສະຫາຍ ສຸກອໍາໄພ ພວງພູທອນ ສັງກັດຫ້ອງການສະຫະພັນແມ່ຍິງ ແລະ ຫ້ອງການຊາວຫນຸ່ມເມືອງຊະນະສົມບູນ.
- ສະຫາຍ ສຸກທະວີ ສາວາລັກ ສັງກັດຫ້ອງການແຜນການ ແລະ ການລົງທຶນເມືອງ
- ສະຫາຍ ແຫລມສິນໄຊ ສໍປະເສີດ ສັງກັດຫ້ອງການຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງຊະນະສົມບູນ ຂື້ນເປັນສະມາຊິກພັກສໍາຮອງ ຢ່າງສົມກຽດ.
Editor: ກຳປານາດ ລັດຖະເຮົ້າ