ອົງການປົກຄອງເມືອງ ທ່າແຕງ ໄດ້ຈັດກອງປະຊຸມເຊື່ອມຊຶມນິຕິກຳ ກ່ຽວກັບວຽກງານກໍ່ສ້າງພັກ,ພະນັກງານ ຂຶ້ນໃນວັນທີ 13 ມີນາ 2018 ນີ້ ຢູ່ທີ່ສະໂມສອນຂອງເມືອງ ທ່າແຕງ ແຂວງ ເຊກອງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງ ທ່າແຕງ, ມີທ່ານ ອ້ວນຄໍາ ທຸງໄຊ ກໍາມະການພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ເຊກອງ, ມີຄະນະບໍລິຫານງານພັກເມືອງ, ບັນດາສະຫາຍເລຂາ, ຮອງເລຂາໜ່ວຍພັກ, ໜ່ວຍງານກ່ຽວຂ້ອງທົ່ວເມືອງ ພ້ອມດ້ວຍຄະນະພັກຮາກຖານບ້ານ - ນາຍບ້ານພາຍໃນເມືອງ ເຂົ້າຮ່ວມ.
ເອກະສານທີ່ນໍາມາເຜີຍແຜ່ເຊື່ອມຊືມປະກອບມີ: 1) ຄໍາສັ່ງ,ເລກທີ 01/ກມສພ ວ່າດ້ວຍການເພີ່ມທະວີກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນ. 2) ມະຕິ ເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018 ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ. 3) ມະຕິ ເລກທີ 031/ກມສພ ວ່າດ້ວຍວຽກງານຄຸ້ມຄອງພະນັກງານ.4) ຄໍາສັ່ງ ເລກທີ 032/ກມສພ ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາຄຸ້ມຄອງ ພ້ອມດໍາລັດນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີວຽກງານແຂ່ງຂັນຍ້ອງຍໍໃນໄລຍະໃໝ່. ພາຍຫຼັງທີ່ໄດ້ເຜີຍແຜ່ 4 ເອກະສານສຳຄັນຂອງພັກແລ້ວ ທ່ານ ເພັດຕຸລາ ສຸດທິຈັກ ຄະນະຈັດຕັ້ງເມືອງ ທ່າແຕງ ໄດ້ເຜີຍແຜ່ບົດສະຫຼຸບ ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດປະຈໍາປີ 2017 ຊຶ່ງໄດ້ຍົກໃຫ້ເຫັນການຕີລາວຽກງານຈັດຕັ້ງທົ່ວປະເທດ, ເຫັນໄດ້ຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ໃນປີ 2017 ແລະ ການວາງທິດທາງແຜນການແກ້ໄຂໃນປີ 2018. ນອກນັ້ນ ຍັງໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຈັດຕັ້ງ ປີ 2017 ແລະ ທິດທາງແຜນການປີ 2018 ຂອງເມືອງ ທ່າແຕງ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດເຫັນໃສ່ບົດສະຫຼຸບດັ່ງກ່າວ ໃຫ້ມີເນື້ອໃນຄົບຖ້ວນ.
ຕອນທ້າຍກອງປະຊຸມທ່ານ ຄໍາສອນ ກອນເຍີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ-ເມືອງ ທ່າແຕງ ໄດ້ໃຫ້ທິດຊີ້ນໍາບາງບັນຫາທີ່ຕ້ອງເອົາໃຈໃສ່ໃນຕໍ່ໜ້າ ໂດຍສະເພາະ ບັນດາຫ້ອງການ,ກົມກອງຕ່າງໆພາຍໃນເມືອງ ຈົ່ງເອົາໃຈໃສ່ຕໍ່ກັບການຄຸ້ມຄອງ, ກວດກາ, ລົງເລິກ, ໃກ້ຊິດຕິດແທດຕໍ່ພະນັກງານ, ສະມາຊິກພັກ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນໃຫ້ດີ ພ້ອມທັງເກັບກໍາສະພາບຂອງສະມາຊິກພັກແຕ່ລະຫາຍໃຫ້ລະອຽດ, ບັນດາມາດຕະຖານຂອງພະນັກງານຄຸ້ມຄອງນໍາພາ ທີ່ໄດ້ເຜີຍແຜ່ໄປນັ້ນ ຂໍຮຽກຮ້ອງໃຫ້ພະນັກງານ,ສະມາຊິກທັງໝົດ ເອົາໃຈໃສ່ຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານໃຫ້ໄດ້ຕາມມາດຕະຖານທີ່ກຳນົດໄວ້.
Editor: ສິງຫາ ເລືອງວັນ