ໃນຕອນເຊົ້າຂອງວັນທີ 25 ເມສາ 2018 ນີ້ ຢູ່ສະໂມສອນບ້ານ ປຸ່ງຮ້ອນ ກຸ່ມນາຊອນ ເມືອງໂພນທອງ,ແຂວງຫລວງພະບາງ ໄດ້ຈັດພິທີປະກາດບ້ານ ປຸ່ງຮ້ອນ ເປັນບ້ານສາມັກຄີປອງດອງ ໂດຍການເປັນປະທານຂອງ ທ່ານ ແຕງທອງ ໄຊຍະທິ ກຳມະການພັກເມືອງ ປະທານແນວລາວສ້າງຊາດເມືອງໂພນທອງ, ເປັນກຽດເຂົ້າຮ່ວມໂດຍ ທ່ານ ພັນໂທ ອຸ່ນຄໍາ ໃຈສິດທິ ຄະນະປະຈໍາພັກເມືອງໂພນທອງ, ມີເລຂາພັກບ້ານປຸ່ງຮ້ອນ, ປະທານແນວລາວສ້າງຊາດຂັ້ນບ້ານ ພ້ອມດ້ວຍພະນັກງານຫ້ອງການ ແນວລາວສ້າງຊາດເມືອງ, ອົງການປົກຄອງບ້ານ,ຕະຫລອດຮອດປະຊາຊົນພາຍໃນບ້ານເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ ທ່ານ ອຸ່ນອຽງ ຮອງນາຍບ້ານ ບ້ານປຸ່ງຮ້ອນ ກໍ່ໄດ້ຂຶ້ນຜ່ານບົດສະຫຼຸບຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ແລະ ວາງທິດທາງແຜນການໃນປີຕໍ່ໜ້າ ບ້ານປຸ່ງຮ້ອນ ເປັນບ້ານຊົນເຜົ່າປະສົມ ມີເຜົ່າໄທດຳ 44 ຄອບຄົວ ເຜົ່າກື່ມມຸ 2 ຄອບຄົວ, ລວມຄອບຄົວ ທັງຫມົດ ມີ 46 ຄອບຄົວ, ພົນລະເມືອງ 306 ຄົນ, ຍີງ 145 ຄົນ, ອາຊີບສ່ວນໃຫຍ່ແມ່ນການປູກຝັງ ແລະ ລ້ຽງສັດ ອາຊີບຕົ້ນຕໍແມ່ນການຄ້າຂາຍ ແລະ ບໍລິການເປັນອາຊີບສຳຮອງ. ປະຈຸບັນເສດຖະກິດຂອງບ້ານ ໄດ້ມີການເຕີບໂຕ ສະເລ່ຍໃສ່ຫົວຄົນໜື່ງໄດ້ 5 ລ້ານກ່ວາກີບຕໍ່ຄົນ/ປີ. ໂດຍເຫັນໄດ້ເຖີງຄວາມສາມັກຄີຂອງບັນດາຊົນເຜົ່າ ປະຊາຊົນພາຍໃນບ້ານຮັກສາໄດ້ຄວາມສາມັກຄີ ແລະ ຮີດຄອງປະເພນີອັນດີງາມຂອງຊົນເຜົ່າ ທີ່ເປັນເອກະລັກຂອງຊາດ ແລະ ຂອງທ້ອງຖີ່ນໄດ້ເປັນຢ່າງດີ, ປະຊາຊົນດັ່ງກ່າວໄດ້ປະກາດເປັນບ້ານຈົບຊັ້ນມັດທະຍົມບຳລຸງ, ບ້ານປອດຄະດີ, ບ້ານປ້ອງກັນຄວາມສະຫງົບດີ, ບ້ານຍຸດຕິການຖາງປ່າເຮັດໄຮ່ແບບເລື່ອນລອຍ, ບ້ານສາທາລະນະສຸກແບບຢ່າງ, ບ້ານວັດທະນະທຳ, ບ້ານແມ່ຍິງສາມດີ, ບ້ານປ້ອງກັນຊາດເຂັມແຂງ, ຫນ່ວຍພັກແຂງຮູ້ນຳພາຮອບດ້ານ.
ຜົນງານດັ່ງກ່າວແມ່ນສະແດງເຖິງມູນເຊື້ອໃນການເຕົ້າໂຮມຄວາມສາມມັກຄີປອງດອງ ຈົນມາເຖີງປະຈຸບັນ, ຜ່ານການຊຸກຍູ້ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ. ຂອງຫ້ອງການແນວລາວສ້າງຊາດເມືອງໂພນທອງ ໄດ້ລົງປະເມີນເຫັນວ່າຄອບຄົວ ທີ່ຄົບຕາມ 4 ມາດຕະຖານ ຂອງສູນກາງແນວລາວສ້າງຊາດວາງອອກ ທີ່ກວມ 85% ຂຶ້ນໄປໂອກາດດັ່ງກ່າວ ທ່ານ ພັນໂທ ອຸ່ນຄໍາ ໃຈສິດທິ ຄະນະປະຈໍາພັກເມືອງໂພນທອງກໍ່ໄດ້ເປັນກຽດກ່າວມອບໃບຢັ້ງຢືນ ບ້ານສາມັກຄີປອງດອງຂອງແນວລາວສ້າງຊາດໃຫ້ແກ່ນາຍບ້ານໆ ບ້ານ ປຸ່ງຮ້ອນ ຢ່າງສົມກຽດ. ພ້ອມນັ້ນ ທ່ານ ແຕງທອງ ໄຊຍະທິ ກຳມະການພັກເມືອງປະທານແນວລາວສ້າງຊາດເມືອງ ໄດ້ໃຫ້ກຽດຂື້ນມອບໃບຢັ້ງຢືນຄອບຄົວສາມັກຄີປອງດອງໃຫ້ແກ່ຄອບຄົວຈໍານວນ 44 ຄອບຄົວດັ່ງກ່າວ. ຈາກນັ້ນ, ອົງການປົກຄອງບ້ານປຸ່ງຮ້ອນໄດ້ຂຶ້ນພິທີຈັບມືແຂ່ງຂັນກັນ ເພື່ອສ້າງຂະບວນການສ້າງຄອບຄົວ ແລະ ສ້າງບ້ານສາມັກຄີປອງດອງຢູ່ພາຍໃນບ້ານຂອງຕົນໃນປີຕໍ່ໜ້າ.
Editor: ນັກຂ່າວເມືອງໂພນທອງ