ກອງປະຊຸມໃຫຍ່ ຄັ້ງທີ 6 ຮາກຖານກໍາມະບານ ແຂວງຈໍາປາສັກ ໄດ້ຈັດຂື້ນເມື່ອບໍ່ດົນຜ່ານມານີ້ ທີ່ແຂວງຈໍາປາສັກ, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ຄໍາສິງ ສີທະນົງສັກ ປະທານສະຫະພັນກໍາມະບານແຂວງຈໍາປາສັກ, ເຂົ້າຮ່ວມມີຄະນະປະທານກໍາມະບານຮາກຖານ ແລະ ສະມາຊິກພັກ ພາຍໃນ ເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ 5 ຂອງກໍາມະບານແຂວງ ແຕ່ປີ 2015-2017 ຕະຫລອດໄລຍະຜ່ານມາ ຮາກຖານກໍາມະບານ ສະຫະພັນກໍາມະບານແຂວງຈໍາປາສັກ ໄດ້ຖຶເອົາເປັນພິເສດ ຕໍ່ວຽກງານການເມືອງແນວຄິດ ໃຫ້ແກ່ພະນັກງານ ສະມາຊິກພັກກໍາມະບານ ເພື່ອເຮັດໃຫ້ເຂົ້າເຈົ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ ສິນທໍາປະຕິວັດ. ໂດຍໄດ້ເຊື່ອມຊືມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແລະ ມະຕິ 7 ຂອງອົງຄະນະພັກແຂວງ ແລະ ຂອງສູນກາງສະຫະພັນກໍາມະບານລາວ. ຕິດພັນກັບຂະບວນການຕ້ອນຮັບວັນສໍາຄັນຂອງພັກ-ຂອງຊາດ ເອົາໃຈໃສ່ ແລະ ປົກປ້ອງສິດຜົນປະໂຫຍດຂອງສະມາຊິກ, ລົງຕິດຕາມການດໍາລົງຊີວິດ ຂອງສະມາຊິກກໍາມະກອນ ຕາມໂຮງຈັກ-ໂຮງງານ ຕ່າງໆ ແລະ ດູແລເບີ່ງແຍງແກ້ໄຂສະມາຊິກກໍາມະບານ ຈາກການເຄື່ອນໄຫວໃນໄລຍະຜ່ານມາ ບັນດາສະມາຊິກກໍາມະບານ ໄດ້ຮັບການຍ້ອງຍໍ ຈາກສູນກາງ ແລະ ແຂວງ ຈໍານວນຫນຶ່ງ. ສ່ວນທິດທາງແຜນການຕໍ່ຫນ້າ ຮາກຖານກໍາມະບານແຂວງຈໍາປາສັກ ໄດ້ສຶບຕໍ່ສຶກສາວຽກງານການເມືອງແນວຄິດ ແກ່ຖັນແຖວພະນັກງານ ສະມາຊິກພັກໃນແຕ່ລະບ້ານ ໃຫ້ເລີກເຊີ່ງ ແລະ ທົ່ວເຖິງ, ພ້ອມທັງສຶບຕໍ່ປັບປຸງການຈັດຕັ້ງ ແລະ ຂະຫຍາຍສະມາຊິກກໍາມະບານທີ່ດີເດັ່ນ, ຫ້າວຫັນ ເຂົ້າເປັນສະມາຊິກພັກ ໃຫ້ໄດ້ ປີລະ 2 ສະຫາຍ. ນອກຈາກນີ້ ຍັງຈະໄດ້ສົມທົບກັບການຈັດຕັ້ງພາກລັດ, ບໍາລຸງສ້າງພະນັກງານຜູ້ສຶບທອດ ໃຫ້ມີຄວາມຮູ້-ຄວາມສາມາດ ຫລາຍຂື້ນກວ່າເກົ່າ.
ໃນກອງປະຊຸມ ຮາກຖານກໍາມະບານຄັ້ງນີ້ ຍັງໄດ້ປະຊາມະຕິ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານຊຸດໃຫມ່ ເຊີ່ງມີຜູ້ສະຫມັກ 5 ສະຫາຍ ແລະ ໄດ້ເລຶອກເອົາພຽງ 3 ສະຫາຍ ຜ່ານການປ່ອນບັດດັ່ງກ່າວ ໄດ້ເລືອກເອົາ ສະຫາຍ ສັນໄຊ ບຸນສິຊອງ ເປັນປະທານສະຫະພັນກໍາມະບານ ແຂວງ ແລະ ສະຫາຍ ນາງ ວິໄລວອນ ເດດລືໄຊ ເປັນຮອງປະທານ ແລະ ສະຫາຍ ວົງນະຄອນ ແສງໄຊຍະວົງ ເປັນປະທານກວດກາ.
Editor: ກຳປານາດ ລັດຖະເຮົ້າ