ເມື່ອບໍ່ດົນນີ້ ຄະນະຜູ້ແທນກອງບັນຊາການຕໍາຫລວດເມືອງເລຖຸ້ຍ ແຂວງກວາງບິ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ໄດ້ເຂົ້າພົບປະ ແລະ ມອບກະຕ່າຂອງຂັວນໃຫ້ເຈົ້າເມືອງເຊໂປນ, ຈາກນັ້ນກໍ່ໄດ້ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນສະພາບ ປະຈໍາປີ 2018 ລະຫວ່າງ ກອງບັນຊາການປ້ອງກັນຄວາມສະຫງົບສຸກເມືອງເຊໂປນ, ແຂວງສະຫວັນນະເຂດ ສປປລາວ ກັບກອງບັນຊາການຕໍາຫລວດເມືອງເລຖຸ້ຍ, ແຂວງກວາງບິ່ງ ແຫ່ງ ສສ ຫວຽດນາມ, ພິທີດັ່ງກ່າວຈັດຂື້ນຢູ່ຫ້ອງປະຊຸມຊັ້ນ 3 ຂອງໂຮງແຮມວຽງໄຊ ເມືອງເຊໂປນ, ແຂວງສະຫວັນນະເຂດ, ໂດຍການເປັນປະທານຂອງ ທ່ານ ວົງໄຊ ໄຊຍະຈັກ ວ່າການເລຂາພັກເມືອງ, ເຈົ້າເມືອງເຊໂປນ,ທ່ານ ພັນໂທ ທອງຂຽວ ທໍາມະວົງ ຮອງຫົວໜ້າກອງບັນຊາການ ປ.ກ.ສ ແຂວງສະຫວັນນະເຂດ, ທ່ານ ພັນໂທ ຄໍາພາ ຄໍາມະວົງ ຄະນະປະຈໍາພັກເມືອງ, ຫົວໜ້າປ.ກ.ສ ເມືອງເຊໂປນ ພ້ອມຄະນະ, ຝ່າຍຫວຽດນາມ ນໍາໂດຍ ທ່ານ ພັນໂທ ເຈີນ ວັນ ສາງ ຮອງຫົວໜ້າກອງບັນຊາການຕໍາຫລວດເມືອງເລຖຸ້ຍ, ແຂວງກວາງບິ່ງ ສສ ຫວຽດນາມ ພ້ອມຄະນະ,
ໃນກອງປະຊຸມຕາງໜ້າຜູ້ແທນທັງສອງຝ່າຍ ກໍ່ໄດ້ພັດປ່ຽນກັນຂື້ນລາຍງານແຈ້ງສະພາບພາຍໃນເມືອງຂອງຕົນ ປະຈໍາປີ 2018 ແລະການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ໂດຍສະເພາະແມ່ນສະພາບທາງດ້ານການເມືອງ, ສະພາບເສດຖະກິດ, ບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ ແລະ ອື່ນໆ ແລະ ບັນຫາຊາຍແດນທີ່ໄດ້ສົ່ງຜົນກະທົບ ແລະ ສ້າງປະກົດການຫຍໍ້ທໍ້ຕ່າງໆໃຫ້ກັບບ້ານເມືອງ, ທັງນີ້ກໍ່ເພື່ອພ້ອມກັນຄົ້ນຄວ້າປືກສາຫາລືຕິລາຄາຫາວີທີແກ້ໄຂບັນຫາຕ່າງໆຢ່າງຮີບດ່ວນ ເພື່ອໃຫ້ທັນເວລາ ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ, ເພີ່ມທະວີຄວາມຮັບຜິດຊອບການຄຸ້ມຄອງຕາມຂອບເຂດຊາຍແດນ ຂອງໃຜລາວໃຫ້ມີຄວາມປອດໄພ ແລະ ເຂັ້ມແຂງຍີ່ງຂື້ນ. ຈາກນັ້ນ, ໃນກອງປະຊຸມກໍ່ໄດ້ຮ່ວມກັນເຊັນບົດບັນທຶກຊ່ວຍຄວາມຈໍາ ລະຫວ່າງ ຄະນະຜູ້ແທນຕໍາຫລວດເມືອງເຊໂປນ ກັບຄະນະຜູ້ແທນຕໍາຫລວດເມືອງເລຖຸ້ຍ ແຫ່ງ ສສ ຫວຽດນາມ,
ແຫລ່ງຂ່າວ ທີມຂ່າວ ເມືອງເຊໂປນ
Editor: ກຳປານາດ ລັດຖະເຮົ້າ