ຄະນະຊາວໜຸ່ມ ແລະ ຄະນະໜ່ວຍສະຫະພັນແມ່ຍິງກອງບັນຊາການທະຫານ ເມືອງຄຳ ໄດ້ຈັດກອງປະຊຸມໃຫຍ່ ປັບປຸງໜ່ວຍຊາວໜຸ່ມ ຄັ້ງທີ 3 ພ້ອມທັງປັບປຸງໜ່ວຍສະຫະພັນແມ່ຍີງ ຄັ້ງທີ 5 ຂື້ນ ທີ່ສະໂມສອນກອງບັນຊາການທະຫານ ເມືອງຄຳ, ແຂວງຊຽງຂວາງ ຢ່າງເປັນທາງການ. ໂດຍພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ສະຫາຍ ຊໍ່ລໍ່ ເຊຍຟຸງຕົງເຢີ ຄະນະປະຈຳຊາວໜຸ່ມ ແຂວງ ຫົວໜ້າພະແນກຊາວໜຸ່ມ ກອງບັນຊາການທະຫານ ແຂວງຊຽງຂວາງ, ມີ ສະຫາຍ ຄຳບານ ນະບົວໄຂ ກຳມະການພັກເມືອງ, ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າການເມືອງ ກອງບັນຊາການ ທະຫານເມືອງ, ມີ ສະຫາຍ ຄຳເພັດ ໄຊຍະພັກ ກຳມະການພັກເມືອງ ເລຂາຄະນະບໍລິຫານງານຊາວໜຸ່ມ ເມືອງ ແລະ ສະຫາຍ ນາງ ສົມລີ ແພງສາ ຮອງປະທານສະຫະພັນແມ່ຍີງເມືອງ, ມີຄະນະຊາວໜຸ່ມ, ຄະນະສະຫະພັນແມ່ຍິງ, ມີສະມາຊິກໜ່ວຍກອງບັນຊາການທະຫານເມືອງພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສະຫາຍ ຄຳເຫຼັກ ມານາວົງ ເລຂາໜ່ວຍຊາວໜຸ່ມກອງບັນຊາການທະຫານເມືອງ ໄດ້ຂື້ນຜ່ານບົດລາຍງານການເຄື່ອນໄຫວວຽກງານ ຂອງຊາວໜຸ່ມຂອງກອງບັນຊາການທະຫານເມືອງ ໃນໄລຍະຜ່ານມາໄດ້ກ່າວວ່າ: ໜ່ວຍຊາວໜຸ່ມກອງບັນຊາການທະຫານເມືອງຄຳ ປະກອບມີ 2 ໜ່ວຍ, ມີຄະນະ ຊາວໜຸ່ມ 6 ສະຫາຍ, ຍິງ 1 ສະຫາຍ, ມີສະມາຊິກທັງໝົດ 111 ສະຫາຍ, ຍິງ 12 ສະຫາຍ ແລະ ສະມາຊິກພັກ ທີ່ເປັນຊາວໜຸ່ມ 34 ສະຫາຍ, ຍີງ 8 ສະຫາຍ, ຜ່ານການຈັດຕັ້ງປະຕິບັດ 3 ປີຜ່ານມາ ຄະນະຊາວໜຸ່ມ ກອງບັນຊາການທະຫານເມືອງຄຳ ໄດ້ຖືເອົາການເມືອງແນວຄິດເຊື່ອມຊືມເອກະສານ, ແນວທາງນະໂຍ ບາຍຂອງພັກ, ກົດໝາຍຂອງລັດ, ນິຕິກໍາຕ່າງໆຂອງຂັ້ນເທິງ ແລະ ກົດລະບຽບຂອງຊາວ ໜຸ່ມລົງເຊື່ອມ ຊືມໃຫ້ແກ່ສະມາຊິກໄດ້ 35 ຄັ້ງ, ພ້ອມນັ້ນກໍ່ຍັງໄດ້ຂະຫຍາຍມະຫາຊົນຊາວໜຸ່ມທີ່ກ້າວໜ້າ ເຂົ້າໄດ້ 12 ສະຫາຍ, ຍິງ 1 ສະຫາຍ, ຂະຫຍາຍສະມາຊິກຊາວໜຸ່ມເຂົ້າເປັນສະມາຊິກພັກໄດ້ 29 ສະຫາຍ, ຍິງ 4 ສະຫາຍ, ເຂົ້າພັກສົມບູນໄດ້ 29 ສະຫາຍ, ຍິງ 4 ສະຫາຍ, ພ້ອມທັງຍົກລະດັບວັດ ທະນະທຳໄດ້ 8 ສະຫາຍ, ສົ່ງໄປຮຽນທິດສະດີການເມືອງ-ການປົກຄອງ ແລະ ຮຽນວິຊາສະເພາະໄດ້ 5 ສະຫາຍ, ພ້ອມນີ້ ກໍ່ຍັງມີວຽກງານອື່ນໆເຊັ່ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານຂະບວນການ ຕ່າງໆ ແລະ ວຽກງານເສດຖະກິດ, ນອກຈາກນັ້ນກໍ່ຍັງໄດ້ຖືເອົາຫຼັກການລວມສູນປະຊາທິປະໄຕແບ່ງໜ້າ ທີ່ວຽກງານໃຫ້ແຕ່ລະສະຫາຍລົງຊີ້ນຳນຳພາໄດ້ເປັນປົກກະຕິ ແລະ ເຕົ້າໂຮມຄວາມສາມັກຄີຈັດຕັ້ງປະຕິບັດໜ້າທີ່ ວຽກງານໄດ້ສຳເລັດຕາມຂັ້ນເທີງມອບໝາຍໃຫ້ໄດ້ເປັນຢ່າງດີ, ພ້ອມນັ້ນກໍ່ຍັງຈະໄດ້ແກ້ໄຂຈຸດ ອ່ອນ ແລະ ຂໍ້ຄົງຄ້າງໃຫ້ໄດ້ຮັບຜົນດີຂື້ນເທື່ອລະກ້າວ, ພ້ອມທັງຜ່ານທິດທາງແຜນການໃນປີ 2018-2020,
ຈາກນັ້ນສະຫາຍ ນາງ ຄຳກ້ຽງ ມະຫາພານຄຳ ຫົວໜ້າຂະແໜງສະຫະພັນແມ່ຍິງກອງບັນຊາການທະຫານເມືອງ ກໍ່ໄດ້ຂື້ນຜ່ານບົດລາຍງານການເຄື່ອນໄຫວໃນໄລຍະ 3 ປີຜ່ານມາຂອງໜ່ວຍສະຫະພັນແມ່ຍິງ ກອງບັນຊາການທະຫານເມືອງຄຳ ໃຫ້ຮູ້ອີກຕື່ມວ່າຕື່ມ: ສະຫະພັນແມ່ຍີງກອງບັນຊາການທະຫານເມືອງຄຳໄດ້ຖືເອົາການເມືອງແນວຄິດລົງເຊື່ອມຊືມສຶກສາອົບຮົມໃຫ້ແກ່ສະມາຊິກເອື້ອຍນ້ອງແມ່ຍິງໃຫ້ມີຄວາມອຸ່ນອຽງທຸ່ນທ່ຽງ ຕໍ່ການຊີ້ນຳນຳພາຂອງພັກລັດພ້ອມນີ້ກໍ່ຍັງໄດ້ມີການປັບປຸງການຈັດຕັ້ງໜ່ວຍໃຫ້ກັບສະພາບໜ້າວຽກຂອງແຕ່ລະສະຫາຍ, ມີການປະສານສົມທົບກັບຄະນະພັກ-ຄະນະບັນຊາ ແລະ ອົງການທີ່ກ່ຽວຂ້ອງໃນການຄົ້ນຄ້ວາປົກປ້ອງສິດຜົນປະໂຫຍດຂອງແມ່, ເດັກນ້ອຍ, ໃກ້ສິດຕິດແທດປົກປ້ອງສະກັດກັ້ນປະກົດການຫຍໍ້ທໍ້ຕໍ່ແມ່ຍິງ, ເດັກນ້ອຍ ເຊັ່ນ: ພັດທະນາແມ່ຍິງ, ປະຕິບັດຂໍ້ແຂ່ງຂັນ 3 ດີ, ສ້າງແຫຼ່ງລາຍຮັບຂອງການຈັດຕັ້ງສະຫະພັນແມ່ຍິງ ແລະ ປຸກລະດົມຂະບວນການແມ່ຍິງເຂົ້າຮ່ວມ ພາລະກິດປົກປັກຮັກສາສ້າງສາພັດທະນາປະເທດຊາດໃຫ້ເອື້ອຍນ້ອງແມ່ຍິງມີຄວາມສາມັກຄີ, ມີແຜນວິທີເຮັດວຽກໃນແຕ່ລະດ້ານສອດຄ່ອງກັບແຜນຂອງຄະນະພັກ-ຄະນະບັນຊາ ແລະ ພະແນກການໃນການ ຈັດຕັ້ງປະຕິບັດໜ້າທີ່ວຽກງານ, ເປັນເຈົ້າການປະຕິບັດມະຕິຕ່າງໆຂອງພັກລະບຽບກົດໝາຍຂອງລັດ ໄດ້ເປັນຢ່າງດີ ແລະ ກໍ່ຍັງຈະໄດ້ແກ້ໄຂຈຸດອ່ອນ ແລະ ຂໍ້ຄົງຄ້າງໃຫ້ໄດ້ຮັບຜົນສຳເລັດຂື້ນເທື່ອລະກ້າວ. ພ້ອມນັ້ນກໍ່ຍັງໄດ້ຜ່ານທິດທາງແຜນການໃນຕໍ່ໜ້າຕື່ມອີກ.
ຫຼັງຈາກນັ້ນຄະນະຊາວໜຸ່ມຊຸດເກົ່າກໍ່ໄດ້ຂື້ນຜ່ານບົດສຳຫຼວດພ້ອມທັງກ່າວລາໜ້າທີ່, ພ້ອມດຽວກັນນັ້ນກໍ່ໄດ້ປ່ອນບັດເລືກຕັ້ງເອົາຄະນະຊາວໜຸ່ມຊຸດໃໝ່ ໂດຍມີຜູ້ເຂົ້າຮ່ວມສະໝັກເລືກຕັ້ງ 11 ສະຫາຍ, ເລືອກເອົາໜ່ວຍ 9 ສະຫາຍ, ຜ່ານຈາກກອງປະຊຸມປະຖົມມະລຶກເຫັນດີເປັນເອກະພາບ ໜ່ວຍຊາວໜຸ່ມ ກອງບັນຊາການ ເລືອກເອົາ ສະຫາຍ ຮ້ອຍຕີ ວິໄລ ໄຊສົງຄາມ ເປັນເລຂາ, ສະຫາຍ ຮ້ອຍໂທ ສົມຮັກ ໄຊສະຫວັດ ເປັນຮອງເລຂາທັງເປັນປະທານກວດກາ, ເອົາສະຫາຍ ຮ້ອຍໂທ ວຽງສະຫວັນ ໂຄດສຸວັນ ເປັນຄະນະ ໜ່ວຍຊາວໜຸ່ມກອງຮ້ອຍ ຫນື່ງຫ້າ, ເລືອກເອົາສະຫາຍ ພັນຕີ ຄໍາສິງ ພອນສົມຈິດ ເປັນເລຂາ, ເອົາສະຫາຍ ຮ້ອຍຕີ ໂອເລ ວິໄລຈິດ ເປັນຮອງເລຂາທັງເປັນປະທານກວດກາ, ເອົາສະຫາຍ ຮ້ອຍໂທ ວົງເພັດ ພີມວົງສາ ເປັນຄະນະ, ໜ່ວຍສະຫະພັນແມ່ຍິງ ເລືອກເອົາ ສະຫາຍ ຮ້ອຍໂທ ນາງ ຄຳກ້ຽງ ມະຫາພານຄຳ ເປັນທານ, ເອົາສະຫາຍ ຮ້ອຍໂທ ນາງ ຕຸ້ນ ໄຊຍະ ວົງ ເປັນຮອງປະທານທັງເປັນປະທານກວດກາ, ເອົາສະຫາຍຮ້ອຍຕີ ນາງ ພີມວັນ ແກ້ວທະຈັນ ເປັນຄະນະ
ແຫລ່ງຂ່າວ ທີມຂ່າວເມືອງຄໍາ
Editor: ກຳປານາດ ລັດຖະເຮົ້າ