ເມື່ອບໍ່ດົນມານີ້, ທີ່ສໍານັກງານໃຫຍ່ ອົງການອຸຍເນັສໂກ ( UNESCO ) ນະຄອນຫລວງປາຣີ, ປະເທດປະເທດ ຝຣັ່ງ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຮັບໃບຢັ້ງຢືນ ສຽງແຄນລາວ ເປັນມາລະດົກໂລກ ມອບໂດຍ ທ່ານນາງ ໂອເກຣ ອາຊູເຣ ເອກອະທິບໍດີ ອົງການ ອຸຍເນັສໂກ ( UNESCO ) ໂດຍມີ ທ່ານ ສາດສະດາຈານ ດຣ. ບໍ່ແສງຄໍາ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເຂົ້າຮ່ວມ.
ນອກຈາກນັ້ນ ສປປ ລາວ ຍັງໄດ້ເປີດງານ ວັນລາວ ຂື້ນທີ່ສູນວາງສະແດງການທ່ອງທ່ຽວໂລກ ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ ໂດຍການເຂົ້າຮ່ວມ ຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ, ມີ ທ່ານ ລັດຖະມົນຕີ ກະຊວງ ຖວທ ພ້ອມດ້ວຍພັນລະຍາ, ມີ ທ່ານເອກອັກຄະລັດຖະທູດລາວ ປະຈໍາ ປະເທດຝຣັ່ງ ນອກຈາກນີ້ ຍັງມີ ຮອງລັດຖະມົນຕີ ກະຊວງ, ບັນດາຫົວຫນ້າກົມ-ຮອງກົມ ທີ່ກ່ຽວຂ້ອງ ລວມທັງພີ່ນ້ອງເຊື້ອຊາດລາວ ແລະ ນັກທ່ອງທ່ຽວ ເຂົ້າຮ່ວມ ຢ່າງຫລວງຫລາຍ.
ໂອກາດນີ້ ທ່ານ ສູນ ມະນີວົງ ຫົວຫນ້າກົມໂຄສະນາການທ່ອງທ່ຽວ, ກະຊວງ ຖວທ ໄດ້ລາຍງານໃນງານວາງສະແດງ ວັນລາວ ວ່າ: ງານວາງສະແດງວັນລາວ ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ ຄັ້ງນີ້ ແມ່ນມີຄວາມຫມາຍຄວາມສໍາຄັນ ຫລາຍ ຕໍ່ກັບການໂຄສະນາການທ່ອງທ່ຽວ ຂອງ ສປປ ລາວ ເນື່ອງຈາກວ່າ: ນັກທ່ອງທ່ຽວ ຕ່າງປະເທດ ຮູ້ຈັກປະເທດລາວດີຢູ່ແລ້ວ ແຕ່ຖ້າມີການມາໂຄສະນາ ແບບນີ້ ຍິ່ງເປັນໂອກາດດີ ທີ່ສຸດໃນການດຶງດູດນັກທ່ອງທ່ຽວ ຈາກປະເທດຝຣັ່ງ ກໍ່ຄືນັກທ່ອງທ່ຽວຕ່າງປະເທດ ໃນເອີຣົບ ໄດ້ຫັນມາທ່ຽວລາວ ໃຫ້ຫລາຍຂື້ນ ໃນປີທ່ອງທ່ຽວລາວ 2018
Editor: ກຳປານາດ ລັດຖະເຮົ້າ