ໃນວັນທີ 30 ມີນາ ຜ່ານມານີ້; ຢູ່ທີ່ສະໂມສອນເມືອງອາດສະພັງທອງ, ແຂວງສະຫວັນ ນະເຂດ ບັນດາສະມາຊິກພັກໃໝ່ໃນທົ່ວເມືອງ ໄດ້ຮັບຮູ້ເຊື່ອມຊຶມການຈັດຕັ້ງນໍາໃຊ້ເອກະສານ ແລະ ຈັດຕັ້ງອົບຮົມສະມາຊິກພັກໃໝ່. ໂດຍການເຂົ້າຮ່ວມຂອງ ທ່ານ ລໍາທອງ ຂອບສີລາວົງ ເລຂາຄະນະບໍລິຫານພັກເມືອງ ເມືອງອາດສະພັງທອງ, ມີກໍາມະການພັກເມືອງ, ສະມາຊິກພັກໃໝ່ 87 ໜ່ວຍພັກໃນທົ່ວເມືອງ ເຂົ້າຮ່ວມ.
ການເຜີຍແຜ່ເອກະສານການຮັບຮູ້ເຊື່ອມຊຶມການຈັດຕັ້ງນໍາໃຊ້ເອກະສານ ແລະ ຈັດຕັ້ງອົບຮົມສະມາຊິກພັກໃໝ່ ຄັ້ງນີ້; ສໍາມະນາກອນທີ່ເຂົ້າຮ່ວມຝຶກອົບຮົມສະມາຊິກພັກໃໝ່ ແມ່ນໄດ້ຮຽນຮູ້ເອກະສານຕ່າງໆທີ່ສໍາຄັນປະກອບມີເອກະສານ 5 ບົດ ຄື: ຄວາມຮູ້ພື້ນຖານກ່ຽວກັບລັດທິມາກ-ເລນິນ, ວຽກງານການກໍ່ສ້າງ ແລະ ປັບປຸງພັກ, ຄຸນທາດການເມືອງ ຄຸນສົມບັດສິນທໍາປະຕິວັດ ຂອງສະມາຊິກພັກ, ເຊີດຊູຄວາມເປັນແບບຢ່າງນໍາໜ້າຂອງສະມາຊິກພັກ ແລະ ເອກະສານການແກ້ໄຂພະຍາດອາດຍາສິດ, ສະກັດກັ້ນການສໍ້ລາດບັງຫຼວງ. ເຊິ່ງໃຫ້ກຽດເຜີຍແຜ່ເອກະສານໂດຍ ທ່ານ ລໍາທອງ ຂອບສີລາວົງ ເລຂຄະນະບໍລິຫານພັກເມືອງ. ເພື່ອແນ່ໃສ່ຍົກສູງລະດັບຄວາມຮູ້-ຄວາມເຂົ້າໃຈບັນດາເນື້ອໃນ ມະຕິກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດ ຄັ້ງທີ 10 ຂອງພັກຢ່າງເລິກເຊິ່ງ ແລະ ເພື່ອສຶກສາອົບຮົມສະມາຊິກພັກ, ໂດຍສະເພາະສະມາຊິກພັກໃໝ່ ໃຫ້ມີຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງ ກໍາແໜ້ນທິດນໍາໃນການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນບົນພື້ນຖານຄວາມຮັບຮູ້-ເຂົ້າໃຈ ເຮັດໃຫ້ການຈັດຕັ້ງຂອງພັກໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສືບຕໍ່ເຮັດໜ້າທີ່ການເມືອງໄດ້ເປັນຢ່າງດີ. ເພື່ອເຮັດໃຫ້ບັນດາສະມາຊິກພັກ ໃໝ່ໃນ 87 ໜ່ວຍພັກ ໃນເມືອງ ອາດສະພັງທອງ ໄດ້ຮັບຮູ້ ແລະ ເຊື່ອມຊຶມຕໍ່ກັບເອກະສານດັ່ງກ່າວໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ພ້ອມກັນນໍາເອົາເນື້ອໃນເອກະສານໄປຈັດຕັ້ງປະຕິບັດໃນໜ້າທີ່ວຽກງານໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນໄປຢ່າງບໍ່ຢຸດຢັ້ງ.
Editor: ກຳປານາດ ລັດຖະເຮົ້າ