ກອງບັນຊາການ ປກສ ແຂວງບໍລິຄຳໄຊ ໄດ້ຈັດພິທີ ປິດຊຸດຝືກອົບຮົມວິຊາສະເພາະໄລຍະສັ້ນ ຂອງກຳລັງໃໝ່ - ກຳລັງທົດແທນທົ່ວກໍາລັງປ້ອງກັນຄວາມສະຫງົບ ແຂວງ ບໍລິຄຳໄຊ ປະຈຳປີ 2018 ຢ່າງເປັນທາງການ ໃນເມື່ອບໍ່ດົນມານີ້ ໂດຍການເປັນປະທານຂອງ ທ່ານ ພັນໂທ ທອງໄຫຼ ໄຊຍະລາດ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສແຂວງບໍລິຄໍາໄຊ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະຫ້ອງ, ກອງພັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ, ໂຮງຮຽນ ປກສ ຊັ້ນຕົ້ນເລກ 4, ປກສ ເມືອງ , ບັນດາຄະນະຮັບຜິດຊອບ ຕະຫລອດຮອດນັກສໍາມະນາກອນເຂົ້າຮ່ວມ ຈໍານວນ 140 ກວ່າສະຫາຍ.
ໃນພິທີ ທ່ານ ພັນໂທ ບຸນນິດ ໂຮມຄະສິດ ຮອງຫົວໜ້າຫ້ອງການເມືອງ ທັງເປັນຄະນະຮັບຜິດຊອບບັ້ນຝືກອົບຮົມ ໄດ້ຜ່ານບົດສະຫຼຸບ ບັ້ນຝືກອົບຮົມວິຊາສະເພາະໄລຍະສັ້ນ ໃຫ້ກຳລັງໃໝ່-ກຳລັງທົດແທນ ເຊີ່ງມີຜູ້ເຂົ້າຝືກ ອົບຮົມຄັ້ງນີ້ ຈໍານວນ 127 ສະຫາຍ,ຍິງ 38 ສະຫາຍ,ໃຊ້ເວລາ 15 ວັນ ເລີ່ມແຕ່ວັນທີ 04 -22 ມິຖຸນາ 2018 ຜ່ານການຈັດຕັ້ງປະຕິບັດສາມາດຕີລາຄາດ້ານດີຫຼາຍດ້ານ ເຊັ່ນ: ຍ້ອນມີຄະນະພັກ-ຄະນະກອງບັນຊາການ ໄດ້ລົງໃກ້ສິດຕິດແທດໃຫ້ທິດຊີ້ນໍາ ຈື່ງເຮັດໃຫ້ບັ້ນຝືກອົບຮົມຄັ້ງນີ້ສໍາເລັດຕາມຄາດໝາຍ, ຍ້ອນບັນດານັກສໍາມະນາກອນແຕ່ລະສະຫາຍ ມີແນວຄິດອຸ່ນອ່ຽນທຸນທ່ຽງ, ມີຄວາມຕັດສີນໃຈສູງ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດກົດລະບຽບໂຮງຮຽນກໍ່ຄື ລະບຽບຂອງກຳລັງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ, ມີຄວາມກະຕືລືລົ້ນຕໍ່ການຮໍ່າຮຽນ ເຊີ່ງສະແດງອອກ ໃນເວລາຂື້ນຫ້ອງຮຽນພາກທິດສະດີ ແລະ ລົງເດີ່ນຫັດ ແອບຕົວຈິງແຕ່ລະສະຫາຍ ໄດ້ເອົາໃຈໃສ່ຟັງຄໍາບັນຍາຍ ແລະ ການສາທິດຕົວຈິງຂອງຄູ, ອາຈານ ເຮັດໃຫ້ນັກສໍາມະນາກອນສ່ວນຫຼາຍແມ່ນມີຄວາມຮັບຮູ້, ເຂົ້າໃຈ ແລະ ເກັບກຳບົດຮຽນໄດ້ດີ, ນອກນັ້ນ ບັນດານັກສໍາມະນາກອນ ຍັງໄດ້ມີການແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດຄໍາເຫັນກັບບັນດາຄູ, ອາຈານ ແລະ ນັກສໍາມະນາກອນດ້ວຍກັນຕື່ມອີກ. ທ່ານຍັງໄດ້ຍົກໃຫ້ເຫັນ ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດ ຖອນໄດ້ ທີ່ຈະຕ້ອງນໍາໄປເປັນແນວທາງໃນ ການຈັດຕັ້ງປະຕິບັດຄັ້ງຕໍ່ໄປໃຫ້ໄດ້ຮັບຜົນດີຂື້ນກວ່າເກົ່າ. ຜ່ານການຮຽນພາກສະດີ ແລະ ພາກປະຕິບັດຕົວຈິງ ຈື່ງສາມາດຕີລາຄາ ແລະ ຈັດປະເພດຢ່າງລະອຽດ ໃນນັ້ນ ປະເພດດີເດັ່ນມີ 80 ສະຫາຍ, ຍິງ 32 ສະຫາຍ, ປະເພດດີ 40 ສະຫາຍ, ຍິງ 02 ສະຫາຍ, ປະເພດກາງ 07 ສະຫາຍ, ຍິງ 04 ສະຫາຍ.
ໂອກາດດຽວກັນກໍ່ໄດ້ມອບໃບຢັ້ງຍືນ ຜົນສໍາເລັດການຮຽນລະບຽບ ແລະ ວິຊາສະເພາະ ຂອງກຳລັງປ້ອງກັນຄວາມສະຫງົບ ໃຫ້ບັນດານັກສໍາມະນາກອນ ໃຫ້ກຽດມອບໃບຢັ້ງຢືນໂດຍ ທ່ານ ພັນໂທ ທອງໄຫຼ ໄຊຍະລາດ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄໍາໄຊ
ແຫລ່ງຂ່າວ ປກສ ແຂວງບໍລິຄໍາໄຊ
Editor: ກຳປານາດ ລັດຖະເຮົ້າ