ຄະນະປະເມີນ ໂຄງການຄົ້ນຄວ້າວິທະຍາສາດ ໄດ້ສືບ ຕໍ່ຈັດກອງປະຊຸມຕິດຕາມກວດກາ-ປະເມີນ ແລະ ຊຸກຍູ້-ສົ່ງເສີມໂຄງການຄົ້ນຄວ້າວິທະຍາສາດຢູ່ ແຂວງ ເຊກອງ ແລະ ອັດຕະປື ໃນວັນທີ 13 ມີນາ 2018 ຊຶ່ງຕອນເຊົ້າ ແມ່ນໄດ້ຈັດຂຶ້ນຢູ່ ແຂວງ ເຊກອງ ແລະ ຕອນບ່າຍແມ່ນໄດ້ຈັດຂຶ້ນຢູ່ ແຂວງ ອັດຕະປື ໂດຍພາຍໃຕ້ການເປັນປະ ທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ປະທານສະພາວິທະຍາສາດແຫ່ງຊາດ, ມີຫົວໜ້າ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງດັ່ງກ່າວ, ຄະນະ ປະເມີນໂຄງການ, ເຈົ້າຂອງໂຄງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງເຊກອງ ປະກອບມີ 3 ໂຄງການທີ່ໄດ້ຮັບການອະນຸ ມັດ ຄື: ໂຄງການສ້າງເວັບໄຊຂອງ ພະແນກວິທະຍາສາດ ແລະ ເຕັກໂນໂລຊີ ແຂວງເຊກອງ ໄດ້ຮັບການອະນຸມັດ ໃນສົກປີ 2012-2013 ມູນຄ່າຂອງໂຄງການທັງໝົດ 350,000,000 ກີບມີໄລຍະຈັດຕັ້ງປະຕິບັດ 1 ປີ ໂຄງການສຶກສາຄົ້ນຄວ້າຂະຫຍາຍແນວພັນ ແລະ ການອານຸລັກ ໝາກຈອງພື້ນເມືອງເມືອງທ່າແຕງ-ເມືອງກະລຶມ ໄດ້ຮັບການອະນຸມັດໃນສົກປີ 2012-2013 ມູນຄ່າຂອງໂຄງການທັງໝົດ 167,300,000 ກີບ ມີໄລຍະຈັດຕັ້ງປະຕິບັດ 1 ປີ; ໂຄງການຄົ້ນຄວ້າຊະນິດພັນພືດເປັນຢາ 10 ຊົນເຜົ່ານໍາໃຊ້ໃນ 4 ຕົວເມືອງຂອງ ແຂວງເຊກອງ ໄດ້ຮັບການອະນຸມັດໃນສົກປີ 2012-2013 ມູນຄ່າຂອງໂຄງການທັງໝົດ 225,100,000 ກີບມີໄລຍະຈັດຕັ້ງປະຕິບັດ 1 ປີ. ສໍາຫຼັບໂຄງການຄົ້ນຄວ້າວິທະຍາສາດ ຂອງ ແຂວງອັດຕະປື ແມ່ນໄດ້ຮັບການອະນຸມັດ ຈໍານວນ 1 ໂຄງການ ຄື: ໂຄງການຄົ້ນຄວ້າ ສະກັດນໍາໃຊ້ສານຊີວະພາບ ໃນການກໍາຈັດສັດຕູພືດຂອງເຂົ້າ ຊຶ່ງໄດ້ຮັບການອະນຸມັດໃນສົກປີ 2012-2013 ໃນມູນຄ່າ 49,000,000 ກີບ ມີອາຍຸ ໂຄງການ 1 ປີ.
ຜ່ານການປະເມີນບັນດາໂຄງການດັ່ງກ່າວ ເຫັນວ່າມີບາງໂຄງການແມ່ນສາມາດຈັດຕັ້ງປະຕິບັດໄດ້ດີ ແລະ ມີບາງໂຄງການຕ້ອງໄດ້ສືບຕໍ່ປັບປຸງລົງເລິກການສຶກສາຄົ້ນຄວ້າ, ວິໄຈຂໍ້ມູນໃຫ້ລະອຽດ ແລະ ມີການສົມທຽບທາງດ້ານເຕັກນິກ ເພື່ອຮັບປະກັນຜົນໄດ້ຮັບພ້ອມດຽວກັນ ກໍຕ້ອງໄດ້ຄົ້ນຄວ້າຕິດພັນກັບກຸ່ມເປົ້າໝາຍໃຫ້ປະຊາ ຊົນໄດ້ມີສ່ວນຮ່ວມ, ສຶກສາຄົ້ນຄວ້າສະພາບແວດລ້ອມອ້ອມຂ້າງໃນພື້ນທີ່ທີ່ຄົ້ນຄວ້າ.
ພາຍຫຼັງຜ່ານການປະເມີນ ຄະນະຍັງໄດ້ຮັບຟັງການລາຍງານຜົນການເຄື່ອນໄຫວວຽກງານຂອງ ພະແນກວິທະຍາສາດ ແລະ ເຕັກໂນໂລຊີທັງ 2 ແຂວງ. ໃນກາດດຽວກັນ ທ່ານ ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຍັງໄດ້ໂອ້ລົມ ແລະ ໃຫ້ທິດຊີນໍາ ພ້ອມທັງມອບຄອມພິວເຕີ້, ອຸປະກອນຮັບໃຊ້ຕ່າງໆ ແລະ ເງີນຈໍານວນໜຶ່ງ ໃຫ້ທັງສອງແຂວງອີກດ້ວຍ.
Editor: ສິງຫາ ເລືອງວັນ