ວັນທີ 22 ມີນາ 2018 ທີ່ຜ່ານມາ ທີ່ຫໍປະຊຸມໃຫຍ່ ແຂວງອັດຕະປື ໄດ້ຈັດພິທີປາຖະກາຖາ ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ ຂື້ນ ໂດຍແມ່ນ ທ່ານນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ຫົວຫນ້າຄະນະຈັດຕັ້ງແຂວງອັດຕະປື ເປັນປະທານ, ເຂົ້າຮ່ວມຮັບຟັງມີບັນດາການນໍາຂັ້ນແຂວງ, ເມືອງ ຕະຫລອດຮອດສະມາຊິກພັກ, ພະນັກງານລັດຖະກອນ ທົ່ວແຂວງ ເຂົ້າຮ່ວມ 800 ກວ່າທ່ານ. ຍິງ 200 ກວ່າທ່ານ.
ການປາຖະກາຖາ ຄັ້ງນີ້ ທ່ານນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ຫົວຫນ້າຄະນະຈັດຕັ້ງແຂວງອັດຕະປື ໄດ້ຍົກໃຫ້ເຫັນການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກ ປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 63 ປີ, ໂດຍມີພັກຊີ້ນໍາ-ນໍາພາ ກອງທັບປະຊາຊົນລາວ ລຸກຮື້ຂື້ນຕໍ່ສູ້ ກັບພວກລ່າເມືອງຂື້ນ ແບບໃຫມ່ ແລະ ລູກແຫລ່ງຕີນມືຂອງພວກສັດຕູ ຈົນໄດ້ຮັບໄຊຊະນະເປັນກ້າວໆ ແລະ ໄດ້ປະກາດ ສະຖາປານາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ແລະ ນີ້ແມ່ນຫມາກຜົນແຫ່ງຄວາມສໍາເລັດ ຂອງການປະຕິວັດລາວ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາຜຶນແຜ່ນດິນອັນແສນຮັກ ພາຍໃຕ້ການນໍາພາຂອງພັກ ໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ. ການປາຖະກາຖາ ຫວນຄືນມູນເຊື້ອວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 63 ປີ ໃນຄັ້ງນີ້, ເພື່ອເປັນການສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກ, ທະຫານ-ຕໍາຫລວດ ນັກຮຽນຮູ້ປັນຍາຊົນ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຂົ້າໃຈ ເຊື່ອມຊືມ ກໍາແຫນ້ນຢ່າງເລຶອກເຊີ່ງ ກ່ຽວກັບປະຫວັດສາດ ແລະ ມູນເຊື້ອແຫ່ງການນໍາພາ ໃນໄລຍະຕໍ່ສູ້ກູ້ຊາດ, ໄລຍະປົກປັກຮັກສາພັດທະນາປະເທດຊາດ ໃນຊຸ່ມປີຜ່ານມາ ແລະ ຂະຫຍາຍມູນເຊື້ອຂອງຊາດ, ມູນເຊື້ອແຫ່ງຄວາມສາມັກຄີປອງດອງ, ມູນເຊື້ອການຕໍ່ສູ້ອັນເດັດດ່ຽວ ບໍ່ຍອມຈໍານົນ, ມູນເຊື້ອແຫ່ງການຕໍ່ສູ້ອັນພິລະອາດຫານ ຂອງປວງຂົນລາວທັງຊາດ ພາຍໃຕ້ການນໍາພາຂອງພັກ ປະຊາຊົນ ປະຕິວັດລາວ ໃຫ້ນັບມື້ຫນັກແຫນ້ນເຂັ້ມແຂງ ເພື່ອເພີ່ມທະວີຂະຫຍາຍມູນເຊື້ອການຊີ້ນໍາ-ນໍາພາຂອງພັກ ເຂົ້າໃນພາລະກິດປົກປັກ-ຮັກສາ ແລະ ສ້າງສາປະເທດຊາດ ເວົ້າລວມ-ເວົ້າສະເພາະ ໃນພາລະກິດປ່ຽນແປງໃຫມ່ ໃຫ້ມີຫມາກຜົນຫລາຍກວ່າເກົ່າ ແລະ ເພີ່ມທະວີຄວາມຮັບຜິດຊອບ ການເປັນເຈົ້າການໃນຖັນແຖວພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ເຂົ້າໃນການຈັດຕັ້ງປະຕິບັດ ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງພັກ ແຜນພັດທະນາເສດຖະກິດ 5 ປີ ຄັ້ງທີ 8 ຂອງລັດ ໃຫ້ປະກົດຜົນເປັນຈິງ.
Editor: ກຳປານາດ ລັດຖະເຮົ້າ