ໃນອາທິດຜ່ານມາ, ຢູ່ສະໂມສອນກະຊວງກະສິກໍາ ແລະ ປ່າໄມ້ ສະມາຊິກສະພາແຫ່ງຊາດຊຸດທີ່ VIII ປະຈໍາເຂດ ເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ນໍາໂດຍທ່ານ ຮອງສາດສະດາຈານ ປະລິນຍາເອກ ທອງສະລິດ ມັງໜໍ່ເມກ ກໍາມະການສູນກາງພັກ, ສະມາຊິກສະພາ ແຫ່ງຊາດ ຊຸດທີ່ 8 ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ເລຂາຄະນະພັກ ຫົວໜ້າສະຖາບັນການເມືອງ-ການປົກ ຄອງແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ຂອງຂະແໜງການກະສິກໍາ ແລະປ່າໄມ້. ໂດຍການຕ້ອນຮັບຂອງ ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້. ພ້ອມນີ້, ມີຫົວໜ້າຫ້ອງການກະຊວງ, ຫົວໜ້າກົມ-ຮອງກົມ ແລະ ພະນັກງານ ອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຂຶ້ນຜ່ານບົດລາຍງານຫຍໍ້ ກ່ຽວກັບຜົນສໍາເລັດໃນປີຜ່ານມາວ່າ: ໃນປີ 2017 ຂະແໜງການກະສິກໍາ ແລະ ປ່າໄມ້ ສາມາດຮັກສາການຂະຫຍາຍຕົວຂອງ GDP ໄດ້ໃນລະດັບ 2,8% ຊື່ງກວມປະມານ 16,34% ຂອງ GDP ລວມມູນຄ່າຂອງ ຂະແໜງການກະສິກໍາ ແລະ ປ່າໄມ້ ໄດ້ເພີ່ມຂຶ້ນຈາກ 15 ພັນຕື້ກວ່າກີບ ໃນປີ 2012, ມາເປັນ 22 ພັນກວ່າຕື້ໃນປີ 2016. ນອກນີ້, ໄດ້ສໍາເລັດການປັບປຸງ ພາລະບົດບາດຂອງກະຊວງ ປ່ຽນແທນສະບັບ ເລກທີ 262/ນຍ, ລົງວັນທີ 18 ສິງຫາ 2012 ໂດຍສະເໜີລັດຖະບານອອກ ເປັນດໍາລັດສະບັບເລກທີ 99/ນຍ, ລົງວັນທີ 09 ມີນາ 2017 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງກະສິກໍາ ແລະ ປ່າໄມ້, ສໍາເລັດການກໍານົດພາລະບົດບາດ ແລະ ຕໍາແໜງ ຂອງຫ້ອງການ, ບັນດາກົມ, ສະຖາບັນ, ສູນ, ພະແນກກະສິກໍາ ແລະປ່າໄມ້ແຂວງ-ນະຄອນຫຼວງ ແລະ ຫ້ອງການກະສິກໍາ ແລະປ່າໄມ້ເມືອງ ໃນຂອບເຂດທົ່ວປະເທດ. ພ້ອມທັງ, ບັນຈຸຊັບຊ້ອນ ພະນັກງານເຂົ້າຕາມຕໍາແໜງງານໄດ້ໂດຍພື້ນຖານ. ອັນພົ້ນເດັ່ນແມ່ນໄດ້ ມອບ-ໂອນ 2 ປະເພດປ່າ ແລະ ໂຮມເອົາວຽກງານ ພັດທະນາຊົນນະບົດ ແລະລຶບລ້າງຄວາມທຸກຍາກມາຂຶ້ນ ກັບກະຊວງກະສິກໍາ ແລະ ປ່າໄມ້ ຕາມການຕົກລົງຂອງລັດຖະບານ.
ເພື່ອເຮັດໃຫ້ການພົບປະໃນຄັ້ງນີ້, ມີຄວາມສໍາຄັນ ຄະນະຜູ້ແທນສະມາຊິກສະພາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນງານດັ່ງກ່າວ. ພ້ອມນີ້, ກໍ່ໄດ້ລາຍງານຜົນສໍາເລັດ ຂອງ ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະມາຊິກສະພາແຫ່ງຊາດ ຊຸດທີ່ 8 ຊື່ງມີວຽກງານຫຼາຍດ້ານທີ່ພົ້ນເດັ່ນ ແລະ ຍັງມີບາງໜ້າວຽກງານທີ່ ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າ.
ສໍາລັບຂະແໜງການກະສິກໍາ ແລະ ປ່າໄມ້ ແມ່ນຈະໄດ້ສືບຕໍ່ກວດສອບບັນດາໂຄງການຕ່າງໆ ເປັນຕົ້ນແມ່ນບັນດາໂຄງການທີ່ບໍ່ຜ່ານ ລັດຖະບານ, ແລະ ຕິດຕາມໂຄງການທີ່ເຂົ້າມາລົງທຶນ ແຕ່ລະໂຄງການນັ້ນສາມາດຕອບສະໜອງ ແລະສາມາດຍົກລະດັບຊີວິດການ ເປັນຢູ່ຂອງປະຊາຊົນໄດ້ດີປານໃດ. ລວມທັງ, ວິທີການແກ້ໄຂການສ້າງວຽກເຮັດງານທໍາທີ່ໝັ້ນຄົງໃຫ້ແກ່ປະຊາຊົນນໍາອີກ.
Editor: ກຳປານາດ ລັດຖະເຮົ້າ