ງານຖະແຫລງຂ່າວ ການໄດ້ຮັບລາງວັນ ໄມອາມີ ຄັ້ງທີ 8 ຂອງຮູບເງົາເລື່ອງ: ດອກຈໍາປາບານ ໃນງານບຸນມະໂຫລານຮູບເງົາ ໄມອາມິ ຄັ້ງທີ 8 ທີ່ສະຫາລັດອາເມລີກາ ໃນປີ 2018 ເຊີ່ງລາງວັນທີ່ໄດ້ຮັບແມ່ນເປັນລາງວັນດີເດັ່ນພຽງລາງວັນດຽວ ມອບໃຫ້ສະເພາະຮູບເງົາຮ່ວມກັນສ້າງດີເດັ່ນ ເທົ່ານັ້ນ ແລະ ໂອກາດດີ ທີ່ຮູບເງົາເລື່ອງ: ດອກຈໍາປາບານ ສາມາດຍາດໄດ້ລາງວັນດັ່ງກ່າວໄດ້. ເຊີ່ງພິທີຖະແຫລງຂ່າວ ຄັ້ງນີ້, ໄດ້ຈັດຂື້ນທີ່ກົມຮູບເງົາ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເມື່ອວັນທີ 26 ມີຖຸນາ 2018 ທີ່ຜ່ານມາ. ໂດຍການເປັນປະທານ ຂອງທ່ານ ວິທູນ ສຸນດາລາ ຫົວຫນ້າກົມຮູບເງົາ, ກະຊວງ ຖວທ, ມີ ທ່ານ ໂຈຢັນ ຫົວຫນ້າບໍລິສັດ ຈົງສື່ຢາໄທ້ (ປັກກິ່ງ) ສື່ວັດທະນະທໍາສາກົນ ຈໍາກັດ, ພ້ອມນີ້ຍັງມີບັນດາຫົວຫນ້າພະແນກ, ນັກສະແດງ ແລະ ສື່ມວນຊົນລາວ-ຈີນເຂົ້າຮ່ວມ.
ທ່ານ ວິທູນ ສຸນດາລາ ຫົວຫນ້າກົມຮູບເງົາ ກ່າວວ່າ: ລາວ-ຈິນ ເປັນປະເທດເພື່ອນບ້ານໃກ້ຄຽງທີ່ດີ, ເປັນເພື່ອນມິດທີ່ດີ, ມີແມ່ນໍ້າ ແລະ ສາຍພູຕິດຈອດກັນ, ປະຊາຊົນ ສອງຊາດລາວ-ຈີນ ໄດ້ມີຄວາມຮັກແພງສາມັກຄີ ແລະ ຊ່ວຍເຫລືອເຊີ່ງກັນ ແລະ ກັນ ມາແຕ່ດົນນານ. ຮູບເງົາເລື່ອງ: ດອກຈໍາປາ ເປັນຮູບເງົາເລື່ອງທໍາອິດທີ່ ສອງປະເທດຮ່ວມກັນສ້າງ ສ້າງຂື້ນເພື່ອເປັນການສະເຫລີມສະຫລອງ ວັນສ້າງຕັງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 55 ປີ, ແລະ ເພື່ອເປັນການຮັດແຫນ້ນຄວາມສາມັກຄີສູງສຸດ ຂອງ 2 ປະເທດ. ຍົກໃຫ້ເຫັນການພົວພັນຮ່ວມມືຍຸດທະສາດດ້ານຄວາມຫມັ້ນຄົງຍາວນານ ຕາມ 4 ທິດ ຄື: ເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ.
ທ່ານ ຫົວຫນ້າກົມຮູບເງົາ ກ່າວຕື່ມວ່າ: ຮູບເງົາເລື່ອງນີ້ ໂດຍການຮ່ວມມື ລະຫວ່າງ ກົມຮູບເງົາ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຂອງ ສປປ ລາວ ກັບ ບໍລິສັດ ຈົງສື່ຢາໄທ້ (ປັກກີ່ງ) ສື່ວັດທະນະທໍາສາກົນ ຈໍາກັດ,
ຮູບເງົາ ເລື່ອງ: ດອກຈໍາປາບານ ເປັນຮູບເງົາທີ່ພັນລະນາເຖິງຄວາມສວຍງາມຂອງສາວລາວ ແລະ ບ່າວຈີນ ຂອງຄົນ 2 ຮຸ້ນ ( ຮຸ້ນແມ່ເຖົ້າ ແລະ ຮູ້ນຫລານ ) ນອກຈາກນັ້ນຍັງສະແດງເຖິງໄມຕີຈິດມິດຕະພາບ ຂອງປະຊາຊົນ ສອງປະເທດ ລາວ-ຈີນ, ທັງສະແດງໃຫ້ເຫັນຄວາມສວຍງາມຂອງທໍາມະຊາດ-ວັດທະນະທໍາ, ຮິດຄອງປະເພນີອັນດີງາມ ຂອງ ສອງປະເທດ ລາວ-ຈີນ ອີກດ້ວຍ.
Editor: ກຳປານາດ ລັດຖະເຮົ້າ