ພະແນກຍຸຕິທໍາ ແຂວງວຽງຈັນ ໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍ ໄລຍະສັ້ນ 45 ວັນ ຊຸດທີ 8 ປະຈໍາປີ 2018 ຂຶ້ນ ໃນວັນທີ 22 ມິຖຸນາ 2018 ຜ່ານມາ ຢູ່ຫ້ອງປະຊຸມສະພາປະຊາຊົນແຂວງວຽງຈັນ ໂດຍການໃຫ້ກຽດເປັນປະ ທານຂອງ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີຫົວ ໜ້າພະແນກຍຸຕິທຳແຂວງ ວຽງຈັນ, ຮອງຫົວໜ້າພະແນກ, ມີຄະນະຮັບຜິດ ຊອບຊຸດຝຶກອົບຮົມ, ແຂກຖືກເຊີນ ພ້ອມດ້ວຍ ຄູ, ອາຈານ ແລະ ນັກຝຶກອົບ ຮົມເຂົ້າຮ່ວມ ທັງໝົດ ຈຳນວນ 78 ທ່ານ, ຍິງ 16 ທ່ານ.
ຈຸດປະສົງຂອງການຝຶກອົບຮົມກົດໝາຍຊຸດນີ້ ເພື່ອບໍາລຸງຍົກລະດັບດ້ານກົດໝາຍ ໃຫ້ແກ່ພະນັກງານຫຼັກແຫຼ່ງພາຍໃນແຂວງ ວຽງຈັນ ໄດ້ຮັບຮູ້, ເຂົ້າໃຈ ລັດຖະທຳມະນູນ ແລະ ກົດໝາຍ, ພ້ອມທັງ ຍົກສູງບົດບາດການນໍາພາ ແລະ ການຈັດຕັ້ງປະຕິບັດວຽກງານໃຫ້ສອດຄ່ອງກັບແນວທາງນະໂຍບາຍຂອງ ພັກ ແລະ ກົດໝາຍຂອງລັດ.
ໃນພິທີ ທ່ານ ກອງສີ ອຸດົມ ກໍາມະການພັກແຂວງ, ຫົວໜ້າພະແນກ ຍຸຕິທໍາແຂວງ ວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ. ຊຸດທີ 8 ຊຶ່ງໄດ້ເລີ່ມເປີດຮຽນ ແຕ່ວັນທີ 23 ເມສາ 2018 ຫາ ວັນທີ 22 ມີຖຸນາ 2018 ຈຶ່ງສໍາເລັດ. ທ່ານໄດ້ຍົກໃຫ້ເຫັນຜົນສໍາເລັດ ພ້ອມທັງຕີລາ ຄາຈຸດດີ, ຈຸດອ່ອນ ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ພ້ອມທັງ ທິດທາງ ແກ້ໄຂໃນຕໍ່ໜ້າ. ພາຍຫຼັງທີ່ໄດ້ຮັບຟັງການສະຫຼຸບລາຍງານແລ້ວ ທ່ານ ບຸນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ແກ່ນັກຝຶກອົບຮົມ ຈຳນວນ 50 ທ່ານ, ຍິງ 09 ທ່ານ. ພ້ອມກັນນັ້ນ ທ່ານກໍໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ນັກຝຶກອົບຮົມ ຊຶ່ງທ່ານໄດ້ກ່າວຍ້ອງຍໍຊົມເຊີຍ ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຝຶກອົບຮົມ ທີ່ໄດ້ເອົາໃຈໃສ່ໃນການສິດສອນ ແລະ ຄົ້ນຄວ້າຮ່ຳຮຽນຈົນ ສຳເລັດ ແລະ ທ່ານໄດ້ເນັ້ນໜັກໃຫ້ນັກຝຶກອົບຮົມທຸກຄົນ ຈົ່ງນຳເອົາຄວາມຮູ້, ຄວາມສາມາດທີ່ໄດ້ຮຽນມາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານໃນຂອບເຂດທີ່ຕົນເອງຮັບຜິດຊອບ ໃຫ້ເກີດຜົນປະໂຫຍດສູງສຸດ.
Editor: ກຳປານາດ ລັດຖະເຮົ້າ