ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2017 ແລະ ທິດທາງແຜນການປີ 2018 ຂອງກອງບັນຊາການ ປກສ ເມືອງປາກຊັນ, ແຂວງບໍລິຄຳໄຊ ໄດ້ໄຂຂື້ນ ໃນວັນທີ 19 ມີນາ 2018 ຜ່ານມານີ້ ພາຍໃຕ້ການເປັນປະທານຂອງທ່ານ ພັນໂທ ຄຳຜັນ ພົມມະຈັນ, ເລຂາຄະນະພັກຮາກຖານ ຫົວໜ້າກອງບັນຊາການ ປກສ ເມືອງປາກຊັນ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ພັນໂທ ບຸນຮຽງ ພຽນວົງ ຮອງເລຂາພັກເມືອງ ຫົວໜ້າການເມືອງກອງບັນຊາການທະຫານ ເມືອງປາກຊັນ, ມີທ່ານ ຄໍາໝັ້ນ ໄຂທະວີສຸກ, ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ, ມີຄະນະພັກ-ຄະນະກອງບັນຊາການ ປກສ ເມືອງ, ຫົວໜ້າພະແນກ, ຕະຫຼອດພະນັກງານຫຼັກແຫຼ່ງພາຍໃນ ປກສ ເມືອງ ເຂົ້າຮ່ວມ.
ທ່ານ ພັນໂທ ບົວແກ້ວ ຈັນທະບູນສຸກ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ປາກຊັນ ໄດ້ຂື້ນຜ່ານບົດສະຫຼຸບວຽກງານປ້ອງກັນຄວາມສະຫງົບ ປະຈໍາປີ 2017 ແລະ ທິດທາງແຜນການ 2018 , ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຕາມ 4 ຄາດໝາຍ, 4 ບຸກທະລຸ ແລະ ບັນດາໜ້າວຽກຈຸດສຸມໃນໄລຍະ 1 ປີຜ່ານມາ,ຈື່ງຍາດໄດ້ຜົນສໍາເລັດຫຼາຍດ້ານ ເຊັ່ນ: ດ້ານວຽກງານການເມືອງ, ວຽກງານຫ້ອງການ, ວຽກງານພາລາທິການ ແມ່ນສາມາດເຮັດສໍາເລັດຢ່າງມີປະສິດທິຜົນສູງ, ພ້ອມທັງສຸ່ມໃສ່ແກ້ໄຂຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ເຊີ່ງສະແດງອອກໄລຍະ 1 ປີຜ່ານມາ ມີຄະດີເກີດຂື້ນທັງໝົດ 140 ລາຍ, ຜູ້ຖືກຫາ 157 ຄົນ, ຍິງ 19 ຄົນ. ໃນນັ້ນ ມີຄະດີອາຍາເກີດຂື້ນ 78 ລາຍ, ມ້າງໄດ້ 55 ລາຍ, ກັກຜູ້ຖືກຫາ 79 ຄົນ,ຍິງ 9 ຄົນ, ຄະດີຢາເສບຕິດ 43 ລາຍ, ຜູ້ຖືກຫາ 44 ຄົນ, ຍິງ 4 ຄົນ, ຄະດີເສດຖະກິດ 19 ລາຍ, ຜູ້ຖືກຫາ 34 ຄົນ, ຍິງ 10 ຄົນ, ປະເມີນມູນຄ່າເສຍຫາຍທັງໝົດ 285.300.000 ກີບ. ນອກນັ້ນ ຍັງສາມາດຍືດຂອງກາງປະເພດຢາບ້າ ຈໍານວນ 3.983 ເມັດ, ປືນແກ໊ບ 37 ກະບອກ, ໝໍ້ຊ໊ອດ 25 ໜ່ວຍ, ຈັກສະຕີ່ນ 1 ເຄື່ອງ, ລະເບີດ 3 ໜ່ວຍ. ວຽກງານສະກັດກັ້ນ ແລະ ແກ້ໄຂອຸປະຕິເຫດຕາມທ້ອງທະໜົນຫຼວງ ມີຄະດີອຸປະຕິເຫດເກີດຂື້ນ 35 ເລື່ອງ, ແກ້ໄດ້ 33 ເລື່ອງ, ພາຫະນະເປ່ເພ່ 65 ຄັນ, ຄົນໄດ້ຮັບບາດເຈັບ 69 ຄົນ, ເສຍຊີວິດ 02 ຄົນ, ປະເມີນມູນຄ່າເສຍຫາຍທັງໝົດ 580.000.000 ກີບ. ວຽກງານຄຸ້ມຄອງສຳມະໂນຄົວ ແລະ ອາຊິບພິເສດ ໄດ້ເກັບກໍາສະຖິຕິຍົກຍ້າຍ, ຄົນເພີ່ມ, ຄົນຫຼຸດ ແລະ ຄົນເສຍຊີວິດ ຢ່າງເປັນປົກກະຕິ, ລົງຝືກອົບຮົມວຽກງານ ປກສ ບ້ານໄດ້ 2 ບ້ານ, ສ້າງບ້ານປ້ອມໝັ້ນສູ້ຮົບຕິດລຽນໄດ້ 2 ບ້ານ, ອອກບັດພັກເຊົາໄດ້ 124 ບັັດ. ວຽກງານນະໂຍບາຍ ໄດ້ສົ່ງພະນັກງານໄປຍົກລະດັບວິຊາສະເພາະທັງພາຍໃນ ແລະ ຕ່າງປະເທດ 2 ຄັ້ງ, ມີ 5 ສະຫາຍ, ບໍາລຸງທິດສະດີການເມືອງ-ການປົກຄອງ ໄດ້ 1 ຄັ້ງ, ມີ 7 ສະຫາຍ. ສະເໜີເລື່ອນຊັ້ນໃຫ້ພະນັກງານ-ນັກຮົບ ໄດ້ 2 ງວດ, ມີ 14 ສະຫາຍ, ຍິງ 2 ສະຫາຍ. ຫຼັງຈາກນັ້ນ, ບັນດາຜູ້ແທນກອງປະຊຸມກໍ່ໄດ້ຜັດປ່ຽນກັນປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ, ຍົກໃຫ້ເຫັນຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ທີ່ຕ້ອງພ້ອມກັນແກ້ໄຂເພື່ອເຮັດໃຫ້ການປະຕິບັດວຽກການໃນ 1 ປີຕໍ່ໜ້າໄດ້ຮັບປະສິດຜົນດີຂື້ນກວ່າເກົ່າ.
Editor: ປກສ ແຂວງບໍລິຄຳໄຊ