ເພຶ່ອສືບຕໍ່ຮັດແໜ້ນສາຍພົວພົນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ແຂວງວຽງຈັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ນະຄອນຮາຍຟອງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໃນໄລຍະປີທີ່ຜ່ານມາ ແລະ ເສີມຂະຫຍາຍການຮ່ວມມືຕາມຂະແໜງການໃຫ້ໄດ້ຮັບຜົນສຳເລັດ. ໃນວັນທີ 26 ເມສາ 2018 ຜ່ານມານີ້ ສະຫະພັນກຳມະບານແຂວງວຽງຈັນ ແລະ ສະມະພັນແຮງງານນະຄອນຮາຍຟ່ອງ ໄດ້ຈັດພິທີພົບປະເຈລະຈາ, ແລກປ່ຽນບົດຮຽນນຳກັນ ຢູ່ທີ່ຫ້ອງປະຊຸມຊັ້ນ 2 ຂອງຫ້ອງວ່າການປົກຄອງແຂວງວຽງຈັນ ເຊິ່ງທັງ 2 ຝ່າຍ ໄດ້ພັດປ່ຽນກັນລາຍງານສະພາບລວມຂອງແຂວງ ແລະ ສະພາບການຈັດຕັ້ງປະຕິບັດວຽກງານກຳມະບານຢູ່ໃນແຂວງຂອງຕົນໃນໄລຍະຜ່ານມາ ເພຶ່ອເປັນການແລກປ່ຽນບົດຮຽນນຳກັນ. ຫຼັງຈາກນັ້ນທັງ 2 ຝ່າຍ ກໍ່ໄດ້ຕົກລົງເຫັນດີເປັນເອກະພາບກັນ ລົງນາມເຊັນບົດບັນທຶກການຮ່ວມື ໃນໄລຍະປີ 2018-2023, ຝ່າຍລາວລົງນາມເຊັນໂດຍ ທ່ານ ເທບພະໄທ ແກ້ວເຂັມເພັດ, ປະທານສະຫະພັນກໍາມະບານແຂວງວຽງຈັນ ແລະ ຝ່າຍຫວຽດນາມ ລົງນາມເຊັນໂດາຍ ທ່ານ ຟາມ ຮື ທື, ປະທານສະມະພັນແຮງງານ ນະຄອນຮາຍຟອງ, ໂດຍຊ່ອງໜ້າຜູ້ແທນທັງ 2 ຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ໃນບົດບັນທຶກໄດ້ລະບຸວ່າ: 2 ຝ່າຍເຫັນດີເປັນເອກະພາບກັນເພຶ່ອເພີ່ມທະວີວຽກງານຮ່ວມມື, ແລກປ່ຽນບົດຮຽນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກ່ຽວກັບວຽກງານໃນຂົງເຂດຂອງຕົນຮັບຜິດຊອບ, ສ້າງເງື່ອນໄຂສະດວກໃນການສະໜອງຂໍ້ມູນຂ່າວສານໃນຂົງເຂດຕົນເອງຮັບຜິດຊອບໃຫ້ກັນ ແລະ ກັນຮັບຊາບ, ເອົາໃຈໃສ່ສຶກສາອົບຮົມແນວຄິດໃຫ້ແກ່ສະມາຊິກພັກ, ກຳມະກອນ ແລະ ຊາວຜູ້ອອກແຮງງານຂອງສອງແຂວງ,ໃຫ້ເຄົາລົບກົດໝາຍຂອງສອງປະເທດກ່ຽວກັບການຄຸ້ມຄອງແຮງງານ ແລະ ສາຍພົວພັນມິດຕະພາບລະຫວ່າງສອງຊົນຊາດລາວ-ຫວຽດນາມ ແລະ ລະຫວ່າງ ແຂວງວຽງຈັນ-ນະຄອນຮາຍຟ່ອງ, ເຫັນດີເປັນເອກະພາບກັນຈັດຕັ້ງ ຄະນະໄປມາຢ້ຽມຢາມ ແລະ ເຮັດວຽກເພຶ່ອແລກປ່ຽນບົດຮຽນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປີລະຄັ້ງ ຫຼື 2 ປີຕໍ່ຄັ້ງ ໂດຍພັດປ່ຽນກັນເປັນເຈົ້າພາບ, ສືບຕໍ່ເສີມຂະຫຍາຍວຽກງານໂຄສະນາ, ສ້າງເງື່ອນໄຂສະດວກໃຫ້ບັນດາຫົວໜ່ວຍທຸລະກິດທີ່ໄດ້ຮ່ວມມືກັນຂອງ 2 ຝ່າຍ, ໄດ້ມີການພົວພັນແລກປ່ຽນບົດຮຽນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຕາມເນື້ອໃນບົດບັນທຶກໃນໄລຍະປີ 2016-2020, ທີ່ໄດລົງນາມເຊັນກັນໃນປີ 2016.
ໃນໂອກາດນີ້ທາງສະມະພັນແຮງງານ ແລະ ນັກທຸລະກິດຂອງນະຄອນຮາຍຟອງ ໄດ້ມອບເງິນໃຫ້ສະຫະພັນກຳມະບານແຂວງວຽງຈັນ ຈຳນວນ 100 ລ້ານດົ່ງ.
Editor: ແຂວງວຽງຈັນ