ໃນທ້າຍອາທິດທີ່ຜ່ານມາ ທີ່ວ່າການປົກຄອງ ແຂວງອຸດົມໄຊ ໄດ້ມີການຈັດພິທີໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ທີ່ກ່ຽວຂ້ອງກັບວຽກງານຊາຍແດນ ລະຫວ່າງ ສປປ ລາວ ກັບບັນດາປະເທດໃກ້ຄຽງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພົນຈັດຕະວາ ຈັນທະວອນ ໄຊຍະຜົງ, ຄະນະປະຈຳພັກແຂວງ, ຫົວໜ້າກອງບັນຊາການທະຫານແຂວງ, ຮອງປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງເປັນຫົວໜ້າຄະນະກຳມະການຊາຍແດນ ລາວ-ຈີນ ຂັ້ນແຂວງ, ເປັນກຽດເຂົ້າຮ່ວມເຜີຍແຜ່ມີ ທ່ານ ແພງສະຫວັນ ແກ້ວປະເສີດ, ຫົວໜ້າຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ກະຊວງການຕ່າງປະເທດ ພ້ອມດ້ວຍບັນດາຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ ຈາກກົມຄຸ້ມຄອງພົນລະເມືອງ, ກະຊວງພາຍໃນ, ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ແລະ ກົມຕຳຫຼວດກວດຄົນເຂົ້າ-ອອກ ເມືອງ, ກະຊວງປ້ອງກັນຄວາມສະຫງົບ,ສູນກາງແນວລາວສ້າງຊາດ, ກົມກົງສຸນ, ກະຊວງການຕ່າງປະເທດ, ຄະນະໂຄສະນາອົບຮົມສູນກາງພັກ ເຂົ້າຮ່ວມຮັບຟັງ ມີຜູ້ຕາງໜ້າຈາກພະແນກການ, ຂະແໜງການຂອງແຂວງອຸດົມໄຊ ແລະ ບັນດາເມືອງອ້ອມຂ້າງຂອງແຂວງເຂົ້າຮ່ວມ.
ໃນວາລະດຳເນີນກອງປະຊຸມໂຄສະນາເຜີຍແຜ່ຄັ້ງນີ້, ບັນດາຜູ້ຕາງໜ້າຈາກສູນກາງ ກໍໄດ້ຂຶ້ນຜັດປ່ຽນກັນບັນຍາຍເອກະສານທີ່ຕົນໄດ້ກະກຽມມາ ໂດຍມີເອກະສານປະຫວັດຄວາມເປັນມາຂອງການກຳນົດເຂດແດນ ແລະ ປັກຫຼັກໝາຍຊາຍແດນຂອງລາວ ກັບບັນດາປະເທດໃກ້ຄຽງໃນໄລຍະຜ່ານມາ, ຊຶ່ງໄດ້ຊີ້ໃຫ້ເຫັນຜົນສໍາເລັດ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ທິດທາງແກ້ໄຂໃນຕໍ່ໜ້າ, ສັນຍາວ່າດ້ວຍລະບຽບການຄຸ້ມຄອງຊາຍແດນ ລະຫວ່າງ ສປປ ລາວ ກັບ ສປ ຈີນ, ສັນຍາວ່າດ້ວຍດ່ານ ແລະ ລະບຽບການຄຸ້ມຄອງດ່ານ ລະຫວ່າງ ສປປ ລາວ ກັບ ສປ ຈີນ, ອະນຸສັນຍາວ່າດ້ວຍການກວດກາຊາຍແດນຮ່ວມ ຄັ້ງທີ I ລະຫວ່າງ ສປປ ລາວ ກັບ ສປ ຈີນ, ວຽກງານກົງສູນ-ການແຕ່ງດອງ ລະຫວ່າງ ພົນລະເມືອງລາວກັບຄົນຕ່າງປະເທດ, ວຽກງານກວດກາຄົນ ເຂົ້າ-ອອກ ເມືອງ, ວຽກງານຄຸ້ມຄອງພົນລະເມືອງ ກ່ຽວກັບ ການຈົດທະບຽນຄອບຄົວ ແລະ ການຍົກຍ້າຍ, ວຽກງານຄຸ້ມຄອງສໍາມະໂນຄົວ, ວຽກງານການທູດປະຊາຊົນຂອງແນວລາວສ້າງຊາດ ແລະ ຄວາມໝາຍຄວາມສໍາຄັນຂອງວຽກງານໂຄສະນາ, ຊຶ່ງໃນເວລາບັນຍາຍ, ຜູ້ບັນຍາຍ ກໍໄດ້ເປິດໂອກາດໃຫ້ແກ່ຜູ້ເຂົ້າຮ່ວມກອງປະຊຸມ ຍົກເອົາບັນຫາທີ່ມີຄວາມສົນໃຈຂຶ້ນມາແລກປ່ຽນຄຳຄິດຄຳເຫັນນຳກັນ ເພື່ອເຮັດໃຫ້ມີຄວາມເປັນເອກະພາບກັນ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໃນເວລາການຈັດຕັ້ງປະຕິບັດວຽກງານ ແລະ ແກ້ໄຂບັນຫາຕົວຈິງ ຖ້າມີກໍລະນີເກີດຂຶ້ນ ພ້ອມນີ້ ກໍເພື່ອແນໃສ່ປົກປັກຮັກສາອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໃຫ້ໝັ້ນຄົງ ລວມທັງການສ້າງເສັ້ນຊາຍແດນລະຫວ່າງ ສປປ ລາວ ກັບປະເທດໃກ້ຄຽງ ໃຫ້ກາຍເປັນຊາຍແດນ ແຫ່ງ ສັນຕິພາບ, ມິດຕະພາບ ແລະ ການຮ່ວມມືຢ່າງຍືນຍົງ.
Editor: ແຂວງອຸດົມໄຊ