ກອງປະຊຸມໃຫຍ່ຄັ້ງທີ II ຂອງຮາກຖານກຳມະບານກຸ່ມສັງຄົມເມືອງໝື່ນ ໄດ້ໄຂຂຶ້ນ ແລະ ອັດລົງ ໃນຕອນເຊົ້າຂອງວັນທີ 15 ມີນາ 2018 ນີ້ ຢູ່ທີ່ຫ້ອງປະຊຸມ ຫ້ອງການຍຸຕິທຳເມືອງໝື່ນ ພາຍໃຕ້ການເປັນປະທານ ຂອງສະຫາຍ ກົງຈີ້ ຢ່າງ, ປະຖານຮາກຖານກຳມະບານກຸ່ມສັງຄົມ,ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ສູນທະວີ ບຸດຈັນທະລາດ, ປະທານສະຫະພັນກຳມະບານ ເມືອງໝື່ນ ,ມີສະຫາຍ ນາງ ຄຳແວວ ໂພທິສານ, ກຳມະການພັກເມືອງ ຫົວ ໜ້າຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາແຂກ,ຜູ້ແທນກຳມະບານອ້ອມຂ້າງເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານການເມືອງ 2 ພາກ ແລະ ໄດ້ປະກອບຄຳຄິດຄຳເຫັນໃສ່ບົດລາຍງານດັ່ງກ່າວ ເພື່ອໃຫ້ມີເນື້ອໃນ ແລະ ຄວາມໝາຍສົມບູນຂຶ້ນ, ສະຫາຍ ກົງຈີ້ ຢ່າງ ປະທານຮາກຖານກຳມະບານກຸ່ມສັງຄົມ ໄດ້ຂຶ້ນຜ່ານບົດສຳຫຼວດການນຳພາລວມ ແລະ ຜ່ານບົດກ່າວລາໜ້າທີ່. ກອງປະຊຸມໃນເທື່ອນີ້ຍັງໄດ້ປ່ອນບັດຄັດເລືອກເອົາຄະນະກຳມະບານຮາກຖານຊຸດໃໝ່ ຈຳນວນ 5 ສະຫາຍ ດັ່ງນີ້ : 1. ສະຫາຍ ນາງ ເມຕ໋າ ສອນອາໄພ, 2. ສະຫາຍ ເຢີທ່າວ ເຈີຈິງ, 3. ສະຫາຍ ບຸນເລີງ ສີສຸວັນຕອງ, 4. ສະຫາຍ ຝູເເລັດ ລໍ່, 5. ສະຫາຍ ນາງ ວັນນາ ວັນນະສິນ ກອງປະຊຸມຄົບຄະນະຄັ້ງປະຖົມມະລຶກຂອງກຳມະບານຮາກຖານກຸ່ມສັງຄົມຄັ້ງທີ II ສະ ໄໝທີ I ໄດ້ເປັນເອກະສັນເລືອກເອົາ 1. ສະຫາຍ ຝູເເລັດ ລໍ່ ເປັນປະທານຮາກຖານກຳມະບານກຸ່ມສັງຄົມ, 2. ສະຫາຍ ເຢີທ່າວ ເຈີຈິງ ເປັນຮອງ ແລະ ປະທານກວດກາ, 3. ສະຫາຍ ບຸນເລີງ ສີສຸວັນຕອງ ເປັນຄະນະ.
ພິທີ ສະຫາຍ ສູນທະວີ ບຸດຈັນລະລາດ ປະທານສະຫະພັນກຳມະບານ ເມືອງໝື່ນ ກໍ່ໃຫ້ຂຶ້ນໂອ້ລົມ ເຊິ່ງທ່ານກໍ່ສະແດງຄວາມຍ້ອງຊົມເຊີຍ ແລະ ເປັນເປັນເອກະພາບກັບບົດລາຍງານການເມືອງ ແລະ ບົດສຳຫຼວດການນຳພາລວມທີ່ໄດ້ຜ່ານໄປແລ້ວນັ້ນ ແລະ ທ່ານກໍ່ໄດ້ຢ້ຳຕື່ມອີກວ່າ ວຽກງານກຳມະບານ ແມ່ນໜ້າທີ່ຂອງທຸກໆຄົນ ທີ່ຕ້ອງໄດ້ເປັນເຈົ້າການປະຕິບັດຕາມສິດ ແລະ ພັນທະຂອງຕົນ ຢ່າງເຂັ້ມງວດ ເພື່ອຍົກສູງລະດັບຄວາມຮູ້ຄວາມສາມາດຂອງກຳມະບານ ກຳມະກອນລາວ ໃຫ້ທຽບເທົ່າກຳສາກົນເທື່ອລະກ້າວ ໂອກາດນີ້ທ່ານ ຍັງຮຽກຮ້ອງມາຍັງ ຜູ້ແທນກອງປະຊຸມ ສະມາຊິກກຳມະບານ ຈົ່ງນຳເອົາເນື້ອໃນຈິດໃຈ ຜົນສຳເລັດກອງປະຊຸມໃຫຍ່ໃນຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ.
Editor: ເມືອງຫມື່ນ