ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 18 ພຶດສະພາ ທີ່ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ຮອງສາດສະດາຈານ ດຣ, ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ເຂົ້າຮ່ວມ ມີຫົວຫນ້າຫ້ອງການ, ຫົວຫນ້າກົມ-ຮອງກົມ, ພະແນກສາທາລະນະສຸກໃນແຕ່ລະແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງກັບວຽກງານປະກັນສຸຂະພາບ ເຂົ້າຮ່ວມ ເກືອບ 100 ທ່ານ.
ໃນກອງປະຊຸມ ບັນດາຜູ້ເຂົ້າຮ່ວມໄດ້ພ້ອມກັນຮັບຟັງບົດສະຫລຸບລາຍງານການຈັດຕັ້ງປະຕິບັດ ວຽກງານປະກັນສຸຂະພາບ ໃນໄລຍະ 1 ປີຜ່ານມາ ( 2017 ) ພ້ອມກັນນັ້ນ ຍັງໄດ້ຮັບຟັງແຜນທິດທາງວຽກງານ ໃນປີ 2018 ອີກດ້ວຍ. ເຊິ່ງລາຍງານໂດຍ ທ່ານ ດຣ, ບຸນແຝງ ພູມມະໄລສິດ ຫົວຫນ້າຫ້ອງການປະກັນສຸຂະພາບແຫ່ງຊາດ ເຊີ່ງທ່ານໄດ້ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ວຽກງານປະກັນສຸຂະພາບແຫ່ງຊາດ ໄດ້ສໍາເລັດໃນຫລາຍໆວຽກທີ່ພົ້ນເດັ່ນ ທັງດ້ານການເມືອງແນວຄິດ ການສຶກສາອົບຮົມ, ວຽກງານນິຕິກໍາ, ການຈັດຕັ້ງ, ບຸກຄະລາກອນ, ວຽກງານກອງທຶນປະກັນສຸຂະພາບແຫ່ງຊາດ, ການເກັບກໍາຕົວເລກຜູ້ມາໃຊ້ບໍລິການປິ່ນປົວ, ການເກັບລາຍຮັບ, ການໃຊ້ຈ່າຍເບ້ຍປະກັນ ແລະ ອື່ນໆ. ສໍາລັບທິດທາງ ແລະ ຄາດຫມາຍ ຂອງວຽກງານປະກັນສຸຂະພາບ ສະເພາະປີ 2018 ຄື: ສູ້ຊົນຂະຫຍາຍອັດຕາການປົກຄຸມ ໃຫ້ໄດ້ 75 ສ່ວນຮ້ອຍ, ຂອງປະຊາກອນ, ມີຈະໄດ້ມີການພັດທະນາລະບົບ ກປຊ ( ກອງທຶນປະກັນສຸຂະພາບແຫ່ງຊາດ ) ໃຫ້ມີຄຸນະພາບ, ຫລຸດຜ່ອນການຈົກຖົງຈ່າຍເອງຂອງຄົນເຈັບ ໃຫ້ຫລຸດເຖິງ 30 ສ່ວນຮ້ອຍ ໃນສະຖານທີ່ບໍລິການຂອງລັດ. ນອກຈາກນີ້ ໃນແຜນວຽກງານປະກັນສຸຂະພາບ ປີ 2018 ແມ່ນຈະມີການສ້າງ ແລະ ປັບປຸງນິຕິກໍາ ສໍາລັບວຽກງານຂອງກອງທຶນປະກັນສຸຂະພາບແຫ່ງຊາດ, ຮັບປະກັນການຕອບສະຫນອງທຶນທີ່ຍືນຍົງ ໃຫ້ແກ່ກອງທຶນປະກັນສຸຂະພາບແຫ່ງຊາດ, ສ້າງຄວາມເຂັ້ມແຂງໃຫ້ລະບົບປະກັນສຸຂະພາບໃນທຸກລະດັບ, ຮັບປະກັນຄຸນະພາບຂອງການບໍລິການ ທີ່ສະຫນອງໃຫ້ຜູ້ປະກັນຕົນ, ການປຸກລະດົມຄວາມຕື່ນຕົວ ຕໍ່ກອງທຶນປະກັນສຸຂະພາບແຫ່ງຊາດ.
ກອງປະຊຸມ ຜູ້ເຂົ້າຮ່ວມຈາກພາກສ່ວນທີ່ກ່ຽວຊ້ອງ ລວມທັງຕາງຫນ້າໃນແຕ່ລະແຂວງທົ່ວປະເທດ ຍັງໄດ້ມີສ່ວນຮ່ວມສົນທະນາປະກອບຄໍາຄີດເຫັນ ກົງໄປ-ກົງມາ ເພື່ອເຮັດໃຫ້ເນື້ອໃນທີ່ສໍາຄັນ ແລະ ບົດຮຽນປະສົບການ ເພື່ອປັບປຸງແກ້ໄຂ ໃນບາງວຽກງານ ໃຫ້ມີຄຸນນະພາບ ກໍ່ຄືວຽກງານອື່ນໆ ໃຫ້ໄດ້ຮັບຜົນສໍາເລັດໂດດເດັ່ນ ໃນປີ 2018.
Editor: ກຳປານາດ ລັດຖະເຮົ້າ